ນັກຂ່າວ: ຂໍຮຽນສະຫາຍພົນເອກ ເລືອງເກື່ອງ, ເນື່ອງໃນໂອກາດປີຂານ ໃກ້ຈະຜ່ານພົ້ນໄປ-ເຊິ່ງເປັນປີໜຶ່ງທີ່ພິສູດໃຫ້ເຫັນຄວາມມານະພະຍາຍາມ, ການປະກອບສ່ວນຂອງທົ່ວກອງທັບໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ. ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ພວກເຮົາຕ້ອງເວົ້າເຖິງການເສີມຂະຫຍາຍຄຸນທາດ “ສັດຊື່ບໍລິສຸດ ແລະກະຕັນຍູ” ຂອງກອງທັບປະຊາຊົນຫວຽດນາມ. ສະຫາຍ ແບ່ງປັນກ່ຽວກັບຂໍ້ສັງເກດນີ້ຄືແນວໃດແດ່?

ສະຫາຍພົນເອກ ເລືອງເກື່ອງ: ຖືກຕ້ອງຄືແນວນັ້ນ! ປີ 2022, ໃນສະຖານະການລວມມີຄວາມສະດວກ ແລະຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງສະຫຼັບກັນ. ແຕ່ວ່າ, ພາຍໃຕ້ການນຳພາຂອງພັກ, ການຄຸ້ມຄອງ, ບໍລິຫານຂອງລັດ, ເຊິ່ງໂດຍກົງແມ່ນຄະນະພັກການທະຫານສູນກາງ, ການນຳກະຊວງປ້ອງກັນປະເທດ ແລະຄະນະພັກ, ຄະນະບັນຊາທຸກຂັ້ນ, ທົ່ວກອງທັບ ໄດ້ສາມັກຄີກັນ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ, ເປັນຈິດໜຶ່ງໃຈດຽວ “ສັດຊື່ບໍລິສຸດ ແລະກະຕັນຍູ”, ມານະພະຍາຍາມສູ້ຊົນ, ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດໜ້າທີ່ສຳເລັດຢ່າງຮອບດ້ານດ້ວຍໝາກຜົນສູງກວ່າປີ 2021, ບາງໜ້າທີ່ແມ່ນສໍາເລັດຢ່າງດີເລີດ, ພົ້ນເດັ່ນແມ່ນ:

ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະທົ່ວກອງທັບ ໄດ້ເປັນເຈົ້າການຄົ້ນຄວ້າ, ຄາດຄະເນ, ຕີລາຄາຖືກສະພາບການ, ເປັນເສນາທິການໃຫ້ພັກ, ລັດ ຢ່າງທັນການເພື່ອມີແຜນນະໂຍບາຍ, ມາດຕະການເໝາະສົມໃນການວາງແຜນນະໂຍບາຍ, ແຜນນະໂຍບາຍຮັບມື; ແກ້ໄຂບັນດາກໍລະນີເກີດຂຶ້ນຢ່າງທັນການ ແລະມີປະສິດທິຜົນ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ໂດຍບັງເອີນ, ປົກປັກຮັກສາເອກະລາດ, ອະທິປະໄຕ, ທ້ອນໂຮມປະເທດຊາດເປັນເອກະພາບ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດ. ເສີມຂະຫຍາຍບົດບາດຫຼັກແຫຼ່ງແກ່ນສານໃນການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດຕິດພັນກັບທ່າຮົບທົ່ວປວງຊົນປ້ອງກັນຄວາມສະຫງົບ ແລະ “ທ່າຮົບໃນຈິດໃຈປະຊາຊົນ” ໃຫ້ໝັ້ນຄົງເຂັ້ມແຂງ. ຄຸນນະພາບໂດຍລວມ, ກຳລັງແຮງ, ຄວາມຮູ້, ຄວາມສາມາດກຽມພ້ອມສູ້ຮົບຂອງທົ່ວກອງທັບໄດ້ຮັບການຍົກສູງຂຶ້ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ປົກປັກຮັກສາປະເທດຊາດໃນໄລຍະໃໝ່ໃຫ້ນັບມື້ນັບດີກວ່າ.

