ເປັນຄັ້ງທຳອິດເຂົ້າຮ່ວມ Army Games

Army Games 2020 ຈະເປັນຂີດໝາຍຄັ້ງທໍາອິດຂອງກອງທັບປະຊາຊົນຫວຽດນາມ ໃນການຈັດສົ່ງທີມສື່ສານໄປເຂົ້າຮ່ວມ. ເຂົ້າຮ່ວມສະໜາມແຂ່ງຂັນສາກົນໃຫຍ່ຄື Army Games, ທີມສື່ສານ ບໍ່ພຽງແຕ່ຕາງໜ້າໃຫ້ສະເພາະເຫຼົ່າຮົບສື່ສານເທົ່ານັ້ນ ຫາກຍັງລວມທັງຂະແໜງສື່ສານໃນທົ່ວກອງທັບອີກດ້ວຍ. ທ່ານພັນຕີ ຫງວຽນດຶກຫ໊ຽວ, ຮອງຫົວໜ້າຫ້ອງເສນາທິການກອງພົນນ້ອຍ 205 (ເຫຼົ່າຮົບສື່ສານ), ຫົວໜ້າທີມສື່ສານ ແບ່ງປັນວ່າ “ນັ້ນແມ່ນຄວາມເອກອ້າງທະນົງໃຈທີ່ໃຫຍ່ຫຼວງແຕ່ກໍ່ສ້າງຄວາມກົດດັນຕໍ່ກັບພວກຂ້າພະເຈົ້າ, ໂດຍສະເພາະແມ່ນບັນດາທີມຂອງກອງທັບປະຊາຊົນຫວຽດນາມ ຢູ່ Army Games ຊຸມປີກ່ອນ ເຂົາເຈົ້າບັນລຸໄດ້ຜົນງານເປັນໜ້າຮັບຮູ້ຫຼາຍຢ່າງ”.

leftcenterrightdel
ທ່ານພັນເອກພິເສດ ເລຢູງ, ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງເສນາທິການເຫຼົ່າຮົບສື່ສານກວດກາການຝຶກແອບຂອງບັນດານັກກິລາຂຶ້ນກັບກຸ່ມເຕັກໂນໂລຢີຂໍ້ມູນຂ່າວສານ. ພາບ: ຮຸຍກວນ.

ໃນຂອບເຂດ Army Games 2020, ທີມສື່ສານຈະເຂົ້າຮ່ວມການແຂ່ງຂັນນັກຮົບສື່ສານ “ທັກສະຊຳນິຊຳນານ” ຄາດຄະເນວ່າຈະໄດ້ຈັດຕັ້ງຢູ່ ເບລາຣຸດ. ທີມດັ່ງກ່າວໄດ້ແບ່ງອອກເປັນ 3 ກຸ່ມ, ລວມມີ: ວິທະຍຸໂທລະເລກ, ຕໍ່ກຳລັງແຮງການທະຫານ ແລະເຕັກໂນໂລຢີຂໍ້ມູນຂ່າວສານ ເພື່ອເຂົ້າຮ່ວມ 5 ເນື້ອໃນແຂ່ງຂັນ. ໂດຍໄດ້ຮັບຄວາມເອົາໃຈໃສ່, ສ້າງທຸກເງິື່ອນໄຂຢ່າງເປັນປະຈຳຈາກຂັ້ນເທິງແຕ່ຍ້ອນວ່ານີ້ແມ່ນຄັ້ງທຳອິດທີ່ໄປເຂົ້າຮ່ວມ Army Games, ວຽກງານຝຶກແອບ, ກະກຽມການແຂ່ງຂັນຂອງທີມສື່ສານກໍ່ບໍ່ອາດຫຼີກລ້ຽງໄດ້ຄວາມປະຫຼາດໃຈ. ນັ້ນຍັງບໍ່ທັນໄດ້ເວົ້າເຖິງຕົວຈິງຄືກັບຫຼາຍທີມອື່ນຂອງກອງທັບປະຊາຊົນຫວຽດນາມ, ອາວຸດ, ວັດຖຸອຸປະກອນເຕັກນິກນຳໃຊ້ເຂົ້າໃນການຝຶກແອບຢູ່ພາຍໃນປະເທດຂອງທີມສື່ສານ ແມ່ນມີຄວາມແຕກຕ່າງກັນຫຼາຍຢ່າງເມື່ອທຽບໃສ່ກັບບັນດາສິ່ງທີ່ຄະນະຈັດຕັ້ງ Army Games ສະໜອງໃຫ້ເພື່ອແຂ່ງຂັນ.

