ກະຊວງປ້ອງກັນປະເທດຫວຽດນາມ ຫາກໍ່ມີໂທລະເລກ ສະບັບເລກທີ 46/TK ວ່າດ້ວຍການຮຽກຮ້ອງໃຫ້ບັນດາກົມກອງຂອງກອງທັບ: ກົມໃຫຍ່ການເມືອງ, ກົມໃຫຍ່ພະລາທິການ, ກົມໃຫຍ່ເຕັກນິກ, ກອງບັນຊາການທະຫານເຂດ:1, 2, 3, 4, 5, 7, 9,... ; ທະຫານຊາຍແດນ, ຕໍາຫຼວດທະເລ... ຊາບຊຶມ ແລະປະຕິບັດບັນດາມາດຕະການຮັບມືກັບພາຍຸລູກທີ 5; ຮັກສາລະບອບປະຈໍາການຢ່າງເຂັ້ມງວດ, ອັບເດດສະພາບການພະຍາກອນອາກາດເປັນປະຈຳ; ແຈ້ງໃຫ້ບັນດາພາຫະນະທີ່ພວມເຄື່ອນໄຫວບົນທະເລໄດ້ຮູ້ທີ່ຕັ້ງ, ການຜັນແປຂອງພາຍຸ ແລະສະພາບການຝົນຕົກ, ນໍ້າຖ້ວມຫຼັງພາຍຸ, ກຽມພ້ອມກໍາລັງ, ພາຫະນະຮັບມືກັບບັນດາກໍລະນີໂດຍພາຍຸ, ຝົນຕົກນໍ້າຖ້ວມກໍ່ຂຶ້ນ. 

leftcenterrightdel
ຄະນະປະຕິບັດງານຂອງກອງບັນຊາການທະຫານເຂດ 4 ລົງກວດກາວຽກງານຮັບມືກັບພາຍຸລູກທີ 5 ຢູ່ທ່າກໍາປັ່ນແລັກແກວ່ນ (ເມືອງກວິ່ງລຶວ, ແຂວງເງະອານ). ພາບ: qdnd.vn

ໂດຍປະຕິບັດໂທລະເລກທາງການຂອງກະຊວງປ້ອງກັນປະເທດ, ຫ້ອງວ່າການຄະນະກໍາມະການແຫ່ງຊາດກ່ຽວກັບການຮັບມືກັບອຸບັດເຫດ, ໄພທໍາມະຊາດ ແລະຊອກຫາ, ກູ້ໄພກູ້ຊີບ (ກົມກູ້ຊີບ-ກູ້ໄພ) ໄດ້ສ້າງແຜນການລົງກວດກາ, ຊີ້ນໍາວຽກງານກະກຽມຮັບມືກັບພາຍຸລູກທີ 5. ຕອນເຊົ້າວັນທີ 17 ກັນຍາ, ຄະນະປະຕິບັດງານໄດ້ລົງກວດກາຢູ່ແຂວງເທື່ອທຽນ-ເຫວ້.

ວັນທີ 17 ກັນຍາ, ກອງບັນຊາການທະຫານເຂດ 4 ໄດ້ມີເອກະສານຊີ້ນໍາບັນດາອົງການ, ກົມກອງຜັນຂະຫຍາຍວຽກງານຮັບມືກັບພາຍຸລູກທີ 5, ພ້ອມທັງຈັດ 3 ຄະນະປະຕິບັດງານກວດກາວຽກງານຮັບມືກັບພາຍຸລູກທີ 5 ໃນບໍລິເວນແຂວງແທັ່ງຮວ່າ, ແຂວງເງາະອານ...

ວັນທີ 17 ກັນຍາ, ກໍາລັງປະກອບອາວຸດແຂວງກວ໋າງບີ່ງ, ກວ໋າງຈິ້ ໄດ້ສໍາເລັດການຜັນຂະຫຍາຍບັນດາແບບວິທີປ້ອງກັນ, ຕ້ານພາຍຸລູກທີ 5.

ກໍໃນວັນທີ 17 ກັນຍາ, ກອງບັນຊາການທະຫານເຂດ 5 ໄດ້ຈັດກອງປະຊຸມຜັນຂະຫຍາຍໜ້າທີ່ໃຫ້ແກ່ບັນດາອົງການ, ກົມກອງເພື່ອຮັບມືກັບພາຍຸລູກທີ 5.

ໂດຍ: ທະນາພອນ