leftcenterrightdel
ສະຫາຍພົນເອກ ເລືອງເກື່ອງ. ພາບ: ຈູງຮ໊ຽວ

ປະຕິບັດສາມບຸກທະລຸໃຫ້ມີປະສິດທິຜົນຕາມເນື້ອໃນຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກກອງທັບ. ຜັນຂະຫຍາຍຢ່າງຄົບຊຸດ, ເຄັ່ງຄັດບັນດາໜ້າທີ່, ມາດຕະການປະຕິບັດມະຕິສະບັບເລກທີ 05-NQ/TW ຂອງກົມການເມືອງ, ມະຕິສະບັບເລກທີ 230-NQ/QUTW ຂອງຄະນະພັກການທະຫານສູນກາງ ວ່າດ້ວຍການຈັດຕັ້ງກອງທັບປະຊາຊົນຫວຽດນາມ ໄລຍະ 2021-2030 ແລະຊຸມປີຈະມາເຖິງ, ປະຕິບັດຕາມຫົວຂໍ້ ປີິ 2022 “ປີຜັນຂະຫຍາຍແຜນການດັດປັບກຳລັງ”; ຍົກສູງຄຸນນະພາບການຝຶກແອບ, ການສຶກສາ ແລະກໍ່ສ້າງ, ຈັດຕັ້ງການຝຶກຊ້ອມ, ການເສັງ, ການແຂ່ງຂັນກິລາການທະຫານຢູ່ທຸກຂັ້ນໃຫ້ບັນລຸຜົນສຳເລັດ, ມີໝາກຜົນສູງ; ມີຫຼາຍມາດຕະການກໍ່ສ້າງກົມກອງໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”, ປະຕິບັດລະບຽບແບບແຜນ, ວຽກງານປະຕິຮູບບໍລິຫານ, ສ້າງລັດຖະບານເອເລັກໂຕນິກ, ການຫັນເປັນດີຈີຕອນໃນກະຊວງປ້ອງກັນປະເທດ ມີການຫັນປ່ຽນ, ມີຄວາມຄືບໜ້າ. ວຽກງານພາລະທິການ, ເຕັກນິກ, ອຸດສາຫະກຳປ້ອງກັນຊາດ ແລະທຸກດ້ານວຽກງານອື່ນມີບາດກ້າວພັດທະນາໃໝ່. ວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດ ໄດ້ຮັບການຍູ້ແຮງ, ແທດຈິງ, ມີປະສິດທິຜົນ, ສືບຕໍ່ແມ່ນຈຸດພົ້ນເດັ່ນ, ແມ່ນໜຶ່ງໃນບັນດາເສົາຄ້ຳຂອງການທູດພັກ, ການທູດລັດ ແລະການທູດປະຊາຊົນ, ປະກອບສ່ວນປົກປັກຮັກສາປະເທດຊາດ “ແຕ່ຫົວທີ, ແຕ່ໄກ”.

ເອົາໃຈໃສ່ກໍ່ສ້າງອົງຄະນະພັກກອງທັບໃຫ້ໝັ້ນຄົງເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ຄຸນສົມບັດ, ການຈັດຕັ້ງ ແລະພະນັກງານ, ກອງທັບໝັ້ນຄົງເຂັ້ມແຂງດ້ານການເມືອງ; ຮັກສາ ແລະເພີ່ມທະວີການນຳພາຢ່າງເດັດຂາດ, ໂດຍກົງທຸກດ້ານຂອງພັກຕໍ່ກັບກອງທັບປະຊາຊົນຫວຽດນາມ. ບັນດາອົງການ, ກົມກອງມີການປ່ຽນແປງໃໝ່, ປະດິດສ້າງໃນວຽກງານສຶກສາການເມືອງ, ນຳພາແນວຄິດ, ຮັກສາສະໜາມຮົບດ້ານແນວຄິດຂອງພັກ ໃນກອງທັບ. ບັນດາຄະນະພັກ, ອົງການຈັດຕັ້ງພັກ ໄດ້ຊາບຊຶມ ແລະປະຕິບັດບັນດາແຜນນະໂຍບາຍ, ມາດຕະການກ່ຽວກັບການກໍ່ສ້າງ, ປັບປຸງພັກ ແລະລະບົບການເມືອງປອດໃສ, ໝັ້ນຄົງເຂັ້ມແຂງ; ຮັກສາຄຸນທາດ, ຮູບພາບ “ທະຫານລຸງໂຮ່”, ໃນທຸກເງື່ອນໄຂ, ສະພາບການ, ພະນັກງານ, ນັກຮົບທົ່ວກອງທັບ ຍາມໃດກໍ່ຢຶດໝັ້ນ, ສາມັກຄີ, ເອກະພາບ, ແກ້ໄຂຄວາມຫຍຸ້ງຍາກ, ກຽມພ້ອມຮັບ ແລະເຮັດສຳເລັດທຸກໜ້າທີ່ທີ່ໄດ້ຮັບການມອບໝາຍ.

