ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບທ່ານ Park Chang Dal, ທູດພິເສດຂອງປະທານາທິບໍດີ ສ.ເກົາຫຼີ
ກປ.ອອນໄລ - ຕອນບ່າຍວັນທີ 29 ກໍລະກົດ, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໃຫ້ການຕ້ອນຮັບທ່ານທູດພິເສດ Park Chang Dal ທີ່ພວມຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 28 - 30 ກໍລະກົດ.
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ສ.ເກົາຫຼີ ແລະປາດຖະໜາຢາກວ່າການຮ່ວມມືສອງຝ່າຍຈະສືບຕໍ່ພັດທະນາຢ່າງແທດຈິງ, ມີປະສິດທິຜົນ, ອຸດົມສົມບູນ ແລະຍືນຍົງໃນໄລຍະຈະມາເຖິງ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໃຫ້ການຕ້ອນຮັບທ່ານ Park Chang Dal, ທູດພິເສດຂອງປະທານາທິບໍດີ ສ.ເກົາຫຼີ. ພາບ: nhandan.vn |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາໝາກຜົນທີ່ສອງປະເທດບັນລຸໄດ້ພາຍຫຼັງກວ່າ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ພິເສດແມ່ນພາຍຫຼັງສອງປະເທດຍົກລະດັບການພົວພັນຂຶ້ນສູ່ຄູ່ຮ່ວມມືຍຸດທະສາດອບດ້ານເມື່ອເດືອນ ທັນວາ 2022, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດນັບມື້ນັບໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ; ສອງປະເທດໄດ້ກາຍເປັນຄູ່ຮ່ວມມືທີ່ສຳຄັນຂອງກັນໃນຫຼາຍຂົງເຂດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕີລາຄາວ່າ ການຮ່ວມມືລະຫວ່າງສອງປະເທດຍັງມີຫຼາຍຂົງເຂດພັດທະນາ; ສະເໜີໃຫ້ສອງຝ່າຍສືບຕໍ່ເຮັດໃຫ້ການພົວພັນດ້ານການເມືອງເລິກເຊິ່ງຂຶ້ນຕື່ມ...
ທ່ານທູດພິເສດ Park Chang Dal ເນັ້ນໜັກວ່າ ສ.ເກົາຫຼີ ຍາມໃດກໍ່ຖືຫວຽດນາມ ເປັນຄູ່ຮ່ວມມືສຳຄັນໃນການປະຕິບັດນະໂຍບາຍການຕ່າງປະເທດຂອງພາກພື້ນ; ປາດຖະໜາຢາກພ້ອມກັບຫວຽດນາມ ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະຈະມາເຖິງໃນທຸກຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດ ແລະເຕັກໂນໂລຢີ; ພ້ອມທັງ, ປາດຖະໜາຢາກ ຫວຽດນາມ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ແລະພົນລະເມືອງ ສ.ເກົາຫຼີ ທີ່ດຳລົງຊີວິດ, ຮ່ຳຮຽນ ແລະເຮັດວຽກຢູ່ ຫວຽດນາມ.
ກ່ຽວກັບບັນຫາສາກົນ ແລະພາກພື້ນ, ສອງຝ່າຍໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນເວທີປາໄສພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຮ່ວມມືຜັນຂະຫຍາຍຢ່າງສຳເລັດຜົນກອງປະຊຸມສຸດຍອດ APEC 2025 ຈັດຂຶ້ນຢູ່ ສ.ເກົາຫຼີ ແລະກອງປະຊຸມສຸດຍອດ APEC 2027 ທີ່ຈັດຂຶ້ນຢູ່ ຫວຽດນາມ.
* ຕອນຄ່ຳວັນທີ 29 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິີ໊ງ ໄດ້ໃຫ້ການຕ້ອນຮັບທ່ານ Kim Hyoung-nyon, ຮອງປະທານກຸ່ມບໍລິສັດ Dunamu (ສ.ເກົາຫຼີ) ແລະທ່ານ Lee Eun-hyung, ຮອງປະທານກຸ່ມບໍລິສັດ Hana (ສ.ເກົາຫຼີ) ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ ເພື່ອແລກປ່ຽນບົດຮຽນ ແລະຊອກຮູ້ຄວາມສາມາດຮ່ວມມືໃນຂົງເຂດຊັບສິນ crypto.
ໂດຍ: ໄຊນີດາ