ກ່າວຄຳເຫັນທີ່ກອງປະຊຸມ, ຕາງໜ້າໜ່ວຍຜູ້ແທນສະພາແຫ່ງຊາດພົບປະກັບຜູ້ມີສິດເລືອກຕັ້ງທີ່ເຂດເລືອກຕັ້ງທີ 5, ແຂວງ ແທງຮ໋ວາ, ທ່ານພົນເອກ ເລືອງເກື່ອງ ໄດ້ຂອບໃຈຄະນະພັກ, ອຳນາດການປົກຄອງ, ບັນດາຄະນະ, ຂະແໜງ, ອົງການຈັດຕັ້ງທ້ອງຖີ່ນໄດ້ສົມທົບກັນກັບຫ້ອງການຄະນະຜູ້ແທນສະພາແຫ່ງຊາດແຂວງ ໄດ້ຈັດຕັ້ງໃຫ້ບັນດາຜູ້ແທນສະພາແຫ່ງຊາດ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ກວານເຊີນ. ທ່ານພົນເອກ ເລືອງເກື່ອງ ຂອບອົກຂອບໃຈບັນດາຄຳຄິດເຫັນດ້ວຍຈິດໃຈປະຊາທິປະໄຕ, ກົງໄປກົງມາ ແລະສຸດຈິດສຸດໃຈຂອງຜູ້ມີສິດເລືອກຕັ້ງ.

leftcenterrightdel
ທ່ານພົນເອກ ເລືອງເກື່ອງ ແລະບັນດາຜູ້ແທນເຂົ້າຮ່ວມການພົບປະກັບຜູ້ມີສິດເລືອກຕັ້ງ. ພາບ: ມິງແມ້ງ.

ທ່ານພົນເອກ ເລືອງເກື່ອງ ຕີລາຄາສູງບັນດາຜົນງານເຊິ່ງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນເມືອງ ກວານເຊີນ ບັນລຸໄດ້ໃນຊຸມເດືອນຕົ້ນປີ 2024. ໃນສະພາບການທີ່ມີຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ພາຍໃຕ້ການຊີ້ນຳນຳພາຢ່າງທັນການ, ຂ້ຽວຂາດ, ຄ່ອງແຄ້ວ ແລະມີຫົວຄິດປະດິດສ້າງຂອງຄະນະພັກເມືອງ, ຄະນະກໍາມະການປະຊາຊົນເມືອງ,  ການເຂົ້າຮ່ວມຂອງທົ່ວລະບົບການເມືອງ, ຄວາມເຫັນດີເຫັນພ້ອມຂອງປະຊາຊົນບັນດາເຜົ່າໃນທົ່ວເມືອງ, ສະພາບເສດຖະກິດ-ສັງຄົມຂອງເມືອງໄດ້ຮັກສາເປັນປົກກະຕິ, ລາຍຮັບງົບປະມານແຫ່ງລັດເກີນແຜນງົບປະມານເຊິ່ງແຂວງໄດ້ມອບໝາຍໃຫ້.

ຕາງໜ້າໃຫ້ບັນດາຜູ້ແທນສະພາແຫ່ງຊາດ, ທ່ານພົນເອກ ເລືອງເກື່ອງ ໄດ້ຊົມເຊີຍ ແລະຮັບເອົາຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງເມືອງ ກວານເຊີນ. ບັນດາບັນຫາທີ່ຜູ້ມີສິດເລືອກຕັ້ງສະເໜີເຊິ່ງຂຶ້ນກັບອໍານາດຂອງທ້ອງຖິ່ນ ແລະຜູ້ຕາງໜ້າການນຳທ້ອງຖີ່ນໄດ້ແລກປ່ຽນ, ເຮັດແຈ້ງແລ້ວ. ສຳລັບບັນດາບັນຫາທີ່ຍັງບໍ່ທັນໄດ້ຮັບຄຳຕອບ, ຄະນະຜູ້ແທນສະພາແຫ່ງຊາດແຂວງ ແທງຮ໋ວາ ຈະສົ່ງເຖິງສະພາແຫ່ງຊາດ, ບັນດາອົງການຂອງລັດທີ່ມີສິດອໍານາດເພື່ອພິຈາລະນາຢ່າງລະອຽດ ແລະແຈ້ງໃຫ້ຜູ້ມີສິດເລືອກຕັ້ງໃນໄລຍະໄວທີ່ສຸດ.

ເນື່ອງໃນໂອກາດນີ້, ທ່ານພົນເອກ ເລືອງເກື່ອງ ໄດ້ມອບຂອງຂວັນ 100 ພູດຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ກວານເຊີນ.

ໂດຍ: ຈາງຫງວຽນ