ອາດສາມາດສະຫຼຸບຫຍໍ້ຄືດັ່ງນີ້, ໜຶ່ງໃນບັນດາສາຍເຫດຕົ້ນຕໍຂອງໝາກຜົນດັ່ງກ່າວແມ່ນໂດຍກອງທັບຫວຽດນາມ ໄດ້ສືບທອດ, ເສີມຂະຫຍາຍບັນດາຄຸນຄ່າຄຸນທາດ “ສັດຊື່ບໍລິສຸດ ແລະກະຕັນຍູ” ຂອງ “ທະຫານລຸງໂຮ່”; ສົມກັບຄຳຍ້ອງຍໍຂອງປະທານໂຮ່ຈີມິນ ທີ່ມອບໃຫ້ກອງທັບປະຊາຊົນຫວຽດນາມ: “ກອງທັບປະຊາຊົນຫວຽດນາມ ຈົ່ງຮັກພັກດີ, ກະຕັນຍູຕໍ່ປະຊາຊົນ, ກຽມພ້ອມສູ້ຮົບ ຍອມເສຍສະຫຼະເພື່ອເອກະລາດ, ເສລີພາບຂອງປະເທດຊາດ, ເພື່ອລັດທິສັງຄົມນິຍົມ; ໜ້າທີ່ໃດກໍ່ເຮັດສໍາເລັດ, ຄວາມຫຍຸ້ງຍາກໃດກໍ່ຜ່ານຜ່າ, ສັດຕູໂຕໃດກໍ່ຕີຊະນະ”.

ນັກຂ່າວ: ສະຫາຍ ອາດຈະເວົ້າແຈ້ງກວ່າກ່ຽວກັບບັນດາຈຸດພົ້ນເດັ່ນທີ່ພິສູດໃຫ້ເຫັນການເສີມຂະຫຍາຍຄຸນທາດ “ສັດຊື່ບໍລິສຸດ ແລະກະຕັນຍູ” ຂອງກອງທັບປະຊາຊົນຫວຽດນາມ ໃນໄລຍະຜ່ານມາ?

ສະຫາຍພົນເອກ ເລືອງເກື່ອງ: ພະຍານຫຼັກຖານຈະແຈ້ງທີ່ສຸດແມ່ນ, ຄະນະພັກການທະຫານສູນກາງ, ຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນໃນທົ່ວກອງທັບ ຍາມໃດກໍ່ຈົ່ງຮັກພັກດີ, ຢຶດໝັ້ນ ແລະໝູນໃຊ້ລັດທິມາກ-ເລນິນ, ແນວຄິດ ໂຮ່ຈີມິນ, ມະຕິ, ຄຳສັ່ງ, ຂໍ້ກຳນົດຂອງພັກເຂົ້າໃນພຶດຕິກຳຕົວຈິງຂອງອົງການ, ກົມກອງ ຢ່າງປະດິດສ້າງ. ເປັນເຈົ້າການ, ຕັ້ງໜ້າ, ໄປນຳໜ້າໃນການປົກປ້ອງພື້ນຖານແນວຄິດຂອງພັກ, ຕໍ່ສູ້ກັບບັນດາຖ້ອຍທຳນອງຜິດພາດ, ເຮັດໃຫ້ທຸກກົນອຸບາຍ, ເລລ່ຽມ “ຫັນປ່ຽນໂດຍສັນຕິ”, “ຜັນແປດ້ວຍຕົນເອງ”, “ຜັນປ່ຽນດ້ວຍຕົນເອງ” ປະລາໄຊ; ມີຫຼາຍມາດຕະການສໍາຄັນເພື່ອເສີມຂະຫຍາຍຄຸນທາດ “ທະຫານລຸງໂຮ່”, ພ້ອມທັງເດັດດ່ຽວຕ້ານທຸກປະກົດການຂອງລັດທິສ່ວນຕົວ, ຮັກສາສະໜາມຮົບດ້ານແນວຄິດຂອງພັກ ໃນທົ່ວກອງທັບ ໄວ້ໄດ້.

