ດ້ວຍຫົວຂໍ້ “ສະພາບຄວາມໝັ້ນຄົງໃນພາກພື້ນ ແລະບັນດາຍຸດທະສາດປ້ອງກັນຊາດໃໝ່”, ກອງປະຊຸມແມ່ນເວທີປາໄສສໍາຄັນເພື່ອໃຫ້ບັນດາຜູ້ແທນແລກປ່ຽນບັນຫາຄວາມໝັ້ນຄົງໃນພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການເຈລະຈາ ແລະການຮ່ວມມືດ້ານປ້ອງກັນຊາດລະຫວ່າງບັນດາປະເທດອາຊຽນ ແລະຍີ່ປຸ່ນ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ເຂົ້າຮ່ວມກອງປະຊຸມຮອງລັດຖະມົນຕີປ້ອງກັນປະເທດຍີ່ປຸ່ນ-ອາຊຽນ ຄັ້ງທີ 12. ພາບ: ດ່ວານກາ

ທີ່ກອງປະຊຸມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ແບ່ງປັນທັດສະນະກ່ຽວກັບສະພາບການຂອງໂລກ, ພາກພື້ນ ແລະຕີລາຄາ, ສະເໜີກ່ຽວກັບການຮ່ວມມືດ້ານປ້ອງກັນຊາດອາຊຽນ-ຍີ່ປຸ່ນ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຖືວ່າ, ພາກພື້ນພວມປະເຊີນໜ້າກັບສິ່ງທ້າທາຍຄວາມໝັ້ນຄົງທັງກ່ຽວຂ້ອງກັບການທະຫານ ແລະບໍ່ແມ່ນການທະຫານ, ໃນນັ້ນຄວນເອົາໃຈໃສ່ເຖິງຄວາມໝັ້ນຄົງໃນການເດີນທະເລ, ການກໍ່ການຮ້າຍ, ຄວາມໝັ້ນຄົງທາງອິນເຕີແນັດ, ການປ່ຽນແປງຂອງດິນຟ້າອາກາດ, ໄພທໍາມະຊາດ, ໂລກລະບາດ...

ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດອາຊຽນ-ຍີ່ປຸ່ນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງເລື່ອງ ຍີ່ປຸ່ນ ສະໜັບສະໜູນບົດບາດໃຈກາງຂອງອາຊຽນ, ຕັ້ງໜ້າເຂົ້າຮ່ວມບັນດາກົນໄກໂດຍອາຊຽນ ຊັກຈູງ, ເປັນຕົ້ນແມ່ນກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+); ສະໜັບສະໜູນເລື່ອງຜັນຂະຫຍາຍ “ວິໄສທັດວຽງຈັນ 2.0” ຂອງຍີ່ປຸ່ນ.

ກ່ຽວກັບຄວາມໝັ້ນຄົງຢູ່ທະເລ,  ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກເຖິງຄວາມສໍາຄັນຂອງການເພີ່ມທະວີຄວາມມານະພະຍາຍາມລວມໃນການຮັບປະກັນຮັກສາກົດໝາຍສາກົນ ແລະຫຼັກການໃນການພົວພັນສາກົນ; ຢຶດໝັ້ນ, ພ້ອມກັນມານະພະຍາຍາມສະກັດກັ້ນ ແລະຄຸ້ມຄອງການປະທະກັນເພື່ອຮັກສາສັນຕິພາບ, ສະຖຽນລະພາບລວມຂອງພາກພື້ນ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ເຂົ້າຮ່ວມກອງປະຊຸມສໍາມະນາຍີ່ປຸ່ນ-ອາຊຽນ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະຄວາມໝັ້ນຄົງ. ພາບ: ດ່ວານກາ

ໃນວັນດຽວກັນ ກໍໄດ້ດໍາເນີນກອງປະຊຸມສໍາມະນາຍີ່ປຸ່ນ-ອາຊຽນ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະຄວາມໝັ້ນຄົງ. ນີ້ແມ່ນເວທີປາໄສເພື່ອໃຫ້ບັນດາຜູ້ແທນແລກປ່ຽນທັດສະນະ, ແບ່ງປັນຂໍ້ສະເໜີ ແລະຂໍ້ລິເລີ່ມໃນການຊຸກຍູ້ບົດບາດຂອງກະຊວງປ້ອງກັນປະເທດ ແລະບັນດາປະເທດໃນການຮັບມືກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.

ໂດຍ: ທູຈາງ