ລະດູບານໃໝ່ໝັ້ນໝາຍບັນດາຜົນສຳເລັດໃນໄລຍະທາງທີ່ປະເທດມຸ່ງໄປສູ່ອະນາຄົດ. ກຳລັງໜູນຈາກພະລັງແຫ່ງລະດູບານໃໝ່ໄດ້ເປີດສາກໃຫ້ປີໃໝ່, ໄຊຊະນະໃໝ່ກຳລັງແຜ່ຂະຫຍາຍໃນທຸກແຖບຖິ່ນຂອງປະເທດ. ໃບໄມ້ອອກໜໍ່ຍາມລະດູບານໃໝ່ພວມເສີມກຳລັງແຮງໃຫ້ປະເທດເຊື່ອໝັ້ນຕົນເອງ, ກ້າວເຂົ້າສູ່ສັງກາດບືນຕົວຂຶ້ນ, ສັງກາດຮັ່ງມີເຂັ້ມແຂງ, ວັດທະນາຖາວອນ.

ຕ້ອນຮັບປີໃໝ່ດ້ວຍຄວາມປິຕິຊົມຊື່ນ, ຊາວຫວຽດນາມ ແຕ່ລະຄົນຮູ້ສຶກເບີກບານມ່ວນຊື່ນ, ເອກອ້າງທະນົງໃຈ ແລະນັບຖືໝາກຜົນແຫ່ງການສູ້ຊົນຢ່າງຂ້ຽວຂາດ, ມານະພະຍາຍາມ, ຮ່ວມແຮງຮ່ວມໃຈຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຫວຽດນາມ ໃນປີມະເສັງ 2024. ບັນດາຂີດໝາຍພົ້ນເດັ່ນໃນຂົງເຂດຕ່າງໆຂອງປີບານພັບປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ  XIII ຂອງພັກ.

leftcenterrightdel
ພາບປະກອບຄັດຈາກ dangcongsan.org.vn

ການຫັນປ່ຽນແຕ່ລະຄັ້ງ, ແຕ່ລະຂີດໝາຍໃນການພັດທະນາຂອງປະເທດເຮັດໃຫ້ພວກເຮົາຍິ່ງພາກພູມໃຈເມື່ອມີພັກຊີ້ທິດພາທາງ. ພັກກອມມູນິດຫວຽດນາມ ຍາມໃດກໍ່ຢູ່ຄຽງຂ້າງ, ສ່ອງແສງເຍືອງທາງໃຫ້ເຮົາ.

ລະດູບານໃໝ່ກຳລັງວຽນມາ. ລະດູບານໃໝ່ສົ່ງສານເລັ່ງຄວາມໄວ, ບຸກທະລຸ ປີ 2025 - ປີທີ່ມີຄວາມໝາຍສໍາຄັນພິເສດ. ນັ້ນແມ່ນປີສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກ, 80 ປີແຫ່ງວັນສະຖາປະນາປະເທດປະເທດ, 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ... ແມ່ນປີຈັດຕັ້ງກອງປະຊຸມໃຫຍ່ພັກທຸກຂັ້ນ, ກ້າວໄປເຖິງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ. ປະຈຸບັນ, ປະເທດມີຄວາມສາມາດບົ່ມຊ້ອນຫຼາຍ, ຖານະບົດບາດ ແລະອິດທິພົນຊື່ສຽງສາກົນນັບມື້ນັບສູງ. ແຕ່ວ່າຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງທີ່ສົ່ງຜົນກະທົບຈາກສະພາບການໂລກ, ພາກພື້ນ ແລະພາຍໃນປະເທດ.

ເພື່ອຫັນບັນດາເປົ້າໝາຍ, ຄາດໝາຍຂອງປີ 2025 ທີ່ສູນກາງພັກໄດ້ກຳນົດໃຫ້ເປັນກຳລັງວັດຖຸທີ່ຊຶມເລິກເຂົ້າໃນຊີວິດການເປັນຢູ່ຂອງປະຊາຊົນ, ບັນດາຄະນະພັກ, ອົງການຈັດຕັ້ງພັກ, ອົງການ, ກົມກອງບໍ່ໄດ້ພໍໃຈກັບຜົນງານທີ່ບັນລຸໄດ້ຫາກຕ້ອງໃກ້ຊິດຕິດແທດກັບບັນດາບັນຫາຮີບເຮັ່ງຕ້ອງແກ້ໄຂຂອງປະເທດ, ຂອງທ້ອງຖິ່ນ, ກົມກອງ, ຫັນຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວເປັນກຳລັງໜູນການພັດທະນາ. ຕ້ອງສາມັກຄີ, ຕັດສິນໃຈ, ເຊື່ອໝັ້ນຕົນເອງ, ຂະຫຍັນຂັນເຄື່ອນ, ຂ້ຽວຂາດໃນການສັບຊ້ອນກົງຈັກການຈັດຕັ້ງຕາມທິດກະທັດຮັດ, ມີປະສິດທິຜົນ, ປະສິດທິພາບ; ຈັດຕັ້ງກອງປະຊຸມໃຫຍ່ພັກທຸກຂັ້ນ, ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.

ກອງທັບປະຊາຊົນຫວຽດນາມ ພາຍໃຕ້ການນຳພາທຸກດ້ານຢ່າງເດັດຂາດ, ໂດຍກົງຂອງພັກ, ສືບຕໍ່ເສີມຂະຫຍາຍມູນເຊື້ອວິລະຊົນໃນ 80 ປີແຫ່ງການສ້າງສາ, ຕໍ່ສູ້ ແລະເຕີບໃຫຍ່ຂະຫຍາຍຕົວ, ຕັດສິນໃຈປະຕິບັດເປົ້າໝາຍເຖິງປີ 2025 ກໍ່ສ້າງກອງທັບຕາມທິດຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ, ກ້າວຂຶ້ນທັນສະໄໝ, ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ.

ສະບາຍດີລະດູບານໃໝ່-ປີໃໝ່ 2025, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບພ້ອມກັນຮ່ວມແຮງຮ່ວມໃຈປຸກລຸກແຫຼ່ງກຳລັງແຮງພາຍໃນເພື່ອກ້າວໄປສູ່ອະນາຄົດ, ເພື່ອຫວຽດນາມ ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ ແລະປະຊາຊົນນັບມື້ນັບອີ່ມໜຳສຳລານ, ມີຄວາມຜາສຸກ.

ໂດຍ: ແສງເດືອນ