ຄຸນທາດ “ສັດຊື່ບໍລິສຸດ ແລະກະຕັນຍູ” ຍາມໃດກໍ່ເປັນປະໂຫຍດປະກາຍແສງຢູ່ທຸກທີ່ທຸກເວລາ, ທຸກຂົງເຂດ. ໃນທຸກກໍລະນີທີ່ຫຍຸ້ງຍາກລຳບາກ, ອັນຕະລາຍ, ພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ມີໜ້າຢ່າງທັນການ, ຄຽງບ່າຄຽງໄຫຼ່ພ້ອມກັບປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ, ອັນຕະລາຍ, ຕໍ່ສູ້ຕ້ານກັບໄພທຳມະຊາດ, ໂລກລະບາດ... ພິເສດ, ດ້ວຍຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ”, ກອງທັບ ໄດ້ລະດົມທະຫານ, ທະຫານລາດປ້ອງກັນຕົວຕະລຸມບອນຢູ່ດ່ານໜ້າເພື່ອປ້ອງກັນໂລກລະບາດ, ປະກອບສ່ວນພ້ອມກັບທຸກຂັ້ນ, ທຸກຂະແໜງການ ແລະທົ່ວສັງຄົມ ຄວບຄຸມ ແລະຍູ້ໂລກລະບາດໃຫ້ຖອຍໄປ; ສະແດງອອກໃຫ້ເຫັນຢ່າງຈະແຈ້ງ, ຍິ່ງປະສົບຄວາມຫຍຸ້ງຍາກ, ລຳບາກກາກກຳ, ອັນຕະລາຍເທົ່າໃດນັ້ນ, ຄຸນທາດອັນສູງສົ່ງຂອງ “ທະຫານລຸງໂຮ່” ຍິ່ງປະກາຍແສງ. ຜ່ານນັ້ນຢັ້ງຢືນວ່າ ກອງທັບປະຊາຊົນຫວຽດນາມ ບໍ່ພຽງແຕ່ເປັນວິລະຊົນໃນການຕໍ່ສູ້ ເທົ່ານັ້ນ ຫາກຍັງເປັນວິລະຊົນໃນການທຳການຜະລິດ, ເປັນແບບຢ່າງໃນການດຳລົງຊີວິດ ແລະປະຕິບັດງານອີກດ້ວຍ.

leftcenterrightdel
ເວລາພັກຜ່ອນຢູ່ສະໜາມຝຶກແອບຂອງນັກຮົບກອງພົນນ້ອຍ 297, ທະຫານເຂດ 2. ພາບ: ຝູ໊ເຊີນ

ທົ່ວກອງທັບ, ພິເສດແມ່ນບັນດາແມ່ທັບ, ຄະນະເສດຖະກິດ-ປ້ອງກັນຊາດ ປະຕິບັດໜ້າທີ່ໃນບັນດາບໍລິເວນຍຸດທະສາດໄດ້ເສີມຂະຫຍາຍພາລະບົດບາດ “ກອງທະຫານປະຕິບັດງານ”, “ກອງທະຫານອອກແຮງງານທຳການຜະລິດ”, ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ຕິດພັນກັບທ່າຮົບທົ່ວປວງຊົນປ້ອງກັນຄວາມສະຫງົບຢ່າງໝັ້ນຄົງເຂັ້ມແຂງ, ກວ້າງຂວາງ, ໂດຍສະເພາະແມ່ນບັນດາບໍລິເວນຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ທະເລ, ໝູ່ເກາະ. ບັນດາວິສາຫະກິດກອງທັບ ມີການປະກອບສ່ວນສຳຄັນເຂົ້າໃນການຮັບປະກັນການປ້ອງກັນຊາດ, ພັດທະນາເສດຖະກິດ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ.

ຕັ້ງໜ້າໂຄສະນາ, ຂົນຂວາຍປະຊາຊົນປະຕິບັດຕາມແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ; ເຂົ້າຮ່ວມກໍ່ສ້າງລະບົບຮາກຖານການເມືອງໃຫ້ໝັ້ນຄົງເຂັ້ມແຂງ, ພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່. ປະຕິບັດນະໂຍບາຍແນວຫຼັງກອງທັບ ແລະຂະບວນການ “ຕອບບຸນແທນຄຸນ”...ໄດ້ເປັນຢ່າງດີ; ປະກອບສ່ວນເພີ່ມທະວີການພົວພັນສະໜິດແໜ້ນລະຫວ່າງທະຫານ ແລະປະຊາຊົນ.

ນັກຂ່າວ: ຕາມສະຫາຍ, ອັນໃດແມ່ນບົດຮຽນສຳຄັນຊ່ວຍໃຫ້ກອງທັບເຮົາ ຮູ້ວິທີຮັກສາ, ເສີມຂະຫຍາຍຄຸນທາດ “ສັດຊື່ບໍລິສຸດ ແລະກະຕັນຍູ”?

