    |
 |
ພົນເອກ ຟານວັນຢາງ ເຂົ້າຮ່ວມ ແລະເປັນປະທານການພົບປະສັງສັນ. ພາບ: ຟ້າມຮຶງ. |
ກ່າວຄໍາເຫັນທີ່ການພົບປະ, ສະຫາຍ ຫງວຽນຈ້ອງເຫງັຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຕີລາຄາສູງບັນດາອົງການສື່ມວນຊົນ ໃນນັ້ນມີໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ຕັ້ງໜ້າຫັນເປັນທັນສະໄໝ, ມານະພະຍາຍາມປ່ຽນແປງໃໝ່ເນື້ອໃນ ແລະຮູບການສະແດງ, ນໍາຂໍ້ມູນຂ່າວສານເຂົ້າສູ່ລວງເລິກ, ມີປະສິດທິຜົນຢ່າງຕັ້ງໜ້າ. ສະຫາຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຮຽກຮ້ອງໃຫ້ອົງການສື່ມວນຊົນ ຕ້ອງໂຄສະນາຢ່າງຮອບດ້ານ, ແຕ່ມີຈຸດສຸມ, ໃຈກາງ; ພ້ອມທັງສືບຕໍ່ຄົ້ນຄວ້າປະດິດສ້າງ, ເສີມຂະຫຍາຍພູມປັນຍາ, ຄວາມຮັບຜິດຊອບ, ຍົກສູງຄຸນນະພາບການໂຄສະນາກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດຢ່າງບໍ່ຢຸດຢັ້ງ.
    |
 |
ຜູ້ແທນເຂົ້າຮ່ວມການພົບປະສັງສັນ. ພາບ: ຟ້າມຮຶງ. |
ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ສະແດງຄວາມນັບຖື, ຂອບໃຈບັນດາອົງການສູນກາງ, ອົງການສື່ມວນຊົນສູນກາງ ແລະທ້ອງຖິ່ນ ຍາມໃດກໍເອົາໃຈໃສ່ສົມທົບກັນ, ຊ່ວຍເຫຼືອ, ຊີ້ນໍາສື່ມວນຊົນຮ່ວມເດີນທາງ, ໃຫ້ຂ່າວ, ໂຄສະນາຢ່າງທັນການ, ມີປະສິດທິຜົນກ່ຽວກັບການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດ, ການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ກໍ່ສ້າງກອງທັບປະຊາຊົນໃນສະພາບການໃໝ່.
    |
 |
ພົນເອກ ຟານວັນຢາງ ກ່າວຄໍາເຫັນທີ່ການພົບປະສັງສັນກັບສື່ມວນຊົນຕົ້ນລະດູບານໃໝ່ປີເຖາະ 2023. ພາບ: ຟ້າມຮຶງ. |
ທ່ານພົນເອກ ຟານວັນຢາງ ຢັ້ງຢືນກ່ຽວກັບປະສິດທິຜົນທີ່ຕັ້ງໜ້າ, ການແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງຂອງບັນດາລາຍການ, ຄໍລໍາ, ຂ່າວບົດໂຄສະນາກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ, ໃນນັ້ນພົ້ນເດັ່ນແມ່ນໂຄສະນາກ່ຽວກັບບັນດາແບບຢ່າງດີເດັ່ນໃນການປະຕິບັດໜ້າທີ່ອົບຮົມຫັດແອບ, ກຽມພ້ອມສູ້ຮົບ; ການເຄື່ອນໄຫວຂອງທະຫານແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ; ການປະກອບສ່ວນຂອງກອງທັບປະຊາຊົນຫວຽດນາມ ໃນເວທີສອງຝ່າຍ, ຫຼາຍຝ່າຍ, ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ, ການກູ້ຊີບ, ກູ້ໄພຢູ່ຕວກກີ ແລະການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ...
    |
 |
ພົນເອກ ຟານວັນຢາງ, ພົນເອກ ເລືອງເກື່ອງ ແລະຜູ້ແທນເຂົ້າຮ່ວມການພົບປະສັງສັນ. ພາບ: ຟ້າມຮຶງ. |
ທ່ານພົນເອກ ຟານວັນຢາງ ປາດຖະໜາວ່າ ບັນດາອົງການສື່ມວນຊົນ ສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບກະຊວງປ້ອງກັນປະເທດ ຍູ້ແຮງ, ຍົກສູງປະສິດທິຜົນວຽກງານໂຄສະນາ; ສົມທົບກັນປະຕິບັດວຽກງານເປັນເສນາທິການກໍານົດທິດໃຫ້ເປັນຢ່າງດີ, ສະໜອງຂໍ້ມູນຂ່າວສານ, ແກ້ໄຂຢ່າງທັນການ, ໜັກແໜ້ນບັນດາບັນຫາສໍາຄັນ, ບໍ່ໃຫ້ບັນດາອິດທິກໍາລັງປໍລະປັກສວຍໂອກາດຍຸແຫຍ່, ຕ້ານທໍາລາຍພັກ, ລັດ ແລະກອງທັບ. ກະຊວງປ້ອງກັນປະເທດ ສືບຕໍ່ຊີ້ນໍາບັນດາອົງການ, ກົມກອງໃນທ່ົວກອງທັບ ເພີ່ມທະວີການສົມທົບກັນ, ສ້າງເງື່ອນໄຂສະດວກທີ່ສຸດ ເພື່ອໃຫ້ບັນດາອົງການສື່ມວນຊົນໃນທົ່ວປະເທດໃຫ້ຂ່າວ, ໂຄສະນາຢ່າງທັນການ, ມີປະສິດທິຜົນກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ແລະການເຄື່ອນໄຫວກໍ່ສ້າງກອງທັບປະຊາຊົນຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ.
ໂດຍ: ໄຊຊະນະ