ໃນສະພາບການດັ່ງກ່າວ, ພ້ອມກັບການເຄື່ອນໄຫວທາງການທູດຂອງການນຳພັກ, ລັດ, ການເຄື່ອນໄຫວທາງການທູດຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ, ໂດຍສະເພາະແມ່ນການຢ້ຽມຢາມ ສ. ຈີເລ ແລະ ສ. ເປຣູ ຢ່າງເປັນທາງການ ແລະເຂົ້າຮ່ວມສັບປະດາຂັ້ນສູງ APEC 2024 ສືບຕໍ່ຢັ້ງຢືນຖານະບົດບາດຂອງຫວຽດນາມ ໃນເວທີສາກົນ, ຊຸກຍູ້ແນວທາງການຕ່າງປະເທດເອກະລາດ, ກຸ້ມຕົນເອງ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບແບບ ແລະຫຼາຍຝ່າຍ, ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາ.
ການຢ້ຽມຢາມ ຈີເລ ແລະເປຣູ ຢ່າງເປັນທາງການຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ, ສົມກຽດ, ສ້າງຄວາມປະທັບໃຈໃຫ້ການນຳ, ປະຊາຊົນສອງປະເທດ. ການຢ້ຽມຢາມບໍ່ພຽງແຕ່ແລກປ່ຽນດ້ານການເມືອງ, ການພົວພັນຕ່າງປະເທດເທົ່ານັ້ນ ຫາກຍັງເປີດກວ້າງການຮ່ວມມືດ້ານເສດຖະກິດ, ເຊື່ອມຕໍ່ວັດທະນະທຳ, ການສຶກສາ ແລະຂົງເຂດໃໝ່ກ່ຽວກັບເຕັກໂນໂລຢີ, ຫັນປ່ຽນດີຈີຕອນ... ໃນບັນດາການເຄື່ອນໄຫວພົບປະ, ການນຳ ແລະປະຊາຊົນສອງປະເທດລ້ວນແຕ່ເນັ້ນໜັກເຖິງບົດບາດ, ຖານະທີ່ຕັ້ງນັບມື້ນັບສູງໃນເວທີສາກົນຂອງຫວຽດນາມ.
ທີ່ການພົບປະເຈລະຈາ, ທ່ານ Gabriel Boric Font ປະທານາທິບໍດີ ຈີເລ ສະແດງຄວາມນິຍົມນັບຖືຕໍ່ທ່ານປະທານ ໂຮ່ຈີມິນ ກໍ່ຄືປະຫວັດແຫ່ງການຕໍ່ສູ້ຢ່າງພິລະອາດຫານຂອງຫວຽດນາມ ແລະຢັ້ງຢືນວ່າ “ບັນດາຜົນງານໃນການສ້າງສາ ແລະພັດທະນາປະເທດ ຫວຽດນາມ, ພິເສດແມ່ນໃນກິດຈະການປ່ຽນແປງໃໝ່ແມ່ນບົດຮຽນອັນລ້ຳຄ່າ ເຊິ່ງ ຈີເລ ສາມາດທາບທາມ, ຮັບໃຊ້ກິດຈະການພັດທະນາເສດຖະກິດ-ສັງຄົມຂອງປະເທດ”.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Gabriel Boric Font ປະທານາທິບໍດີ ຈີເລ ຖ່າຍຮູບລວມກ່ອນການພົບປະເຈລະຈາ. ພາບ: ສຳນັກຂ່າວສານຫວຽດນາມ. |
ສຳລັບຈີເລ, ການພົວພັນມິດຕະພາບທີ່ມີມາກວ່າເຄິ່ງສະຕະວັດໂດຍປະທານ ໂຮ່ຈີມິນ ແລະທ່ານ Salvador Allende ປະທານາທິບໍດີ ຈີເລ ສ້າງພື້ນຖານ, ໄດ້ຮັບການເພີ່ມພູນຄູນສ້າງ, ສະໜິດຕິດພັນແບບພິເສດດ້ວຍຫຼາຍຈຸດຄ້າຍຄືກັນທີ່ຫາຍາກນັບແຕ່ດ້ານປະຫວັດສາດ, ວັດທະນະທຳ, ທີ່ຕັ້ງພູມສາດ, ຈົນຮອດຮູບແບບພັດທະນາເສດຖະກິດ ແລະວິໄສທັດກ່ຽວກັບໂລກໃນປະຈຸບັນ. ການພົບປະເຫຼົ່ານັ້ນຍັງລະນຶກເຖິງຄວາມຊົງຈຳ ແລະຄວາມນິຍົມນັບຖືຕໍ່ປະທານ ໂຮ່ຈີມິນ ຂອງການນຳ, ປະຊາຊົນ ຈີເລ ເວົ້າສະເພາະ, ອາເມລິກາ ລາຕີນ ເວົ້າລວມ.