ສະຫາຍພົນເອກ ເລືອງເກື່ອງ: ຄຸນທາດ “ສັດຊື່ບໍລິສຸດ ແລະກະຕັນຍູ” ຂອງກອງທັບ ໄດ້ກຳເນີດ, ເພີ່ມພູນຄູນສ້າງ ແລະພັດທະນາ, ປັບປຸງຜ່ານວິວັດທະນາການສຶກສາ, ຝຶກຝົນຫຼໍ່ຫຼອມ, ປະຕິບັດໜ້າທີ່ປະຕິວັດ ເຊິ່ງພັກ, ລັດ, ປະຊາຊົນມອບໝາຍໃຫ້; ໄດ້ສືບທອດຜ່ານພະນັກງານ, ນັກຮົບຮຸ່ນຕ່າງໆ; ພ້ອມທັງແມ່ນຄຸນຄ່າມະນຸດສະທຳ, ມູນເຊື້ອອັນດີງາມຂອງຊາດຫວຽດນາມ, ໄດ້ສະສົມໃນບຸກຄະລິກກະພາບຂອງພົນທະຫານ ກອງທັບປະຊາຊົນຫວຽດນາມ ແຕ່ລະຄົນ. ບົດຮຽນສຳຄັນທີ່ຊ່ວຍໃຫ້ກອງທັບເຮົາ ຮູ້ວິທີິຮັກສາ, ເສີມຂະຫຍາຍຄຸນທາດ “ສັດຊື່ບໍລິສຸດ ແລະກະຕັນຍູ”, ນັ້ນແມ່ນ:

ຍາມໃດກໍ່ຮັກສາ ແລະເພີ່ມທະວີການນຳພາຢ່າງເດັດດ່ຽວ, ໂດຍກົງກ່ຽວກັບທຸກດ້ານຂອງພັກ, ການຄຸ້ມຄອງລວມສູນ, ເປັນເອກະພາບຂອງລັດຕໍ່ກັບກອງທັບ ແລະພາລະກິດປ້ອງກັນຊາດ. ໃນສະພາບການໃດກໍ່ຕາມ, ກອງທັບ ກໍ່ໄດ້ຮັກສາການກຳນົດທິດດ້ານການເມືອງ, ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ຕໍ່ລັດ ແລະປະຊາຊົນຢ່າງເດັດຂາດ, ເຮັດສຳເລັດທຸກໜ້າທີ່ທີ່ໄດ້ຮອບການມອບໝາຍຢ່າງມີໄຊ.

leftcenterrightdel
ກິດຈະກໍາໃຫ້ກໍາລັງໃຈຢູ່ສະໜາມຝຶກຊ້ອມ ທີ່ກອງພົນນ້ອຍ 297, ທະຫານເຂດ 2. ພາບ: ຝູເຊີນ.

ເປັນເຈົ້າການກຳແໜ້ນສະພາບການ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ; ຍາມໃດກໍ່ຢຶດໝັ້ນກຕໍ່ຍຸດທະສາດ, ມີໄຫວພິບ, ມີຫົວຄິດປະດິດສ້າງກ່ຽວກັບຍຸດທະສາດ. ຕໍ່ໜ້າກໍລະນີສັບສົນ, ສະດຸ້ງໄວດ້ານການທະຫານ, ການປ້ອງກັນຊາດ ຕ້ອງມີຄຸນທາດໝັ້ນແກ່ນ, ເສີມຂະຫຍາຍສະຕິປັນຍາລວມໝູ່ເຫັນດີເປັນເອກະພາບຕໍ່ຂໍ້ສັງເກດ, ການຕີລາຄາ, ສະເໜີວິທີການແກ້ໄຂຢ່າງຄ່ອງແຄ້ວ, ເໝາະສົມ, ທັງຮັກສາໄດ້ການພົວພັນ, ທັງປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອສ້າງສາ ແລະພັດທະນາປະເທດຊາດ.

ຕັ້ງໜ້າປ່ຽນແປງໃໝ່ແບບແຜນດຳລົງຊີວິດ, ວິທີການຊີ້ນຳ, ນຳພາ, ບໍລິຫານດ້ວຍຈິດໃຈສາມັກຄີ, ປະຊາທິໄຕ, ຮັກສາລະບຽບກົດໝາຍ, ມີຄວາມຮັບຜິດຊອບ, ມີຈຸດສຸມຈຸດໃຈກາງ. ລະດົມ, ນຳໃຊ້ບັນດາແຫຼ່ງກຳລັງໃຫ້ມີປະສິດທິຜົນ ແລະເສີມຂະຫຍາຍກຳລັງແຮງສັງລວມໃນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ. ເພີ່ມທະວີການພົວພັນສາມັກຄີລະຫວ່າງກອງທັບ ແລະປະຊາຊົນ; ຮັກສາ, ເສີມຂະຫຍາຍຄຸນທາດ, ມູນເຊື້ອ “ທະຫານລຸງໂຮ່”, ປະຕິບັດພາລະບົດບາດ “ກອງທະຫານສູ້ຮົບ, ກອງທະຫານປະຕິບດງານ, ກອງທະຫານອອກແຮງງານທຳການຜະລິດ”.

