ກອງປະຊຸມ WEF Davos ປີນີ້ມີຫົວຂໍ້ “ການຮ່ວມມືເພື່ອສັງກາດອັດສະລິຍະ”, ລວມມີ 5 ເນື້ອໃນຈຸດສຸມ, ຄື: (i) ສ້າງການເຕີບໂຕຄືນໃໝ່; (ii) ບັນດາຂະແໜງການອຸດສາຫະກໍາໃນສັງກາດອັດສະລິຍະ; (iii) ລົງທຶນຊັບພະຍາກອນມະນຸດ; (iv) ການປົກປ້ອງດາວພະເຄາະ; (v) ການສ້າງຄວາມເຊື່ອໝັ້ນຄືນໃໝ່. ກອງປະຊຸມຄາດວ່າ ຈະມີຜູ້ແທນປະມານ 2.700 ຄົນເຂົ້າຮ່ວມ, ໃນນັ້ນມີ ຜູ້ນຳລັດຖະບານ, ລັດ, ອົງການຈັດຕັ້ງສາກົນ 60 ທ່ານ ແລະຜູ້ຕາງໜ້າລາດຊະວົງບັນດາປະເທດ, ການນໍາກຸ່ມບໍລິສັດໃຫຍ່, ສາດສະດາຈານ, ນັກຮຽນຮູ້, ຜູ້ຕາງໜ້າບັນດາອົງການບໍ່ຂຶ້ນກັບລັດຖະບານ.
ກອງປະຊຸມໄດ້ດຳເນີນໄປໃນສະພາບການການເມືອງ, ເສດຖະກິດ ແລະຄວາມໝັ້ນຄົງໂລກສືບຕໍ່ຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ເສດຖະກິດທົ່ວໂລກຟື້ນຕົວຢ່າງຊັກຊ້າ, ເຊິ່ງອາດຈະພາໃຫ້ຂາດສະຖຽນລະພາບ, ດ້ວຍຄວາມສະດວກ ແລະສິ່ງທ້າທາຍສະຫຼັບກັນ. ໃນຂະນະນັ້ນ, ວິທະຍາສາດ-ເຕັກໂນໂລຢີ ແລະທ່າອ່ຽງນະວັດຕະກຳມີການພັດທະນາບຸກທະລຸ, ສົ່ງຜົນກະທົບຢ່າງເລິກເຊິ່ງກວ້າງຂວາງ, ຫຼາຍທິດໃນທົ່ວໂລກ, ວາງອອກຄວາມຕ້ອງການໃໝ່ຫຼາຍຢ່າງໃນການຄຸ້ມຄອງ, ບໍລິຫານທົ່ວໂລກ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລກປ່ຽນກັບສາດສະດາຈານ Klaus Schwab ຜູ້ສ້າງຕັ້ງທັງເປັນປະທານ WEF, ໃນວັນທີ 26 ມິຖຸນາ 2023. ພາບ: VGP |
ໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງຫວຽດນາມ ແລະ WEF ໄດ້ຮັບການຜັນຂະຫຍາຍຢ່າງແຮງ ແລະແທດຈິງ. ການນຳສອງຝ່າຍໄດ້ພົບປະເປັນປະຈຳ, ຊຸກຍູ້ບັນດາໂຄງການຮ່ວມມື, ຜັນຂະຫຍາຍບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມລະຫວ່າງສອງຝ່າຍໄລຍະ 2023-2026 ຢ່າງມີປະສິດທິຜົນ. ວັນທີ 25 ກັນຍາ 2024, ສອງຝ່າຍໄດ້ຈັດຕັ້ງພິທີເປີດສູນປະຕິວັດອຸດສາຫະກຳ 4.0 (C4IR) ຢູ່ນະຄອນໂຮ່ຈີມິນ, ແມ່ນ C4IR ທີ 2 ໃນເຄືອຂ່າຍ 19 C4IR ຂອງ WEF ໃນທົ່ວໂລກ.