ທ່ານ Isabel Allende ສະມາຊິກລັດຖະສະພາສູງ, ລູກສາວຂອງປະທານາທິບໍດີ Salvador Allende ແບ່ງປັນກັບທ່ານປະທານປະເທດຫວຽດນາມ ກ່ຽວກັບຄວາມຊົງຈໍາຂອງພໍ່ຂອງທ່ານນາງໃນການຢ້ຽມຢາມຫວຽດນາມ ປີ 1969, ໃນນັ້ນມີການພົບປະປະຫວັດສາດກັບທ່ານປະທານ ໂຮ່ຈີມິນ.
ຢູ່ ເປຣູ, ປະດັບຫຼຽນໄຊ “ຕາເວັນ ເປຣູ”, ລາງວັນອັນສູງສົ່ງຂອງປະເທດ ສ. ເປຣູ, ໃຫ້ແກ່ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ, ທ່ານ Dina Ercilia Boluarte Zegarra ປະທານາທິບໍດີ ເປຣູ ເນັ້ນໜັກວ່າ ຫວຽດນາມ ໄດ້ມີບັນດານະໂຍບາຍທີ່ມີປະສິດທິຜົນໃນການພັດທະນາເສດຖະກິດ, ຜ່ານນັ້ນໜູນຊ່ວຍໃຫ້ການເພີ່ມທະວີການຮ່ວມມືສອງຝ່າຍ; ການສະໜັບສະໜູນຢ່າງຕັ້ງໜ້າຂອງຫວຽດນາມ ປະກອບສ່ວນສຳຄັນໃນການຕົກລົງຂອງອາຊຽນ ເພື່ອໃຫ້ ເປຣູ ກາຍເປັນ “ຄູ່ຮ່ວມມືພັດທະນາ” ໃນຕົ້ນປີ 2024 ຜ່ານມາ.
    |
 |
ທ່ານນາງປະທານາທິບໍດີ ເປຣູ ປະດັບຫຼຽນໄຊ “ຕາເວັນ ເປຣູ” ໃຫ້ແກ່ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ. |
ການຢ້ຽມຢາມ ຈີເລ ແລະເປຣູ, ສອງພື້ນຖານເສດຖະກິດຂອງ ອາເປັກຢ່າງເປັນທາງການ, ໄດ້ດຳເນີນດ້ວຍການເຄື່ອນໄຫວເຂົ້າຮ່ວມສັບປະດາຂັ້ນສູງ ອາເປັກ 2024, ການພົບປະຂັ້ນສູງຂອງທ່ານປະທານປະເທດ ຫວຽດນາມ ກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ, ທ່ານ Joe Biden ປະທານາທິບໍດີ ອາເມລິກາ, ທ່ານ Prabowo Subianto ປະທານາທິບໍດີ ອິນໂດເນເຊຍ ແລະການນຳຫຼາຍທ່ານຂອງບັນດາພື້ນຖານເສດຖະກິດຕ່າງໆ, ສືບຕໍ່ຢັ້ງຢືນຖານະທີ່ຕັ້ງ, ບົດບາດ, ການປະກອບສ່ວນຂອງຫວຽດນາມ ໃນບັນດາເວທີປາໄສພາກພື້ນ, ສາກົນ. ກ່າວຄຳເຫັນທີ່ກອງປະຊຸມສຸດຍອດວິສາຫະກິດ ອາເປັກ 2024, ດ້ວຍຫົວຂໍ້ “ປະຕູມາຍັງດິນແດນແຫ່ງກາລະໂອກາດ”, ທ່ານປະທານປະເທດຫວຽດນາມ ສົ່ງສານຢ່າງແຮງກ່ຽວກັບຄວາມໄວ້ເນື້ອເຊື່ອໃຈຕໍ່ອະນາຄົດອັນໃສແຈ້ງ ແລະຢັ້ງຢືນຄວາມປະເອີບໃຈ, ກ້າຄິດ, ກ້າເຮັດ, ຄວາມສາມາດພົບເຫັນກາລະໂອກາດນັບທັງໃນສະພາບຄວາມຫຍຸ້ງຍາກທີ່ສຸດນັ້ນແມ່ນກະແຈເພື່ອປະສົບຜົນສຳເລັດໃນສະພາບໂລກມີການປ່ຽນແປງ ແລະຜັນແປຢ່າງຕໍ່ເນື່ອງ.
