ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ກັບບູຖານ

ທີ່ການຕ້ອນຮັບ, ທ່ານ ໂຕເລິມ ໄດ້ສະແດງຄວາມຊົມເຊີຍຮູບແບບພັດທະນາຂອງບູຖານ ດ້ວຍລັກສະນະເປັນເອກະລັກສະເພາະທີ່ໄດ້ຮັບຄວາມນິຍົມນັບຖືຈາກໂລກ ດ້ວຍການເຊີດຊູການປົກປັກຮັກສາສິ່ງແວດລ້ອມ, ອະນຸລັກຮັກສາມໍລະດົກວັດທະນະທຳ ແລະຄວາມຜາສຸກໃຫ້ແກ່ປະຊາຊົນ, ແມ່ນໜຶ່ງໃນບັນດາ “ປະເທດທີ່ມີຄວາມຜາສຸກທີ່ສຸດໃນໂລກ”; ຖືນັ້ນແມ່ນວິໄສທັດພັດທະນາຍຸດທະສາດ ແລະສະຫຼາດສ່ອງໃສ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະພະມະຫາກະສັດບູຖານ Jigme Khesar Namgyel Wangchuck. ພາບ: qdnd.vn

ພະມະຫາກະສັດບູຖານ ເນັ້ນໜັກວ່າ ບູຖານ ຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດແຖວໜ້າ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ປາດຖະໜາຢາກເພີ່ມທະວີການຮ່ວມມືຫຼາຍດ້ານ, ແບ່ງປັນ ແລະຖອດຖອນບົດຮຽນຂອງຫວຽດນາມ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ຕ້ອນຮັບພະມະຫາກະສັດບູຖານJigme Khesar Namgyel Wangchuck. ພາບ: qdnd.vn

ການນຳສອງທ່ານ ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງຕັ້ງໜ້າຂອງສາຍພົວພັນມິດຕະພາບລະຫວ່າງຫວຽດນາມ ແລະບູຖານ ໃນກວ່າໜຶ່ງທົດສະວັດແຫ່ງການສ້າງຕັ້ງການພົວພັນທາງການທູດ. ສອງຝ່າຍເນັ້ນໜັກວ່າ ນໍ້າໃຈມິດຕະພາບ, ຈຸດຄ້າຍຄືກັນທາງດ້ານວັດທະນະທຳ ແລະທັດສະດີປັດຊະຍາພັດທະນາແມ່ນພື້ນຖານສຳຄັນເພື່ອໃຫ້ສອງຝ່າຍສືບຕໍ່ຂຸດຄົ້ນຄວາມສາມາດບ່ົມຊ້ອນ, ທ່າແຮງຂອງແຕ່ລະປະເທດຢ່າງມີປະສິດທິຜົນ, ຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງໃນໄລຍະຈະມາເຖິງ, ນຳມາເຊິ່ງຜົນປະໂຫຍດລວມ ແລະ ປະກອບສ່ວນເຂົ້າໃນການພັດທະນາ, ສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ. ການນຳສອງທ່ານ ໄດ້ເຫັນດີເປັນເອກະສັນຈະຮ່ວມມືຢ່າງແໜ້ນແຟ້ນກວ່າອີກ ແລະເພີ່ມທະວີການສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ພິເສດແມ່ນສະຫະປະຊາຊາດ.

ບູຖານ ຖືເປັນສໍາຄັນບົດບາດ ແລະຖານະທີ່ຕັ້ງຂອງຫວຽດນາມ

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 19 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ພ້ອມດ້ວຍພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບພະມະຫາກະສັດ Jigme Khesar Namgyel Wangchuck ພ້ອມດ້ວຍພະລາຊິນີ ແລະຄະນະຜູ້ແທນຂັ້ນສູງຂອງບູຖານ. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ແລະພະມະຫາກະສັດ Jigme Khesar Namgyel Wangchuck ໄດ້ດຳເນີນການພົບປະສອງຝ່າຍ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ເປັນປະທານພິທີຕ້ອນຮັບພະມະຫາກະສັດບູຖານ Jigme Khesar Namgyel Wangchuck. ພາບ: qdnd.vn
leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະພະມະຫາກະສັດ Jigme Khesar Namgyel Wangchuck ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn

ທີ່ການພົບປະສອງຝ່າຍ, ການນຳສອງທ່ານໄດ້ເຫັນດີປັບປຸງການພົວພັນມິດຕະພາບ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນຢ່າງບໍ່ຢຸດຢັ້ງ, ຊຸກຍູ້ການຢ້ຽມຢາມຂັ້ນສູງຢ່າງເປັນປະຈຳໃຫ້ຫຼາຍກວ່າອີກ, ຊຸກຍູ້ການລົງນາມໃນຂໍ້ຕົກລົງການຮ່ວມມືເພື່ອແນໃສ່ສ້າງຂອບເຂດທີ່ສະດວກເພື່ອຜັນຂະຫຍາຍບັນດາໂຄງການ ແລະການເຄື່ອນໄຫວລະອຽດ.