ຖືເປັນສຳຄັນການກໍ່ສ້າງອົງຄະນະພັກກອງທັບ, ບັນດາຄະນະພັກ, ອົງການຈັດຕັ້ງພັກປອດໃສ, ໝັ້ນຄົງເຂັ້ມແຂງດີເດັ່ນ; ຜັນຂະຫຍາຍການປະຕິບັດບັນດາມະຕິ, ຄຳສັ່ງ, ຂໍ້ສະຫຼຸບ, ກົດລະບຽບ, ຂໍ້ກຳນົດຂອງສູນກາງໃຫ້ປະກົດຜົນເປັນຈິງ ແລະມີປະສິດທິຜົນ, ຄະນະພັກການທະຫານສູນກາງ ກ່ຽວກັບວຽກງານກໍ່ສ້າງພັກ; ຍູ້ແຮງການຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດຂອງປະທານ ໂຮ່ຈີມິນ. ເສີມຂະຫຍາຍບົດບາດເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ. ໂດຍສະເພາະແມ່ນພະນັກງານຫຼັກແຫຼ່ງທຸກຂັ້ນຕາມທິດ “ຂັ້ນເທິງເປັນແບບຢ່າງ, ຂັ້ນລຸ່ມຕັ້ງໜ້າປະຕິບັດຕາມ”, ຖືເປັນສໍາຄັນວຽກງານກວດກາ, ຕິດຕາມກວດກາ, ດໍາເນີນການລົງວິໄນພັກ. ເອົາໃຈໃສ່ຊີວິດການເປັນຢູ່ດ້ານວັດຖຸ, ຈິດໃຈ ແລະຄວາມກ້າວໜ້າ, ເຕີບໃຫຍ່ຂະຫຍາຍຕົວຂອງພະນັກງານ, ນັກຮົບ.

ນັກຂ່າວ: ເພື່ອສືບຕໍ່ຮັກສາ, ເສີມຂະຫຍາຍຄຸນທາດ “ສັດຊື່ບໍລິສຸດ ແລະກະຕັນຍູ” ໃນເງື່ອນໄຂໃໝ່, ໄລຍະຈະມາເຖິງ, ກອງທັບຕ້ອງປະຕິບັດບັນດາໜ້າທີ່, ມາດຕະການຕົ້ນຕໍໃດແດ່, ຂໍຮຽນສະຫາຍ?

ສະຫາຍພົນເອກ ເລືອງເກື່ອງ: ປີ 2023 ແລະຊຸມປີຈະມາເຖິງ, ສະຖານະການໂລກ, ພາກພື້ນ ຄາດຄະເນໄດ້ຍາກ ຈະມີການຜັນແປສັບສົນ,  ເຕັມໄປດ້ວຍຫຼາຍປັດໄຈທີ່ຂາດສະຖຽນລະພາບ. ຄຽງຂ້າງບັນດາຄວາມສະດວກແມ່ນພື້ນຖານ, ປະເທດ ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ; ບັນດາອິດທິກຳລັງປໍລະປັກ, ພວກປະຕິການເພີ່ມທະວີການມ້າງເພທຳລາຍນັບມື້ນັບຂ້ຽວຂາດກວ່າ; ບັນດາສິ່ງທ້າທາຍຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ, ໄພທຳມະຊາດ, ໂລກລະບາດ... ຜັນແປຜິດປົກກະຕິ. ພ້ອມກັນນັ້ນ, ກອງທັບ ສືບຕໍ່ປະຕິບັດການປັບປຸງກ້ອນກຳລັງ ກໍ່ຄື ວາງອອກບັນດາຄວາມຮຽກຮ້ອງຕ້ອງການໃໝ່່ກ່ຽວກັບວຽກງານແນວຄິດ, ການຈັດຕັ້ງ, ນະໂຍບາຍ. ເພາະສະນັ້ນ, ເພື່ອຮັກສາ, ເສີມຂະຫຍາຍຄຸນທາດ “ສັດຊື່ບໍລິສຸດ ແລະກະຕັນຍູ”, ກອງທັ ບຕ້ອງສຸມໃສ່ປະຕິບັດບັນດາເນື້ອໃນຕົ້ນຕໍດັ່ງລຸ່ມນີ້:

ເປັນເຈົ້າການ, ຄ່ອງແຄ້ວວ່ອງໄວ, ຍົກສູງກຳລັງຄວາມສາມາດໃນການຄົ້ນຄວ້າ, ຄາດຄະເນ, ປະຕິບັດພາລະບົດບາດເປັນເສນາທິການຍຸດທະສາດກັບພັກ, ລັດ ກ່ຽວກັບ ການທະຫານ, ການປ້ອງກັນຊາດ; ມີແຜນນະໂຍບາຍຮັບມືແກ້ໄຂບັນດາກໍລະນີຢ່າງທັນການ, ມີປະສິດທິຜົນ; ຂ້ຽວຂາດ, ຢຶດໝັ້ນປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ປົກປ້ອງພັກ, ລັດ, ປະຊາຊົນ ແລະລະບອບສັງຄົມນິຍົມ.

