leftcenterrightdel
ຜູ້ຕາງໜ້າອົງການ, ກົມກອງ, ທ້ອງຖິ່ນແຂວງແຄ໋ງຮວ່າ, ກອງບັນຊາການທະຫານເຮືອເຂດ 4  ຕ້ອນຮັບກອງກໍາປັ່ນ, ແມ່ທັບເຮືອປາຊີຟິກ, ທະຫານເຮືອສະຫະພັນລັດເຊຍ. ພາບ: qdnd.vn

ໃນລະຫວ່າງວັນທີ 25-28 ມິຖຸນາ, ກອງກຳປັ່ນຂອງແມ່ທັບເຮືອປາຊີຟິກ, ທະຫານເຮືອສະຫະພັນລັດເຊຍ ລວມມີກຳປັ່ນຮົບ "ຈອມພົນ Shaposhnikov", ກໍາປັ່ນປ້ອງກັນ "Gremyshiy" ແລະກຳປັ່ນບັນທຸກນ້ຳມັນຂະໜາດກາງ "Pechenga" ໂດຍທ່ານພັນເອກທະຫານເຮືອ Anciferov Alexey Vitalievich  ບັນຊາໄດ້ເຂົ້າທຽບທ່າກໍາປັ່ນສາກົນກາມແຣງ ເພື່ອຢ້ຽມຢາມແຂວງແຄ໋ງຮວ່າ.

ກຸ່ມຜູ້ບັນຊາການກອງກໍາປັ່ນໄດ້ວາງພວງມາລາທີ່ອະນຸສາວະລີພົນທະຫານໂຊວຽດ, ສະຫະພັນລັດເຊຍ ແລະຫວຽດນາມ ທີ່ເສຍສະຫຼະຊີວິດ ເພື່ອສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ; ເຂົ້າຢ້ຽມຂໍ່ານັບການນຳຄະນະກໍາມະການປະຊາຊົນແຂວງແຄ໋ງຮວ່າ ແລະກອງບັນຊາການທະຫານເຮືອເຂດ 4. ນອກຈາກນັ້ນ, ນາຍທະຫານ, ລູກເຮືອລັດເຊຍ ຍັງໄດ້ພົບປະແລກປ່ຽນກິລາກັບພະນັກງານ, ນັກຮົບທະຫານເຮືອເຂດ 4 ແລະຢ້ຽມຢາມປູຊະນີຍະສະຖານປະຫວັດສາດວັດທະນະທຳຈຳນວນໜຶ່ງຢູ່ນະຄອນຍາຈາງ.

ໂດຍ: ທະນາພອນ