leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານນາງ Siti Rozaimeriyanty Dato Haji Abdul Rahman ເລຂາທິການໃຫຍ່ AIPA. ພາບ: ຟ້າມທັ໊ງ

ທີ່ການຕ້ອນຮັບ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການພາກພື້ນ ແລະກໍານົດທິດການເຄື່ອນໄຫວຂອງ AIPA ໃນໄລຍະຈະມາເຖິງ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຢືນຢັນວ່າ ປະຊາຄົມອາຊຽນສາມັກຄີຈະນຳພາການພັດທະນາຂອງແຕ່ລະປະເທດ ແລະຂອງທັງກຸ່ມ. ສະນັ້ນ, ບັນດາລັດຖະສະພາສະມາຊິກຄວນສືບຕໍ່ເພີ່ມທະວີການແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນດ້ານນິຕິບັນຍັດ, ຕິດຕາມກວດກາ ແລະຕັດສິນໃຈບັນຫາສຳຄັນຂອງແຕ່ລະປະເທດ. ບັນດາສະມາຊິກລັດຖະສະພາ, ລັດຖະສະພາສະມາຊິກ AIPA,  ເປັນຕົ້ນແມ່ນສະມາຊິກລັດຖະສະພາໜຸ່ມ, ສະມາຊິກລັດຖະສະພາຍິງເພີ່ມທະວີການພົບປະແລກປ່ຽນ, ແບ່ງປັນບົດຮຽນການເຄື່ອນໄຫວ ແລະບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານນາງ Siti Rozaimeriyanty Dato Haji Abdul Rahman ເລຂາທິການໃຫຍ່ AIPA. ພາບ: ຟ້າມທັ໊ງ

ທ່ານ ເຈິ່ນແທັງເໝິນ ຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາການເຄື່ອນໄຫວຂອງ AIPA; ຜ່ານ AIPA, ບັນດາລັດຖະສະພາສະມາຊິກສາມາດພ້ອມກັນສ້າງພື້ນຖານນິຕິກຳທີ່ໝັ້ນຄົງ, ໜູນຊ່ວຍບັນດາລັດຖະບານໃນການຫັນຄຳໝັ້ນສັນຍາຂອງອາຊຽນໃຫ້ປະກົດຜົນເປັນຈິງ. ສະພາແຫ່ງຊາດຫວຽດນາມ ພວມຕັ້ງໜ້າກະກຽມ, ສະເໜີບາງເນື້ອໃນກ່ຽວກັບຫົວຂໍ້ທີ່ກ່ຽວຂ້ອງຢູ່ຄະນະກໍາມະການຂອງ AIPA ພ້ອມແລ້ວທີ່ຈະເຂົ້າຮ່ວມການປຶກສາຫາລື, ປະກອບສ່ວນເຂົ້າໃນບັນດາຮ່າງມະຕິ, ຂໍ້ລິເລີ່ມອື່ນໆໂດຍບັນດາລັດຖະສະພາສະມາຊິກ AIPA ສະເໜີ ແລະແຈ້ງການຮ່ວມຂອງສະມັດຊາໃຫຍ່ AIPA-46.

ທ່ານເລຂາທິການໃຫຍ່ AIPA ສະແດງຄວາມເຫັນດີເປັນເອກະພາບຕໍ່ຄຳເຫັນຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ; ເນັ້ນໜັກວ່າ, ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບໃນ AIPA, ພິເສດແມ່ນໃນການຊຸກຍູ້ບັນດາຂໍ້ລິເລີ່ມທີ່ກ່ຽວຂ້ອງເຖິງຊາວໜຸ່ມ, ແມ່ຍິງ ແລະການພັດທະນາແບບຍືນຍົງ. ພ້ອມທັງປາດຖະໜາວ່າ ສະພາແຫ່ງຊາດຫວຽດນາມ ຈະສືບຕໍ່ສະໜັບສະໜູນ, ເພີ່ມທະວີການຮ່ວມມືກັບຄະນະເລຂາ AIPA ເພື່ອຍູ້ແຮງບົດບາດຂອງຊາວໜຸ່ມ, ສະມາຊິກລັດຖະສະພາໜຸ່ມໃນການເຄື່ອນໄຫວຂອງ AIPA.

ໂດຍ: ເຈິ່ນຮວ່ຽນ