ເລື່ອງ WEF ເຊື້ອເຊີນທ່ານນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມປະຈຳປີທົ່ວໂລກຢ່າງຕໍ່ເນື່ອງນັ້ນສະແດງໃຫ້ເຫັນຖານະບົດບາດ ແລະອິດທິພົນຊື່ສຽງສາກົນທີ່ນັບມື້ນັບເພີ່ມຂຶ້ນຂອງຫວຽດນາມ; ພ້ອມທັງຢືນຢັນການເຂົ້າຮ່ວມຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຂອງຫວຽດນາມ ທີ່ເວທີປາໄສຫຼາຍຝ່າຍ, ຄວາມມານະພະຍາຍາມຂອງຫວຽດນາມ ໃນການຮັກສາສັນຕິພາບ, ພັດທະນາ, ແກ້ໄຂບັນຫາທົ່ວໂລກ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ຫວຽດນາມ ສົ່ງສານກ່ຽວກັບຜົນງານພັດທະນາເສດຖະກິດ-ສັງຄົມ ແລະຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ກາລະໂອກາດຂອງຫວຽດນາມ ໃນສັງກາດອັດສະລິຍະ; ຜ່ານນັ້ນຢືນຢັນຄວາມຕັດສິນໃຈ ແລະຄວາມມານະພະຍາຍາມຂອງຫວຽດນາມໃນການສືບຕໍ່ປ່ຽນແປງໃໝ່ຈິນຕະນາການ, ປະດິດສ້າງ, ບຸກທະລຸ; ເສີມຂະຫຍາຍລັກສະນະກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າການຮັບມື, ຫັນຄວາມຄິດເປັນການກະທຳ, ໝາກຜົນລະອຽດ.
ປີ 2025, ຫວຽດນາມ ພ້ອມກັບ ໂປໂລຍ ແລະເຊັກ ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950-2025). ໃນຕະຫຼອດ 3/4 ສະຕະວັດຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ກັບໂປໂລຍ ແລະເຊັກ ໄດ້ພັດທະນາຢ່າງດີງາມ, ນັບມື້ນັບເຂົ້າສູ່ລວງເລິກໂດຍຜ່ານການຮັກສາການແລກປ່ຽນຄະນະຜູ້ແທນ ແລະການພົບປະຂັ້ນສູງ, ສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ.
ໃນການພົວພັນ ຫວຽດນາມ-ໂປໂລຍ, ສອງຝ່າຍຮັກສາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານ; ແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ. ກ່ຽວກັບເສດຖະກິດ-ການຄ້າ, ໂປໂລຍ ແມ່ນຄູ່ຮ່ວມມືແຖວໜ້າຂອງຫວຽດນາມ ຢູ່ພາກພື້ນເອີລົບກາງ ແລະເອີລົບຕາເວັນອອກ; ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າແຖວໜ້າຂອງ ໂປໂລຍ ທີ່ອາຊຽນ. ວົງເງິນການຄ້າສອງສົ້ນ ໃນໄລຍະ 2021-2023 ລ້ວນແຕ່ບັນລຸກວ່າ 2,5 ຕື້ໂດລາສະຫະລັດ/ປີ. ວົງເງິນໃນ 11 ເດືອນຕົ້ນປີ 2024 ບັນລຸ 3,151 ຕື້ໂດລາສະຫະລັດ. ໂປໂລຍ ແມ່ນໜຶ່ງໃນບັນດາປະເທດທຳອິດໃນສະຫະພາບເອີລົບ (ອີຢູ) ໜູນຊ່ວຍວັກຊິນ 1,4 ລ້ານຫຼອດ ແລະອຸປະກອນການແພດ 8 ໂຕນທີ່ມີມູນຄ່າ 4 ລ້ານໂດລາສະຫະລັດ ຊ່ວຍຫວຽດນາມ ຮັບມືກັບພະຍາດໂຄວິດ-19. ການຮ່ວມມືໃນຂົງເຂດອື່ນໆ, ຄື: ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ-ບຳລຸງສ້າງ, ກະສິກຳ, ວັດທະນະທຳ, ແຮງງານພວມພັດທະນາຢ່າງຕັ້ງໜ້າ.