ແຫຼ່ງລະດົມກຳລັງໃຈທີ່ໃຫຍ່ຫຼວງ

ທະຫານສື່ສານ ມີມູນເຊື້ອອັນສະຫງ່າລາສີມາໄດ້ຫຼາຍກວ່າ 70 ປີແລ້ວ. ໃນຈົດໝາຍຝາກເຖິງທະຫານສື່ສານໃນເດືອນມັງກອນ 1969 ລຸງໂຮ່ ເຄີຍສັ່ງສອນໄວ້ວ່າ: “ເມື່ອໄດ້ມີຄວາມພະຍາຍາມແລ້ວ, ຍາມໃດກໍ່ຕ້ອງພະຍາຍາມໃຫ້ຫຼາຍກວ່າອີກ. ຕ້ອງຍົກສູງລະດັບຄວາມຮູ້ດ້ານການເມືອງ, ແນວຄິດຢ່າງບໍ່ຢຸດຢັ້ງ; ອອກແຮງຮ່ຳຮຽນວິຊາສະເພາະ, ເຕັກນິກຕື່ມອີກ, ຮັບປະກັນວຽກງານສື່ສານໃຫ້ທັນການ, ຊັດເຈນ, ປິດລັບ, ປອດໄພ, ນັບມື້ນັບກ້າວໜ້າ, ສ້າງຜົນງານໃໝ່ຫຼາຍຢ່າງ”. ມູນເຊື້ອອັນສະຫງ່າລາສີພ້ອມກັບຄຳສັ່ງສອນຂອງລຸງໂຮ່ ໄດ້ກາຍເປັນມໍລະດົກທາງດ້ານຈິດໃຈອັນລ້ຳຄ່າ, ເປັນເຂັມທິດເພື່ອໃຫ້ພະນັກງານ, ນັກຮົບສື່ສານຮຸ່ນຕ່າງໆອອກແຮງສູ້ຊົນ, ຜ່ານຜ່າທຸກຄວາມຫຍຸ້ງຍາກກາກກຳ, ເສຍສະຫຼະ, ສະຫຼາດສະຫຼຽວ, ພິລະອາດຫານ, ປະດິດຄິດສ້າງ, ຮັບປະກັນການສື່ສານ “ທັນການ, ຊັດເຈນ, ປິດລັບ, ປອດໄພ”, ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືສ້າງສາ ແລະປົກປັກຮັກສາປະເທດຊາດຄືປະຈຸບັນ. ນັ້ນກໍ່ແມ່ນແຫຼ່ງລະດົມກຳລັງໃຈທີ່ໃຫຍ່ຫຼວງເພື່ອໃຫ້ທີມສື່ສານເສີມຂະຫຍາຍຈິດໃຈເປັນເຈົ້າການ, ມີຫົວຄິດປະດິດສ້າງໃນການຝຶກແອບ, ສູ້ຊົນຢ່າງບໍ່ຢຸດຢັ້ງໃນການໄປເຂົ້າຮ່ວມ Army Games ຄັ້ງທໍາອິດໃຫ້ບັນລຸໄດ້ຜົນງານດີທີ່ສຸດເພື່ອກຽດສັກສີຂອງປະເທດຊາດ.

ໜຶ່ງໃນບັນດາສິ່ງເປັນໜ້າສົນໃຈຂອງທີມສື່ສານ ແມ່ນຍາມໃດກໍ່ວາງລະດັບການຝຶກແອບຢ່າງລະອຽດນັບທັງດ້ານກຳລັງ ແລະບັນດາເນື້ອໃນແຂ່ງຂັນ. ແຕ່ລະອາທິດ, ຄະນະຄູຝຶກລ້ວນແຕ່ຈັດຕັ້ງການແຂ່ງຂັນ, ກວດກາຕີລາຄາໝາກຜົນຂອງນັກກິລາແຕ່ລະຄົນໃນທີມ ເພື່ອຍົກສູງຄຸນນະພາບການຝຶກແອບຢ່າງບໍ່ຢຸດຢັ້ງ, ພ້ອມທັງຝຶກຝົນຫຼໍ່ຫຼອມຄຸນນະທາດ, ຈິດວິທະຍາໃນການແຂ່ງຂັນ. ທ່ານພັນຕີ ຫງວຽນດຶກຫ໊ຽວ ຢ້ັງຢືນວ່າ “ພວກຂ້າພະເຈົ້າດຳເນີນການຝຶກແອບຖືກຕ້ອງຕາມ ຕາຕະລາງຝຶກແອບທີ່ໄດ້ວາງອອກຢ່າງລະອຽດ. ທີມກໍ່ປະຕິບັດບັນດາຂໍ້ກຳນົດກ່ຽວກັບລະບຽບ, ລະບອບການດຳເນີນຊີວິດ, ການຝຶກແອບຢ່າງເຂ້ັມງວດ. ຕົວຢ່າງສຳລັບໂທລະສັບມືຖື, ພວກຂ້າພະເຈົ້າໄດ້ກຳນົດເວລາອະນຸຍາດໃຫ້ນຳໃຊ້ ເພື່ອຮັບປະກັນສຸຂະພາບໃຫ້ບັນດານັກກິລາ. ປະຈຸບັນ, ທີມສື່ສານໄດ້ນຳໃຊ້ຄຳສັ່ງ, ປ້າຍຢູ່ສະໜາມຝຶກຊ້ອມເປັນພາສາລັດເຊຍ 100% ຖືກຕາມກະຕິກາການແຂ່ງຂັນເພື່ອປະຕິບັດການຝຶກແອບ. ບັນດານັກກິລາ ຍາມໃດກໍ່ຕື່ນຕົວຫັດແອບ ແລະບັນລຸໄດ້ຕາມລະດັບເນື້ອໃນການຝຶກແອບວິຊາສະເພາະກໍ່ຄືກຳລັງກາຍທີ່ວາງອອກ”.

ໂດຍ: ແສງເດືອນ