ທົ່ວກອງທັບສືບຕໍ່ຊາບຊຶມການປະຕິບັດແນວທາງທົ່ວປວງຊົນປ້ອງກັນຊາດ, ສົງຄາມປະຊາຊົນ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່ຢ່າງເລິກເຊິ່ງ. ສົມທົບກັບຄະນະ, ກະຊວງ, ຂະແໜງການສູນກາງ ແລະທ້ອງຖິ່ນ, ເສີມຂະຫຍາຍກຳລັງແຮງຂອງທົ່ວລະບົບການເມືອງ ແລະທົ່ວປວງຊົນ ໃນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ, ກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດຢ່າງໝັ້ນຄົງເຂັ້ມແຂງ, ທ່າຮົບທົ່ວປວງຊົນປ້ອງກັນຊາດຕິດພັນກັບທ່າຮົບທົ່ວປວງຊົນປ້ອງກັນຄວາມສະຫງົບຢ່າງໝັ້ນແກ່ນ. ສົມທົບກັບບັນດາກຳລັງຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ຮັບປະກັນຄວາມປອດໄພຂອງເຫດການການເມືອງສຳຄັນຂອງປະເທດ. ເປັນເຈົ້າການຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານຢ່າງມີປະສິດທິຜົນ; ເຮັດສຳເລັດໜ້າທີ່ “ສູ້ຮົບຂອງກອງທັບໃນໄລຍະສັນຕິພາບ” ຢ່່າງດີເລີດ.

leftcenterrightdel
ເວລາອ່ານໜັງສືພິມຂອງພະນັກງານ, ນັກຮົບກຳປັ່ນໝາຍເລກ 8004, ຕຳຫຼວດທະເລເຂດ 1. ພາບ: ຝູ໊ເຊີນ

ຍົກສູງຄຸນນະພາບສັງລວມ, ກຳລັງແຮງສູ້ຮົບຂອງກອງທັບ; ຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ຄຸ້ມຄອງເຂດນ່ານຟ້າ, ນ່ານທະເລ, ຊາຍແດນ, ພາຍໃນປະເທດ, ເຄືອຂ່າຍອິນເຕີແນັດ. ສືບຕໍ່ປະຕິບັດສາມບຸກທະລຸ: ປັບປຸງກຳລັງຕາມທິດກະທັດຮັດ, ເຂັ້ມແຂງ; ຍົກສູງຄຸນນະພາບການຝຶກແອບ, ການສຶກສາ ແລະກໍ່ສ້າງ; ສ້າງການຫັນປ່ຽນກ່ຽວກັບການກໍ່ສ້າງລະບຽບຫຼວງ, ປະຕິບັດຕາມລະບຽບກົດໝາຍ ແລະການປະຕິຮູບການບໍລິຫານດ້ານການທະຫານ.

ເອົາໃຈໃສ່ກໍ່ສ້າງອົງຄະນະພັກກອງທັບ, ຄະນະພັກ, ອົງການຈັດຕັ້ງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ດີເດັ່ນ, ເປັນແບບຢ່າງນຳໜ້າໃນການກໍ່ສ້າງ, ປັບປຸງພັກ ແລະລະບົບການເມືອງ, ກອງທັບໝັ້ນຄົງເຂັ້ມແຂງດ້ານການເມືອງ; ຮັກສາ ແລະເພີ່ມທະວີການນຳພາຢ່າງເດັດຂາດ, ໂດຍກົງກ່ຽວກັບທຸກດ້ານຂອງພັກຕໍ່ກັບກອງທັບ. ພະນັກງານ, ນັກຮົບຍາມໃດກໍ່ຢຶດໝັ້ນຕໍ່ເປົ້າໝາຍ, ອຸດົມການສູ້ຮົບ; ຮັກສາ, ເສີມຂະຫຍາຍຄຸນທາດການປະຕິວັດ, ຄຸນທາດ “ສັດຊື່ບໍລິສຸດ ແລະກະຕັນຍູ”, ເຮັດສໍາເລັດໜ້າທີ່ທີ່ໄດ້ຮັບການມອບໝາຍຢ່າງມີໄຊ.

