ມີບາງຄົນໄດ້ອ້າງຕົນເອງວ່າແມ່ນຜູ້ “ຮັກຊາດ” ຫຼືເອີ້ນວ່າ “ນັກຊ່ຽວຊານການເມືອງທາງອອນລາຍ”, ໄດ້ກ່າວວ່າການເຄື່ອນໄຫວທາງການທູດ ຂອງຫວຽດນາມ ນັບແຕ່ດົນນານມາແລ້ວແມ່ນຂຶ້ນກັບບັນດາປະເທດມະຫາອຳນາດ.

ພາຍຫຼັງຫວຽດນາມ ຕ້ອນຮັບການນຳບັນດາປະເທດໃຫຍ່ ແລະພັດທະນາຢູ່ຮ່າໂນ້ຍ ແຕ່ລະຄັ້ງ, ກຸ່ມຄົນດັ່ງກ່າວເຄີຍກະເພືຂ່າວວ່າ ນີ້ແມ່ນແຜນການແກ່ດຶງພັກພວກ, ສ້າງພັນທະມິດກັບບັນດາປະເທດມີຄວາມສາມາດບົ່ມຊ້ອນດ້ານເສດຖະກິດ, ການທະຫານແຮງເພື່ອຕ້ານປະເທດທີສາມ. ຄວາມຈິງແລ້ວນີ້ແມ່ນບັນດາຖ້ອຍທໍານອງເພື່ອແນໃສ່ກໍ່ກວນຍຸແຍ່ຄວາມອາຄາດບາດໝາງ, ເພື່ອແບ່ງແຍກການພົວພັນທີ່ດີ, ພວມໃນທ່າພັດທະນາຂອງຫວຽດນາມ ກັບບັນດາປະເທດ ແລະປະຊາຄົມສາກົນ; ພ້ອມທັງເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ ໃນສະຖານະການໂລກາພິວັດ ແລະເຊື່ອມໂຍງເຂົ້າກັບສາກົນໃນປະຈຸບັນຖືກຫຼຸດລົງ.

leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດຫວຽດນາມ ເປັນປະທານກອງປະຊຸມປຶກສາຫາລືເປີດຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ພາບ: UN.

ເອກະລາດ, ເປັນເຈົ້າຕົນເອງແມ່ນບົດຮຽນອັນລ້ຳຄ່າທີ່ຖອດຖອນມາໄດ້ຈາກສົງຄາມສອງຄັ້ງເພື່ອຍາດເອົາເອກະລາດ, ປົດປ່ອຍຊາດໃນເມື່ອກ່ອນ ແລະໄດ້ສະແດງອອກໃນທັດສະນະ, ແນວທາງພົວພັນຕ່າງປະເທດຂອງພັກ ແລະລັດຫວຽດນາມ ໃນປະຈຸບັນ. ເມື່ອເວົ້າເຖິງການພົວພັນກັບສາກົນ, ປະທານໂຮ່ຈີມິນ ເຄີຍລວບລວມວ່າ “ເພິ່ງຕົນເອງກຸ້ມຕົນເອງ, ອີງໃສ່ກຳລັງແຮງຂອງຕົນເປັນຕົ້ນຕໍ” ແລະ “ອີງໃສ່ກຳລັງຕົນເອງເພື່ອປົດປ່ອຍຕົນເອງ”. ປະຫວັດແຫ່ງການພັດທະນາຂອງໂລກກໍ່ພິສູດໃຫ້້ເຫັນວ່າມີບາງປະເທດຍ້ອນເອື່ອຍອີງປະເທດອື່ນ, ອະທິປະໄຕ, ແລະສິດຕັດສິນດ້ວຍຕົວເອງຂອງຊາດນັ້ນກໍ່ຖືກເສຍໄປນຳ.