ສອງຝ່າຍເຫັນດີເປັນເອກະສັນສົ່ງເສີມບັນດາອົງການ, ກະຊວງ, ຂະແໜງການ ແລະວິສາຫະກິດສອງປະເທດ ຊຸກຍູ້ການຮ່ວມມື, ອຳນວຍຄວາມສະດວກເປີດປະຕູໃຫ້ສິນຄ້າທີ່ມີທ່າແຮງຂອງປະເທດນີ້ເຂົ້າເຖິງຕະຫຼາດຂອງປະເທດອື່ນ, ມຸ່ງໄປເຖິງການຫັນຕ່ອງໂສ້ການສະໜອງເປັນຫຼາຍຮູບຫຼາຍແບບ, ສູ້ຊົນນໍາວົງເງິນການຄ້າເພີ່ມຂຶ້ນຫຼາຍເທົ່າໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະພະມະຫາກະສັດບູຖານ Jigme Khesar Namgyel Wangchuck ທີ່ການພົບປະສອງຝ່າຍ. ພາບ: qdnd.vn

ສອງຝ່າຍເຫັນດີເປັນເອກະສັນຕ້ອງເປີດກວ້າງການຮ່ວມມືໃນບັນດາຂົງເຂດສຳຄັນ ຄື: ກະສິກຳ, ວິທະຍາສາດ ແລະເຕັກໂນໂລຢີ, ນະວັດຕະກຳ, ການສຶກສາ, ບຳລຸງສ້າງ, ວັດທະນະທຳ, ສິລະປະ; ສົ່ງເສີມບັນດາບໍລິສັດການບິນສອງປະເທດພິຈາລະນາເປີດສາຍການບິນໂດຍກົງເພື່ອແນໃສ່ຊຸກຍູ້ການແລກປ່ຽນດ້ານວັດທະນະທຳ, ສາສະໜາ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ... ພ້ອມທັງເປີດກວ້າງການຮ່ວມມືໃນຂົງເຂດໃໝ່ມຸ່ງໄປເຖິງການພັດທະນາແບບຍືນຍົງ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນ.

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn

ການນຳສອງທ່ານ ສະແດງຄວາມປິຕິຊົມຊື່ນຕໍ່ເລື່ອງສອງປະເທດໄດ້ແບ່ງປັນທັດສະນະທີ່ຄ້າຍຄືກັນຫຼາຍຢ່າງຢູ່ບັນດາເວທີປາໄສສາກົນ, ພິເສດແມ່ນໃນບັນຫາພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການອະນຸລັກຮັກສາທຳມະຊາດ ແລະການຮັກສາສັນຕິພາບ; ເນັ້ນໜັກວ່າ ຈະສືບຕໍ່ສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ອົງການຈັດຕັ້ງສາກົນ ແລະພາກພື້ນ.

ພາຍຫຼັງການພົບປະສອງຝ່າຍ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະພະມະຫາກະສັດ Jigme Khesar Namgyel Wangchuck ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື 2 ສະບັບ ຄື: ເອກະສານຂອບການຮ່ວມມືລະຫວ່າງສອງລັດຖະບານ ແລະເອກະສານຮ່ວມມືໃນຂົງເຂດການບິນ.

ຂຸດຄົ້ນກໍາລັງຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມື ຢ່າງມີປະສິດທິຜົນ

ຕອນບ່າຍວັນທີ 19 ສິງຫາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບພະມະຫາກະສັດບູຖານ Jigme Khesar Namgyel Wangchuck ເນື່ອງໃນໂອກາດທີ່ພະມະຫາກະສັດ ມາຢ້ຽມຢາມຫວຽດນາມ.