ນັກຂ່າວ: ເນື່ອງໃນໂອກາດບຸນປີໃໝ່, ສະຫາຍ ຢາກແບ່ງປັນຫຍັງແດ່ກັບພະນັກງານ, ນັກຮົບທົ່ວກອງທັບ?

ສະຫາຍພົນເອກ ເລືອງເກື່ອງ: ກອງທັບປະຊາຊົນຫວຽດນາມ ໄດ້, ພວມ ແລະຈະເປັນກອງທັບປະຕິວັດ, ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ລັດ, ປະຊາຊົນ ແລະພາລະກິດສ້າງສາລັດທິສັງຄົມນິຍົມຢ່າງເດັດຂາດ. ໃນສະພາບການໃດກໍ່ຕາມ, ກອງທັບປະຊາຊົນຫວຽດນາມ ຈະຮັກສາ ແລະຍົກສູງຄຸນທາດຂອງກອງທັບປະຕິວັດ, ສົມເປັນກຳລັງການເມືອງ, ກຳລັງສູ້ຮົບທີ່ມີຄວາມຈົ່ງຮັກພັກດີ, ໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະປະຊາຊົນ; ພ້ອມທັງແມ່ນກອງທະຫານ ທີ່ມີຈິດໃຈສາກົນອັນສູງສົ່ງ, ປອດໃສ.

ເພື່ອຕ້ອນຮັບລະດູບານໃໝ່, ໝັ້ນໝາຍວ່າ ຈະມີຫຼາຍຜົນສຳເລັດ, ຮຽກຮ້ອງໃຫ້ພະນັກງານ, ນັກຮົບແຕ່ລະຄົນຕ້ອງອອກແຮງເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງກອງທັບ, ຕັດສິນໃຈແຂ່ງຂັນສູງສຸດ, ປະຕິບັດທຸກໜ້າທີ່ຢ່າງມີໄຊ, ດ້ວຍໝາກຜົນນັບມື້ສູງກວ່າ, ປະກອບສ່ວນຕັ້ງໜ້າເຂົ້າໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສົບກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ປະເທດຊາດ ແລະປະຊາຊົນ.

ພະນັກງານ, ນັກຮົບແຕ່ລະຄົນຕ້ອງຈື່ຈຳໄວ້ວ່າ: ຜ່່ານສົງຄາມຕ່າງໆ, ຮຸ່ນພໍ່ຮຸ່ນອ້າຍໄດ້ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນຢ່າງສຸດຈິດສຸດໃຈ; ໄດ້ສູ້ຮົບຢ່າງອາດຫານ, "ຍອມເສຍສະຫຼະເພື່ອປະຊາຊົນ" ສ້າງຄຸນທາດ “ສັດຊື່ບໍລິສຸດ ແລະກະຕັນຍູ” ຂອງກອງທັບປະຊາຊົນຫວຽດນາມ ວິລະຊົນ. ສືບທອດມູນເຊື້ອ, ຄວາມຮັບຜິດຊອບ, ພັນທະອັນສູງສົ່ງດັ່ງກ່າວ, ໃນຍຸກແຫ່ງສັນຕິພາບ, ພະນັກງານ, ນັກຮົບກອງທັບ ຍິ່ງຕ້ອງສູ້ຊົນເຮັດສຳເລັດພັນທະໜ້າທີ່ຂອງ “ກອງທະຫານສູ້ຮົບ”, “ກອງທະຫານປະຕິບັດງານ”, “ກອງທະຫານອອກແຮງງານທຳການຜະລິດ”.

ຕ້ອນຮັບປີໃໝ່, ຂ້າພະເຈົ້າ ຂໍສົ່ງຄຳຢ້ຽມຢາມຖາມຂ່າວ ແລະອວຍພອນໄຊອັນປະເສີດທີ່ສຸດມາຍັງພະນັກງານ, ນັກຮົບໃນທົ່ວກອງທັບ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄຸນທາດອັນດີງາມ ແລະມູນເຊື້ອອັນສະຫງ່າລາສີ, ກອງທັບປະຊາຊົນຫວຽດນາມ ຈະສືບຕໍ່ຍາດໄດ້ຫຼາຍວິລະກຳ, ຜົນງານໃໝ່, ປະກອບສ່ວນເຂົ້າໃນພາບະກິດສ້າງສາ ແລະປົກປັກຮັກສາປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ແສນຮັກແພງຂອງພວກເຮົາ.

ນັກຂ່າວ: ຂໍຂອບໃຈ!

ໜັງສືພິມກອງທັບປະຊາຊົນຫວຽດນາມ