ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈຽນ ຊົມເຊີຍທ່ານນາງ Veerle Nouwens ທີ່ໄດ້ດຳລົງຕຳແໜ່ງເປັນຜູ້ອຳນວຍການບໍລິຫານ IISS ພາກພື້ນອາຊີ; ຕີລາຄາສູງທີ່ຕັ້ງ, ບົດບາດຂອງ IISS ເວົ້າລວມ ແລະທີ່ຕັ້ງ, ບົດບາດຂອງການເຈລະຈາ Shangri-La ທີ່ຈັດຕັ້ງໂດຍ IISS ພາກພື້ນອາຊີ ເວົ້າສະເພາະ; ຢືນຢັນວ່າ ນີ້ແມ່ນເວທີປາໄສທີ່ມີຄວາມສຳຄັນເພື່ອໃຫ້ນັກວາງແຜນນະໂຍບາຍ ນຳສະເໜີທັດສະນະກ່ຽວກັບບັນດາບັນຫາສາກົນ, ພາກພື້ນທີ່ກຳລັງພົ້ນເດັ່ນຂຶ້ນ ແລະເຮັດໃຫ້ນະໂຍບາຍປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງປະເທດຕົນມີຄວາມໂປ່ງໃສ; ພ້ອມທັງແມ່ນກາລະໂອກາດເພື່ອໃຫ້ການນຳກະຊວງປ້ອງກັນປະເທດ ແລະກອງທັບຂອງບັນດາປະເທດທີ່ມີການພົວພັນສອງຝ່າຍ, ພ້ອມກັນພົບປະ, ແລກປ່ຽນ, ແບ່ງປັນທັດສະນະ, ກໍ່ຄືການພົວພັນກັບບັນດາຄູ່ຮ່ວມມືວິສາຫະກິດ.

leftcenterrightdel
ທ່ານນາງ Veerle Nouwens ມອບຈົດໝາຍເຊີນການນຳກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມການເຈລະຈາ Shangri-La ຄັ້ງທີ 21. ພາບ: ຮ່າເຟືອງ.

ທ່ານພົນໂທ ຮວ່າງຊວນຈຽນ ຫວັງວ່າ ໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດຫວຽດນາມ ຈະໄດ້ຕ້ອນຮັບບັນດາການນໍາ, ນັກຊ່ຽວຊານຄົ້ນຄວ້າຂອງ IISS ມາຢ້ຽມຢາມ ເພື່ອແລກປ່ຽນປະສົບການ, ຊອກຫາຄວາມເປັນໄປໄດ້ໃນການຮ່ວມມື, ຄົ້ນຄວ້າວິຊາການສຶກສາ. ກະຊວງປ້ອງກັນປະເທດຈະສ້າງເງື່ອນໄຂໃຫ້ບັນດາອົງການຄົ້ນຄວ້າທີ່ຂຶ້ນກັບກະຊວງປ້ອງກັນປະເທດ ສືບຕໍ່ຊຸກຍູ້ການຮ່ວມມືກັບ IISS; ຕັ້ງໜ້າສົ່ງຄະນະຜູ້ແທນເຂົ້າຮ່ວມການເຄື່ອນໄຫວທີ່ IISS ພາກພື້ນອາຊີ ຈັດຕັ້ງ.

ສ່ວນທ່ານນາງ Veerle Nouwens ໄດ້ສະແດງຄວາມຂອບໃຈມາຍັງການນໍາກະຊວງປ້ອງກັນປະເທດທີ່ໄດ້ສະຫຼະເວລາໃຫ້ການຕ້ອນຮັບ; ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ຈະປະກອບສ່ວນສ້າງການພົວພັນຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ. ເນື່ອງໃນໂອກາດນີ້, ຕາງໜ້າ IISS, ທ່ານນາງ Veerle Nouwens ໄດ້ມອບຈົດໝາຍເຊີນການນຳກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ການເຈລະຈາ Shangri-La ຄັ້ງທີ 21 ທີ່ຈັດຂຶ້ນຢູ່ ສິງກະໂປ ໃນລະຫວ່າງວັນທີ 31 ພຶດສະພາ – 2 ມິຖຸນາ.

ໂດຍ: ຈາງຫງວຽນ