ປະຈຸບັນ, ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່, ດ້ວຍມະໂນພາບໃໝ່, ຄວາມມຸ່ງມາດປາດຖະໜາຢາກພັດທະນາປະເທດໃຫ້ວັດທະນາຖາວອນ, ມີຄວາມຜາສຸກ ແລະຄວາມເຊື່ອໝັ້ນໝັ້ນຕໍ່ອະນາຄົດອັນສົດໃສ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມຂັັ້ນສູງ ອາເປັກ ຄັ້ງທີ 31. ພາບ: ສຳນັກຂ່າວສານຫວຽດນາມ. |
ໂດຍແມ່ນປະຕູຍຸດທະສາດທີ່ເຊື່ອມຕໍ່ຕະຫຼາດອາຊີຕາເວັນອອກສ່ຽງໃຕ້, ອາຊີ-ປາຊີຟິກ ແລະໂລກ, ຫວຽດນາມ ກາຍເປັນຕ່ອງໂສ້ສຳຄັນໃນຕ່ອງໂສ້ຄຸນຄ່າ ແລະຕ່ອງໂສ້ການສະໜອງທົ່ວໂລກ ແລະແມ່ນຕະຫຼາດໃຫຍ່, ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ, ໂດຍສະເພາະແມ່ນໃນສະພາບປະເທດຫວຽດນາມ ເຂົ້າຮ່ວມບັນດາສັນຍາການຄ້າເສລີຂະໜາດໃຫຍ່. ເຖິງວ່າເງື່ອນໄຂຂອງປະເທດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ຫວຽດນາມ ຍາມໃດເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມ, ປະກອບສ່ວນດ້ວຍຈິດໃຈກໍ່ສ້າງ, ມີຄວາມຮັບຜິດຊອບສູງສຸດຕໍ່ບັນດາຄວາມມານະພະຍາຍາມລວມ, ຮັບດຳລົງຕຳແໜ່ງຢູ່ຫຼາຍກົນໄກຫຼາຍຝ່າຍທີ່ສຳຄັນປະສົບຜົນສຳເລັດ, ກາຍເປັນຈຸດພົ້ນເດັ່ນໃນການປະຕິບັດບັນດາເປົ້າໝາຍພັດທະນາ ສະຫະສະວັດ ແລະໂຄງການດຳເນີນງານພັດທະນາແບບຍືນຍົງ ເຖິງປີ 2030 ຂອງສະຫະປະຊາຊາດ. ທ່ານປະທານປະເທດຫວຽດນາມ ເນັ້ນໜັກວ່າ: “ພວກເຮົາ ຈະເຂົ້າຮ່ວມຢ່າງມີຄວາມຜິດຊອບ ແລະປະກອບສ່ວນຢ່າງຕັ້ງໜ້າເຂົ້າພື້ນຖານການເມືອງໂລກ, ເສດຖະກິດທົ່ວໂລກ ແລະອະລິຍະທຳຂອງມະນຸດບົນຈິດໃຈ ຫວຽດນາມ ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ”.
