leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ພ້ອມດ້ວຍຜູ້ແທນຢ້ຽມຊົມງານວາງສະແດງຮູບພາບຂໍ່ານັບຮັບຕ້ອນງານໂຮມຊຸມນຸມ. ພາບ: ວັນຮ໊ຽວ.

ກ່າວຄໍາເຫັນທີ່ພິທີ, ທ່ານພົນໂທ ຫງວຽນເຕິນເກືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເນັ້ນໜັກວ່າ ໄຊຊະນະ Giron ໄດ້ໃຫ້ກໍາລັງໃຈຕໍ່ຂະບວນການປົດປ່ອຍຊາດ ແລະການຕໍ່ສູ້ຕ້ານຈັກກະພັດຢູ່ພາກພື້ນອາເມລິກາລາຕິນເວົ້າສະເພາະ ແລະໂລກທີສາມເວົ້າລວມ, ປະກອບສ່ວນປົກປັກຮັກສາອໍານາດການປົກຄອງປະຕິວັດໄວ້ໃຫ້ໝັ້ນຄົງ ກໍ່ຄືເປັນຂີດໝາຍບ້າດລ້ຽວຕັດສິນນໍາການປະຕິວັດກູບາ ກ້າວຂຶ້ນສູ່ເສັ້ນທາງກໍ່ສ້າງສັງຄົມນິຍົມ.

ໃນໂອກາດນີ້, ຕາງໜ້າການນໍາກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຫງວຽນເຕິນເກືອງ ໄດ້ຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທ່ົວປະເທດ ຄັ້ງທີ VIII ຂອງພັກກອມມູນິດກູບາ ແລະເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງຄະນະບໍລິຫານງານສູນກາງພັກສະໄໝໃໝ່,  ກູບາ ຈະບັນລຸໄດ້ຜົນງານຫຼາຍກວ່າອີກ.

leftcenterrightdel
ລາຍການສະແດງສິລະປະຂໍ່ານັບຮັບຕ້ອນງານໂຮມຊຸມນຸມ. ພາບ: ວັນຮ໊ຽວ.

ກ່ຽວກັບການພົວພັນສອງຝ່າຍ, ທ່ານພົນໂທ ຫງວຽນເຕິນເກືອງ ຢັ້ງຢືນວ່າ ສາຍພົວພັນສາມັກຄີອ້າຍນ້ອງ ແລະການຮ່ວມມືຮອບດ້ານລະຫວ່າງພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ-ກູບາ ຍາມໃດກໍ່ໄດ້ຮັບຄວາມເຄົາລົບນັບຖື, ເພີ່ມພູນຄູນສ້າງ, ພັດທະນາ ແລະກາຍເປັນສາຍພົວພັນທີ່ເປັນແບບຢ່າງມີລັກສະນະສັນຍາລັກຂອງຍຸກສະໄໝ; ພ້ອມທັງສະແດງຄວາມຂອບອົກຂອບໃຈຕໍ່ຝ່າຍກູບາ ຍາມໃດກໍ່ຄຽງບ່າຄຽງໄຫຼ່ກັບຫວຽດນາມ ໃນການຕໍ່ຕ້ານປົດປ່ອຍຊາດ ກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ.

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ຖ່າຍຮູບເປັນທີ່ລະນຶກພ້ອມກັບຜູ້ແທນທີ່ງານໂຮມຊຸມນຸມ. ພາບ: ວັນຮ໊ຽວ.

ສ່ວນທ່ານພັນເອກ Juan Miguel Garcia Montano, ທີ່ປຶກສາທູດການທະຫານ, ທະຫານເຮືອ ແລະທະຫານອາກາດກູບາ ປະຈໍາຫວຽດນາມ ຢືນຢັນວ່າ ສາຍພົວພັນລະຫວ່າງຫວຽດນາມ-ກູບາ ໄດ້ຮັບການຫຼໍ່ຫຼອມ, ທົດສອບຜ່ານສົງຄາມ, ຜ່ານການຜັນແປ ຂອງປະຫວັດສາດ ແລະການຊຸກຍູ້ສາຍພົວພັນນີ້ແມ່ນພັນທະຕັດສິນຊີ້ຂາດໃນນະໂຍບາຍພົວພັນຕ່າງປະເທດຂອງສອງປະເທດ. ຕາງໜ້າສະຖານທູດກູບາ ປະຈໍາຫວຽດນາມ, ທ່ານພັນເອກ Juan Miguel Garcia Montano ໄດ້ໃຫ້ຄໍາໝັ້ນສັນຍາ ສືບຕໍ່ມີການປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບອັນດີງາມລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ.

ໂດຍ: ທູຈາງ