ບັນດາບົດຮຽນທີ່ລ້ຳຄ່ານັ້ນແມ່ນພື້ນຖານເພື່ອໃຫ້ພັກກອມມູນິດຫວຽດນາມ ວາງແນວທາງພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະພັດທະນາ; ຫັນການພົວພັນທາງການທູດເປັນຫຼາຍຮູບ, ຫຼາຍແບບ ແລະຫຼາຍຝ່າຍ; ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງກັບສາກົນ; ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ສະເພາະດ້ານການປ້ອງກັນຊາດ, ປື້ມປົກຂາວປ້ອງກັນຊາດຫວຽດນາມ 2019 ໄດ້ຢັ້ງຢືນທາດແທ້ສັນຕິພາບ ແລະການປ້ອງກັນປົກປັກຮັກສາຂອງ ພື້ນຖານປ້ອງກັນຊາດຫວຽດນາມ ຜ່ານການຊີ້ແຈ້ງທັດສະນະສະເໝີສະເໝີປາຍທີ່ວ່າ: ບໍ່ຮ່ວມສຳພັນດ້ານການທະຫານ, ບໍ່ຮ່ວມກັບປະເທດນີ້ເພື່ອຕ້ານປະເທດອື່ນ; ບໍ່ໃຫ້ຕ່າງປະເທດຕັ້ງທີ່ໝັ້ນດ້ານການທະຫານ ຫຼືນຳໃຊ້ຜືນແຜ່ນດິນຂອງຫວຽດນາມ ເພື່ອຕ້ານປະເທດອື່ນ; ບໍ່ນຳໃຊ້ອາວຸດ ຫຼືນາບຂູ່ນຳໃຊ້ກຳລັງອາວຸດໃນການພົວພັນສາກົນ. ສະນັ້ນ, ໃນການສ້າງ ແລະພັດທະນາການພົວພັນກັບຫວຽດນາມ, ບັນດາປະເທດ, ຄູ່ຮ່ວມມື ແລະປະຊາຄົມສາກົນຕ້ອງເຄົາລົບບັນດາຫຼັກການຈະແຈ້ງນັ້ນ.

ທ່ານ ສຈ. Carlyle Thayer ນັກຊ່ຽວຊານສາກົນທີ່ເຂົ້າໃຈຢ່າງຈະແຈ້ງກ່ຽວກັບສະພາບການຂອງຫວຽດນາມ ແລະພາກພື້ນອາຊີ-ປາຊີຟິກ ໃຫ້ຂໍ້ສັງເກດວ່າ: ເພື່ອປົກປັກຮັກສາພື້ນຖານເອກະລາດ, ບາງເທື່ອຫວຽດນາມ ຕ້ອງປັບປຸງແງ່ມູມໃດໜຶ່ງ, ແຕ່ແນວຄິດສະເໝີຕົ້ນສະເໝີປາຍນັ້ນແມ່ນບໍ່ຂຶ້ນກັບປະເທດໃດ, ບໍ່ຮ່ວມສໍາພັນກັບປະເທດອື່ນເພື່ອຫຼີກລ້ຽງບໍ່ໃຫ້ເປັນສັດຕູຂອງປະເທດອື່ນ.

ໂດຍແມ່ນປະເທດທີ່ມີອະທິປະໄຕດ້ວຍແນວທາງພົວພັນຕ່າງປະເທດຢ່າງຈະແຈ້ງ, ແນ່ນອນວ່າຫວຽດນາມ ບໍ່ຖືກຄອບງຳ ຫຼືຖືກບັງຄັບໃຫ້ເລືອກເອົາພັກພວກຕາມ ຄວາມປາດຖະໜາພຽງລຳພັງຝ່າຍດຽວຂອງປະເທດອື່ນ.

