ເນື້ອໃນໜັງສືທາງການ ຊີ້ແຈ້ງວ່າ: ຮຽກຮ້ອງໃຫ້ບັນດາອົງການ, ກົມກອງ, ເປັນຕົ້ນແມ່ນທະຫານເຂດ 4, ທະຫານເຂດ 5 ຊາບຊຶມ, ປະຕິບັດໂທລະເລກທາງການ ສະບັບເລກທີ 1470/CĐ-TTg ຂອງທ່ານນາຍົກລັດຖະມົນຕີ ຢ່າງເຂັ້ມງວດ; ເປັນເຈົ້າການຕິດຕາມກໍາແໜ້ນສະພາບການຜັນແປຂອງພາຍຸ; ຜັນຂະຫຍາຍກໍາລັງ, ພາຫະນະຮັບມືຕາມທິດນໍາ “4 ກັບທີ່” ຢ່າງທັນການ.

leftcenterrightdel
ບ່ອນທີ່ພາຍຸລູກທີ 9 ພັດເຂົ້າໃນວັນທີ 26 ຕຸລາ. ພາບ: ສູນອຸຕຸນິຍົມ-ອຸທົກກະສາດແຫ່ງຊາດ.

ສຸມໃສ່ຮັບປະກັນຄວາມປອດໄພໃຫ້ຄົນ, ພາຫະນະໃນເຂດຖືກຜົນສະທ້ອນຈາກພາຍຸ, ເປັນຕົ້ນແມ່ນໃຫ້ຄົນ, ເຮືອແພ, ພາຫະນະເຄື່ອນໄຫວຢູ່ທະເລ ແລະບ່ອນລີ້ໄພ; ກວດກາຄືນມາດຕະການ, ເປັນເຈົ້າການຍົກຍ້າຍປະຊາຊົນ, ພາຫະນະຢູ່ບັນດາເຂດອັນຕະລາຍ. ອີງຕາມສະພາບການຜັນແປຂອງພາຍຸ ແລະສະພາບຕົວຈິງ, ບັນດາກົມກອງມີມາດຕະການປ້ອງກັນ, ຕ້ານຢ່າງມີປະສິດທິຜົນ, ຈໍາກັດຄວາມເສຍຫາຍຈາກພາຍຸລູກທີ 9  ໃຫ້ຢູ່ໃນລະດັບຕໍ່າສຸດ.

ກະຊວງປ້ອງກັນປະເທດ ໄດ້ສ້າງຕັ້ງສອງຄະນະປະຕິບັດງານ ນໍາໂດຍ ການນໍາກົມໃຫຍ່ເສນາທິການ ແລະການນໍາກົມໃຫຍ່ການເມືອງ, ດ້ວຍການເຂົ້າຮ່ວມຂອງບັນດາອົງການກ່ຽວຂ້ອງທີ່ສັງກັດກົມໃຫຍ່ເສນາທິການ ແລະກົມໃຫຍ່ການເມືອງ, ດໍາເນີນການກວດກາວຽກງານປ້ອງກັນ, ຕ້ານພາຍຸລູກທີ 9 ຢູ່ນະຄອນດ່ານັ້ງ ແລະແຂວງແຄ໊ງຮ່ວາ. ເວລາກວດກາເລີ່ມແຕ່ 09:00 ໂມງຂອງວັນທີ 27 ຕຸລາ 2020. ມອບໃຫ້ກົມກູ້ໄພກູ້ຊີບ ຕິດຕາມເລັ່ງລັດ, ສັງລວມເພື່ອລາຍງານຕໍ່ການນໍາກົມໃຫຍ່ເສນາທິການ, ການນໍາກະຊວງປ້ອງກັນປະເທດ ຕາມຂໍ້ກຳນົດ.

ໂດຍ: ເຈິ່ນຮວ່ຽນ