ສຳພາລະເພື່ອກ້າວເຂົ້າສັງກາດໃໝ່
ສຳພາລະຂອງຫວຽດນາມ ແມ່ນພື້ນຖານເສດຖະກິດພັດທະນາໄວ, ຂະຫຍັນຂັນເຄື່ອນດ້ວຍຂອບຂະໜາດຢືນອັນດັບທີ 34 ໃນໂລກ, ລະບົບການເມືອງໝັ້ນທ່ຽງ, ໝັ້ນຄົງ, ຖືປະຊາຊົນເປັນໃຈກາງ. ຫວຽດນາມ ໄດ້ສ້າງຕັ້ງການພົວພັນທາງການທູດກັບ 194 ປະເທດ, ດ້ວຍ 32 ຄູ່ຮ່ວມມືຍຸດທະສາດ ແລະຄູ່ຮ່ວມມືຮອບດ້ານ, ໃນນັ້ນມີທັງ 5 ປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະບັນດາພື້ນຖານເສດຖະກິດກຸ່ມ G7; ການພົວພັນການຄ້າໄດ້ເປີດກວ້າງກັບ 220 ປະເທດ, ເຂດແຄວ້ນ...
ສຳພາລະກ້າວເຂົ້າສັງກາດໃໝ່ຍັງແມ່ນຄວາມມານະພະຍາຍາມປະຕິຮູບເປີດປະຕູຢ່າງເລິກເຊິ່ງກວ້າງຂວາງ, ສ້າງເງື່ອນໄຂພັດທະນາໃໝ່ ແລະຄວາມໄວ້ເນື້ອເຊື່ອໃຈເພື່ອໃຫ້ວິສາຫະກິດ, ນັກລົງທຶນສາກົນເຂົ້າມາຫວຽດນາມ. ສິ່ງນັ້ນສະແດງອອກເມື່ອຕ້ອນຮັບສະຫະພັນວິສາຫະກິດອາເມລິກາ-ອາເປັກ, ທ່ານປະທານປະເທດຫວຽດນາມ ເນັ້່ນໜັກວ່າ ຫວຽດນາມ ສືບຕໍ່ປັບປຸງນະໂຍບາຍເພື່ອປົກປ້ອງຊັບສິນທາງປັນຍາ ແລະສິດຜົນປະໂຫຍດຂອງວິສາຫະກິດ; ຮັບປະກັນວ່າ ນັກລົງທຶນທັງໝົດລ້ວນແຕ່ໄດ້ຮັບການປະພືດຢ່າງສະເໝີພາບ. ສ່ວນທ່ານ Neil Herrington ຮອງປະທານຂັ້ນສູງ, ຫ້ອງການການຄ້າອາເມລິກາ ແບ່ງປັນວ່າ ການມີໜ້າຂອງການນຳບັນດາອົງການຈັດຕັ້ງ, ກຸ່ມບໍລິສັດ, ວິສາຫະກິດແຖວໜ້າເປັນຈຳນວນຫຼວງຫຼາຍຂອງ ອາເມລິກາ ທີ່ການພົບປະ, ຄື: ສະພາດຳເນີນທຸລະກິດອາເມລິກາ - ອາຊຽນ, ສູນອາເປັກ ແຫ່ງຊາດ, Google, Mastercard, VISA, Walmart, Apple, Merck & Co, Organon, P&G, Pfizer… ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈອັນໃຫຍ່ຫຼວງ ແລະຄວາມປາດຖະໜາຢາກເປີດກວ້າງການລົງທຶນເຂົ້າ ຫວຽດນາມ ຂອງປະຊາຄົມວິສາຫະກິດອາເມລິກາ ແລະປະເທດຕ່າງໆ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບຄະນະຜູ້ແທນສະຫະພັນວິສາຫະກິດອາເມລິກາ-ອາເປັກ. ພາບ: ສຳນັກຂ່າວສານຫວຽດນາມ. |
