ການຈັດກອງປະຊຸມແມ່ນເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດທີ່ແທດຈິງລະຫວ່າງບັນດາປະເທດອາຊຽນ, ເສີມຂະຫຍາຍບົດບາດຂອງກະຊວງປ້ອງກັນປະເທດຫວຽດນາມ ໃນຖານະຕຳແໜ່ງປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+) ໃນປີເປັນປະທານອາຊຽນ 2020.

leftcenterrightdel
ທ່ານພົນຕີ ຫວູຈ໊ຽນຖັ໊ງ ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ, ຫົວໜ້າ ADSOM WG ຫວຽດນາມ ເປັນປະທານກອງປະຊຸມ. ພາບ: ຈ້ອງຫາຍ.

ທີ່ກອງປະຊຸມ, ຫົວໜ້າ ADSOM WG ບັນດາປະເທດ ແລະຜູ້ຕາງໜ້າຄະນະເລຂາອາຊຽນ ໄດ້ອັບເດດວິວັດການຮ່ວມມືດ້ານປ້ອງກັນຊາດອາຊຽນ ນັບແຕ່ກອງປະຊຸມທາງໄກ ADSOM WG ໃນເດືອນພຶດສະພາ 2020 ຈົນມາຮອດປະຈຸບັນ; ປຶກສາຫາລືກ່ຽວກັບຮ່າງບັນດາຖະແຫຼງການຮ່ວມຂອງກອງປະຊຸມ ADMM ຄັ້ງທີ 14 ແລະ ADMM+ ຄັ້ງທີ 7 ຄາດຄະເນວ່າຈະຈັດຕັ້ງຜ່ານລະບົບທາງໄກໃນເດືອນທັນວາ ຈະມາເຖິງ. ກອງປະຊຸມກໍ່ປຶກສາຫາລືວຽກງານກະກຽມໃຫ້ແກ່ກອງປະຊຸມທາງໄກ ADSOM ທີ່ຈັດຕັ້ງໃນວັນທີ 17 ພະຈິກ, ກອງປະຊຸມທາງໄກກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນເປີດກວ້າງ (ADSOM+ WG) ໃນວັນທີ 18 ພະຈິກ ແລະກອງປະຊຸມທາງໄກ ADSOM+ ໃນວັນທີ 19 ພະຈິກ.

ໂດຍ: ແສງເດືອນ