ບ້ານໂມກເຖື້ອງ 1, ຕາແສງຮົ່ງຖຸຍ, ເມືອງເລະຖຸຍ, ແຂວງກວ໋າງບິ່ງ ມີກວ່າ 200 ຄອບຄົວ. ເມື່ອນໍ້າໄຫຼລົງມາ, ທັງໝູ່ບ້ານຖືກຈົມໃນນ້ຳເລິກແຕ່ 2 ຫາ 2,5 ແມັດ; ເຂົ້າສານ, ຊັບສິນທີ່ທັງໝົດລ້ວນແຕ່ຖືກນ້ຳຖ້ວມ. ເມື່ອນໍ້າຖ້ວມຫຼຸດລົງ, ເຮືອນຊານບ້ານຊ່ອງຖືກຊຳລຸດຊຸດໂຊມ; ເຄື່ອງຂອງ, ຊັບສິນຈົມໃນນໍ້າຫຼາຍວັນຖືກເປ່ເພໜັກ, ຕົ້ນໄມ້ຫັກລົ້ມເດຍລະດາດ, ຂີ້ຕົມປົກຄຸມໄປທົ່ວເຮືອນຊານບ້ານຊ່ອງ. ໂດຍກໍາແໜ້ນສະພາບຄວາມເສຍຫາຍຂອງທ້ອງຖິ່ນ, ກອງພົນ 324 ໄດ້ຈັດສົ່ງພະນັກງານ, ນັກຮົບຈໍານວນ 30 ຄົນໄປຍັງບ້ານໂມກເຖື້ອງ 1 ເພື່ອຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ, ເຮັດອະນາໄມສິ່ງແວດລ້ອມ. ເຂົ້າໃຈຢ່າງເລິກເຊິ່ງຕໍ່ຄວາມຫຍຸ້ງຍາກລໍາບາກຂອງປະຊາຊົນ, ບັນດາພະນັກງານ, ນັກຮົບໄດ້ອອກເຫື່ອເທແຮງເພື່ອຊ່ວຍປະຊາຊົນໃນວຽກງານທຸກດ້ານ.

leftcenterrightdel
ພະນັກງານ, ນັກຮົບກອງພົນ 324 ເຮັດອະນາໄມຢູ່ບ້ານໂມກເຖື້ອງ 1, ຕາແສງຮົ່ງຖຸຍ, ເມືອງເລະຖຸຍ, ແຂວງກວ໋າງບິ່ງ. ພາບ:qdnd.vn

ຕອນເຊົ້າວັນທີ 26 ຕຸລາ, ທ່ານພັນເອກພິເສດ ຮວ່າງຢຸຍຈ໋ຽນ, ຫົວໜ້າກອງພົນ 324 ໄດ້ລົງຢ້ຽມຢາມ, ລະດົມກໍາລັງໃຈບັນດາພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ຊ່ວຍປະຊາຊົນຢູ່ທີ່ນີ້. ທ່ານພັນເອກພິເສດ ຮວ່າງຢຸຍຈ໋ຽນ ກໍ່ໄດ້ລົງຢ້ຽມຢາມຖາມຂ່າວຄອບຄົວເອື້ອຍ ຫງວຽນທິລຽນ ເຊິ່ງແມ່ນລູກຂອງນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ບ້ານໂມກເຖື້ອງ 1. ເອື້ອຍລຽນ ມີສຸຂະພາບອ່ອນເພຍ, ຜົວເສຍຊີວິດມາແຕ່ດົນແລ້ວ, ລູກຂອງເອື້ອຍ ໄປເຮັດວຽກຢູ່ໄກ. ຫຼັງຄາເຮືອນຂອງເອື້ອຍຖືກເປ່ເພ. ກອງພົນ 324 ໄດ້ຈັດສົ່ງພະນັກງານ, ນັກຮົບ 10 ຄົນໄປມຸງຄາເຮືອນຄືນໃໝ່ໃຫ້ຄອບຄົວຂອງເອື້ອຍ. ເອື້ອນລຽນ ຮູ້ສຶກສະເທືອນໃຈຈົນນໍ້າຕາອອກ: “ຖ້າບໍ່ມີທະຫານມາຊ່ວຍເຫຼືອ, ຂ້າພະເຈົ້າກໍ່ບໍ່ຮູ້ຈະເຮັດແນວໃດ. ຄືນນີ້, ຂ້າພະເຈົ້າບໍ່ຕ້ອງນອນໃນເຮືອນຜູ້ອື່ນອີກແລ້ວ”. 

ໃນຊຸມວັນຜ່ານມາ, ບັນດາພະນັກງານ, ນັກຮົບກອງພົນ 324 ໄດ້ໄປຍັງທົ່ວເຂດນໍ້າຖ້ວມຂອງແຂວງກວ໋າງບິ່ງ ເພື່ອຊ່ວຍເຫຼືອປະຊາຊົນ. ພາຍຫຼັງນໍ້າຖ້ວມຫຼຸດລົງ, ຂີ້ຕົມ, ຂີ້ເຫຍື້ອ, ຊາກສັດເດຍລະດາດໄປທົ່ວ ສະນັ້ນ ຄວາມສ່ຽງເກີດພະຍາດຕິດແປດຈະຫຼາຍທີ່ສຸດ. ພະນັກງານ, ນັກຮົບໄດ້ໃຊ້ລົດລາກ, ເກັບມ້ຽນຕົ້ນໄມ້ທີ່ຫັກລົ້ມ, ຂີ້ເຫຍື້ອ, ຫີນຊາຍ, ທໍາຄວາມສະອາດເຮືອນຊານບ້ານຊ່ອງ. ທີມແພດທະຫານກອງພົນ 324 ໄດ້ດໍາເນີນການຂ້າເຊື້ອ, ບໍາບັດແຫຼ່ງນໍ້າ, ທຳຄວາມສະອາດນໍ້າສ້າງໃຫ້ພໍ່ແມ່ປະຊາຊົນ; ພ້ອມທັງຈັດຕັ້ງການກວດສຸຂະພາບ, ໃຫ້ຄໍາປຶກສາກ່ຽວກັບວິທີປ້ອງກັນ, ຕ້ານບັນດາພະຍາດຕິດແປດ, ພະຍາດຜິວໜັງໃຫ້ປະຊາຊົນ... ພະນັກງານ, ນັກຮົບທຸກຄົນລ້ວນແຕ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຊ່ວຍເຫຼືອປະຊາຊົນເຂດຖືກນໍ້າຖ້ວມຜ່ານຜ່າຄວາມຫຍຸ້ງຍາກ, ໄພພິບັດໂດຍໄວ.

ໂດຍ: ທະນາພອນ