leftcenterrightdel
ຄະນະປະຕິບັດງານ ອວຍພອນປີໃໝ່ພະນັກງານ, ຜູ້ອອກແຮງງານຢູ່ບໍລິສັດໃຫຍ່ເຕິນກ໋າງໄຊ່ງ່ອນ. ພາບ: ຈູງກຽນ.

ທີ່ບັນດາກົມກອງ, ທ່ານພົນໂທ ຫວໍມິງເລືອງ ໄດ້ກໍາແໜ້ນສະພາບການປະຕິບັດໜ້າທີ່ ແລະວຽກງານກະກຽມຕ້ອນຮັບບຸນປີໃໝ່ປະຈໍາຊາດ 2022, ຕີລາຄາສູງ, ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມ, ຕັດສິນໃຈແຂ່ງຂັນປະຕິບັດສໍາເລັດໜ້າທີ່ການເມືອງໃນສະພາບພະຍາດໂຄວິດ-19 ແຜ່ລະບາດ. ຄຽງຂ້າງການປະຕິບັດວຽກງານທຸກດ້ານເປັນຢ່າງດີ, ບັນດາກົມກອງໄດ້ຮັບປະກັນຄວາມປອດໄພໃນສະພາບທີ່ພະຍາດໂຄວິດ-19 ພວມຜັນແປຢ່າງສັບສົນ, ເປັນເຈົ້າການ, ປະດິດຄິດສ້າງປະຕິບັດບັນດາໂຄງການໜູນຊ່ວຍອໍານາດການປົກຄອງ ແລະປະຊາຊົນໃນການປ້ອງກັນ ແລະຕ້ານພະຍາດໂຄວິດ-19, ຮັບປະກັນຊີວິດສັງຄົມ.

ມຸ່ງໄປເຖິງບຸນປີໃໝ່ປະຈໍາຊາດ 2022, ທ່ານພົນໂທ ຫວໍມິງເລືອງ ຮຽກຮ້ອງໃຫ້ບັນດາກົມກອງ ຄວນສຸມໃສ່ການເຄື່ອນໄຫວຕ້ອນຮັບບຸນເຕັດທີ່ກົມກອງ ໃຫ້ຮັບປະກັນຄວາມປອດໄພ, ມີຄວາມເບີກບານມ່ວນຊື່ນ, ປະຢັດ, ຮັບປະກັນການກຽມພ້ອມສູ້ຮົບສູງ.

leftcenterrightdel
ທ່ານພົນໂທ ຫວໍມິງເລືອງ ມອບຂອງຂວັນ, ອວຍພອນປີໃໝ່ຢູ່ກອງບັນຊາການທະຫານແຂວງບ່າເຣ້ຍ-ຫວູ໊ງເຕົ່າ. ພາບ: ຈູງກຽນ.

ໃນການປະຕິບັດງານ, ທ່ານພົນໂທ ຫວໍມິງເລືອງ ໄດ້ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ມອບຂອງຂວັນ, ອວຍພອນປີໃໝ່ພະນັກງານ, ນັກຮົບຢູ່ບັນດາກົມກອງ, ມອບເຂົ້າສານ 30 ໂຕນ ເພື່ອໜູນຊ່ວຍພະນັກງານ, ນັກຮົບທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວທຸກຍາກ, ຄອບຄົວນະໂຍບາຍໃນບໍລິເວນແຂວງບ່າເຣ້ຍ-ຫວູ໊ງເຕົ່າ.

ໂດຍ: ທູຈາງ