ໃນການພົວພັນ ຫວຽດນາມ-ເຊັກ, ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ, ພົ້ນເດັ່ນແມ່ນ, ຫວ່າງມໍ່ໆມານີ້ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ມາຢ້ຽມຢາມ ເຊັກ (ເດືອນ ມິຖຸນາ 2023) ແລະ ທ່ານ Petr Fiala ນາຍົກລັດຖະມົນຕີ ເຊັກ ມາຢ້ຽມຢາມຫວຽດນາມ (ເດືອນເມສາ 2023). ກ່ຽວກັບເສດຖະກິດ-ການຄ້າ, ເຊັກ ແມ່ນຄູ່ຮ່ວມມືການຄ້າແຖວໜ້າຂອງຫວຽດນາມ ຢູ່ເອີລົບກາງ ແລະເອີລົບຕາເວັນອອກ; ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດຂອງ ເຊັກ ໃນອາຊຽນ.
ວົງເງິນການຄ້າສອງສົ້ນໃນ 11 ເດືອນຕົ້ນປີ 2024 ບັນລຸ 1,8 ຕື້ໂດລາສະຫະລັດ. ເຊັກ ແມ່ນໜຶ່ງໃນບັນດາປະເທດເອີລົບ ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນລະຫວ່າງຫວຽດນາມ ແລະອີຢູ (EVIPA) ໂດຍໄວ. ການຮ່ວມມືໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຢີ, ວັດທະນະທຳ, ກິລາ ພັດທະນາຢ່າງຕັ້ງໜ້າ. ປະຊາຄົມຊາວຫວຽດນາມ ອາໄສຢູ່ ເຊັກ ມີປະມານ 100.000 ຄົນ, ເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈຳຖິ່ນເປັນຢ່າງດີ, ໄດ້ຮັບການຮັບຮູ້ຈາກ ເຊັກ ວ່າແມ່ນຊົນເຜົ່າສ່ວນໜ້ອຍໃນປີ 2013, ມີມູນເຊື້ອສາມັກຄີ, ມຸ່ງຫາບ້ານເກີດເມືອງນອນ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ສັງຄົມປະເທດປະຈຳຖິ່ນ ແລະການພົວພັນສອງປະເທດ.
ການຢ້ຽມຢາມ ໂປໂລຍ ແລະເຊັກ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມ WEF Davos 2025 ແລະການເຮັດວຽກສອງຝ່າຍຢູ່ສະວິດ ຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ແມ່ນຫຼັກຖານທີ່ຈະແຈ້ງສະແດງໃຫ້ເຫັນການພັດທະນາຢ່າງຕັ້ງໜ້າ, ອັນດີງາມໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານ; ພ້ອມທັງຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກປັບປຸງ, ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການພົວພັນຮ່ວມມືກັບ WEF, ໂປໂລຍ, ເຊັກ ແລະສະວິດ ສືບຕໍ່ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ, ສອດຄ່ອງກັບສະພາບການໃໝ່.
ພວກເຮົາ ອວຍພອນໃຫ້ການຢ້ຽມຢາມ ໂປໂລຍ, ເຊັກ ຢ່າງເປັນທາງການ; ເຂົ້າຮ່ວມກອງປະຊຸມ WEF Davos 2025 ແລະການເຮັດວຽກສອງຝ່າຍຢູ່ ສະວິດ ຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນປັບປຸງສະພາບແວດລ້ອມສາກົນທີ່ສະດວກ, ຍູ້ແຮງການດຶງດູດການລົງທຶນ ແລະແຫຼ່ງກໍາລັງຈາກພາຍນອກຮັບໃຊ້ການ ພັດທະນາປະເທດ.
ໂດຍ: ເຈິ່ນຮວ່ຽນ