ຄວາມຈິງທີ່ມີຊີວິດຊີວາໃນຊຸມປີມໍ່ໆມານີ້ໄດ້ພິສູດໃຫ້ເຫັນຄວາມຖືກຕ້ອງໃນແນວທາງພົວພັນຕ່າງປະເທດຂອງພັກ ແລະລັດຫວຽດນາມ. ຍ້ອນວ່າເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບແບບ ແລະຫຼາຍຝ່າຍ ແລະບໍ່ຮ່ວມສຳພັນກັບປະເທດນີ້ເພື່ອຕ້ານປະເທດອື່ນ, ພວກເຮົາໄດ້ມີເງື່ອນໄຂສະດວກເພື່ອຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະພັດທະນາ, ເປີດກວ້າງການພົວພັນກັບປະເທດຕ່າງໆ. ໃນໄລຍະມໍ່ໆມານີ້, ດ້ວຍການດຳລົງຕຳແໜ່ງປະທານອາຊຽນ 2020 ແລະສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021, ບົດບາດ, ຖານະທີ່ຕັ້ງ ແລະທັດສະນະຂອງຫວຽດນາມ ໃນປະຊາຄົມສາກົນໄດ້ເພີ່ມຂຶ້ນຢ່າງເຫັນໄດ້ຊັດ. ກ່ຽວກັບດ້ານເສດຖະກິດ, ໃນຂະນະທີ່ພະຍາດໂຄວິດ-19 ແຜ່ລະບາດຢ່າງກວ້າງຂວາງໃນໂລກ, ວົງເງິນການຄ້າສອງຝ່າຍລະຫວ່າງຫວຽດນາມ ກັບປະເທດຕ່າງໆບໍ່ຫຼຸດລົງ ຫາກຍັງເພີ່ມຂຶ້ນອີກດ້ວຍ. ແລະກໍ່ໃນການຕໍ່ສູ້ຕ້ານໂລກລະບາດ, ຕ້ອງຍອມຮັບວ່າ ວັກຊິນຈາກຕ່າງປະເທດມາຫວຽດນາມ ນັ້ນແມ່ນໝາກຜົນແຫ່ງການເຄື່ອນໄຫວທາງການທູດ.

ບັນດາໝາກຜົນດັ່ງກ່າວແມ່ນພື້ນຖານເພື່ອໃຫ້ພັກ ແລະລັດເຮົາວາງອອກຄວາມຮຽກຮ້ອງສູງກວ່າ, ນັ້ນແມ່ນໃນຊຸມປີຈະມາເຖິງສືບຕໍ່ຍົກສູງປະສິດທິຜົນການເຄື່ອນໄຫວທາງການທູດ, ສືບຕໍ່ນຳການພົວພັນຮ່ວມມືເຂົ້າສູ່ລວງເລິກ. ເອກະສານກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ກໍ່ເນັ້ນໜັກເຖິງເລື່ອງເພີ່ມທະວີການພົວພັນສອງຝ່າຍ, ສະຫຼັບຜົນປະໂຫຍດກັບຄູ່ຮ່ວມມືຕ່າງໆກວ່າອີກ. ເພາະວ່າ, ຍູ້ແຮງການພົວພັນກັບປະເທດຕ່າງໆ, ພິເສດແມ່ນບັນດາປະເທດທີ່ມີຜົນປະໂຫຍດຄ້າຍຄືກັບຫວຽດນາມ, ສືບຕໍ່ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ, ແລະຍ້ອນວ່າແງ່ຫວັງພັດທະນາຂອງປະເທດເຮົາຍັງຄົງຕິດພັນຢ່າງສະໜິດແໜ້ນກັບການພົວພັນກັບປະເທດຕ່າງໆ, ທັງຢູ່ໃນພາກພື້ນ ແລະໂລກ.

ເຂົ້າໃຈໄດ້ບັນດາສິ່ງດັ່ງກ່າວ, ຍິ່ງກວ່າເວລາໃດໝົດ, ພົນລະເມືອງຫວຽດນາມ ແຕ່ລະຄົນຕ້ອງສະແດງຄວາມໄວ້ເນື້ອເຊື່ອໃຈ, ການສະໜັບສະໜູນ ແລະຮ່ວມເດີນທາງພ້ອມກັບນະໂຍບາຍພົວພັນຕ່າງປະເທດໃນປະຈຸບັນຂອງປະເທດ. ພ້ອມກັນນັ້ນແມ່ນເດັດດຽວຕ້ອງໄວ້ວາງໃຈບໍ່ເຊື່ອ ແລະຟັງບັນດາຖ້ອຍທຳນອງເສກສັນປັ້ນແຕ່ງຂອງອິດທິກຳລັງທີ່ເປັນປໍລະປັກເພື່ອຫຼີກລ້ຽງບໍ່ໃຫ້ຕົກສູ່ສະພາບ “ທຳລາຍຕົນເອງ”.

ໂດຍ: ສົມເພັດ