ທີ່ການພົບປະ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບ ບູຖານ; ສະເໜີສອງຝ່າຍຊຸກຍູ້ການຢ້ຽມຢາມ ແລະການພົບປະຂັ້ນສູງ ແລະທຸກຂັ້ນ; ພິຈາລະນາສ້າງຕັ້ງກົນໄກຮ່ວມມືສອງຝ່າຍ; ສືບຕໍ່ກວດກາຄືນ, ຊຸກຍູ້ການລົງນາມໃນຂໍ້ຕົກລົງການຮ່ວມມືໂດຍໄວ. ພ້ອມທັງຍູ້ແຮງການເຊື່ອມຕໍ່ສອງພື້ນຖານເສດຖະກິດໂດຍຜ່ານຊຸກຍູ້ການເຈລະຈາ, ລົງນາມໃນຂໍ້ຕົກລົງການຮ່ວມມືດ້ານເສດຖະກິດ, ການຄ້າ, ສ້າງຄວາມສະດວກໃຫ້ແກ່ສິນຄ້າຂອງສອງປະເທດເຂົ້າເຖິງຕະຫຼາດຂອງກັນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະພະມະຫາກະສັດບູຖານ Jigme Khesar Namgyel Wangchuck. ພາບ: qdnd.vn

ຫວຽດນາມ ພ້ອມແລ້ວທີ່ຈະສົ່ງອອກປະເພດສິນຄ້າທີ່ບູຖານ ມີຄວາມຕ້ອງການ ແລະຫວຽດນາມ ມີທ່າແຮງ ຄື: ສະບຽງອາຫານ, ທັນຍາຫານ, ເຄື່ອງບໍລິໂພກ, ວັດສະດຸກໍ່ສ້າງ, ຜະລິດຕະພັນເອເລັກໂຕນິກ ແລະເຄື່ອງອາໄຫຼ່ ແລະນຳເຂົ້າປະເພດສິນຄ້າຈາກ ບູຖານ ເພື່ອຕອບສະໜອງຄວາມຕ້ອງການຂອງສອງປະເທດ.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍ ພິຈາລະນາເປີດກວ້າງການຮ່ວມມືທາງດ້ານຄວາມສະຫງົບ, ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີແນັດ; ຊຸກຍູ້ການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ຄື: ການທ່ອງທ່ຽວຈິດວິນຍານ, ກະສິກຳອົງຄະທາດ, ຄຸນນະພາບສູງ, ການແພດພື້ນເມືອງ; ສ້າງຕັ້ງສາຍການບິນໂດຍກົງໂດຍໄວ ເພື່ອຊຸກຍູ້ການແລກປ່ຽນວັດທະນະທຳ ແລະການພົບປະແລກປ່ຽນປະຊາຊົນ.

ພະມະຫາກະສັດບູຖານ Jigme ຢືນຢັນວ່າ ບູຖານ ຖືຫວຽດນາມ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະສຳຄັນຢູ່ພາກພື້ນ, ໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືກັບຫວຽດນາມ ໃນໄລຍະຈະມາເຖິງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະພະມະຫາກະສັດບູຖານ ເຫັນດີເປັນເອກະສັນວ່າ ຫວຽດນາມ ແລະບູຖານ ຄວນສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນ,  ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ. ຫວຽດນາມ ຊົມເຊີຍບູຖານ ເພີ່ມທະວີການຮ່ວມມືແທດຈິງກັບອາຊຽນ ແລະກໍຄືບັນດາກົນໄກຮ່ວມມືພາກພື້ນອື່ນໆ.

ຊຸກຍູ້ການເຊື່ອມຕໍ່ລັດຖະສະພາ

ໃນວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະກັບພະມະຫາກະສັດບູຖານ Jigme Khesar Namgyel Wangchuck.

ທ່ານ ເຈິ່ນແທັງເໝິນ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກເຮັດໃຫ້ການພົວພັນມິດຕະພາບກັບ ບູຖານ ເລິກເຊິ່ງກວ່າອີກ; ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການພົວພັນຮ່ວມມືລະຫວ່າງ ຫວຽດນາມ-ບູຖານ ຈະໄດ້ຮັບການຊຸກຍູ້ຢ່າງແຂງແຮງໃຫ້ຂຶ້ນສູ່ລະດັບສູງໃໝ່.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ແລະພະມະຫາກະສັດບູຖານ Jigme Khesar Namgyel Wangchuck. ພາບ: qdnd.vn

ສອງຝ່າຍເຫັນດີຕ້ອງຂຸດຄົ້ນກໍາລັງຄວາມສາມາດບົ່ມຊ້ອນ ໃນການຮ່ວມມືລະຫວ່າງສອງປະເທດຢ່າງສຸດຂີດ, ໃຫ້ບຸລິມະສິດຊຸກຍູ້ການຮ່ວມມືດ້ານເສດຖະກິດ, ພິເສດແມ່ນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ. ສອງຝ່າຍກໍ່ເຫັນດີຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສພາກພື້ນ ແລະສາກົນ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບຫຼັກໝັ້ນໃນບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ໂດຍ: ທູຈາງ