ສຳພາລະກ້າວເຂົ້າສັງກາດໃໝ່ຍັງແມ່ນການບືນຕົວຂຶ້ນຂອງບັນດາວິສາຫະກິດ, ນັກລົງທຶນຫວຽດນາມ ສູ່ຕະຫຼາດສາກົນ, ໃນນັ້ນມີບໍລິສັດ Viettel Peru (Bitel) - ຮ່ວມທຸລະກິດຂອງກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ (Viettel) ຢູ່ ເປຣູ ແມ່ນຈຸດພົ້ນເດັ່ນ. ໃນໄລຍະ 10 ປີຜ່ານມາ, Bitel ມີລະດັບພັດທະນາໄວທີ່ສຸດໃນຕະຫຼາດໂທລະຄົມມະນາຄົມ ເປຣູ, ລາຍຮັບສະເລ່ຍໃນ 3 ປີມໍ່ໆມານີ້ບັນລຸ 420 ລ້ານໂດລາສະຫະລັດ/ປີ, ກຳໄລບັນລຸ 83 ລ້ານໂດລາສະຫະລັດ/ປີ, ສະເພາະປີ 2024 ສ້າງຈຸດສູງໃໝ່ເມື່ອກຳໄລຄາດວ່າບັນລຸ 103 ລ້ານໂດລາສະຫະລັດ. ມາຢ້ຽມຢາມ ແລະເຮັດວຽກກັບ Bitel, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຊີ້ແຈ້ງວ່າ ຜົນສຳເລັດຂອງ Bitel ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນ ແລະປັນຍາຂອງ ຫວຽດນາມ ສາມາດບືນຕົວອອກສູ່ໂລກ, ແກ່ງແຍ້ງຢ່າງສະເໝີພາບໃນເວທີສາກົນໄດ້; ຜົນສຳເລັດຂອງ Bitel ແມ່ນຜົນສໍາເລັດຂອງຫວຽດນາມ ແລະຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນເປຣູ ສຳລັບ Bitel ນັ້ນກໍ່ແມ່ນຄວາມໄວ້ເນື້ອເຊື່ອໃຈຕໍ່ກັບຫວຽດນາມ.
ປະເທດພວມກ້າວເຂົ້າໄລຍະພັດທະນາໃໝ່, ບືນຕົວຂຶ້ນຢ່າງແຮງ, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ຢ່າງມີໄຊ ແລະຕັ້ງໜ້າກະກຽມຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ປະສົບຜົນສໍາເລັດ - ກອງປະຊຸມໃຫຍ່ແມ່ນຂີດໝາຍພິເສດບົນເສັ້ນທາງກ້າວເຂົ້າສັງກາດໃໝ່. ໃນສະພາບການດັ່ງກ່າວ, ການເຄື່ອນໄຫວທາງການທູດຂອງທ່ານປະທານປະເທດຫວຽດນາມ ໄດ້ສືບຕໍ່ ແລະເປີດຄວາມສາມາດບົ່ມຊ້ອນໃໝ່, ຍູ້ແຮງການກໍ່ສ້າງປະເທດເປັນເຈົ້າຕົນເອງ, ເຊື່ອໝັ້ນຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກ້າວເຂົ້າສູ່ສັງກາດບືນຕົວຂຶ້ນຂອງປະເທດຫວຽດນາມ, ຄຽງບ່າກັບບັນດາປະເທດມະຫາອໍານາດໃນຫ້າທະວີບ.
ໂດຍ: ແສງເດືອນ