“ຫວຽດນາມ ຊົມເຊີຍຂໍ້ຕົກລົງຢຸດຍິງທັນທີ ແລະບໍ່ມີເງື່ອນໄຂບັນລຸໄດ້ລະຫວ່າງ ກໍາປູເຈຍ ແລະໄທ ໃນວັນທີ 28 ກໍລະກົດ, ແມ່ນບາດກ້າວສໍາຄັນແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງ ແລະສ້າງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະຄວາມປອດໄພຢູ່ພາກພື້ນ.

leftcenterrightdel
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດຫວຽດນາມ

ພວກຂ້າພະເຈົ້າ ຕີລາຄາສູງຄວາມມານະພະຍາຍາມຂອງມາເລເຊຍ, ໃນຖານະເປັນປະທານອາຊຽນ 2025, ຕັ້ງໜ້າຊຸກຍູ້, ສ້າງສະພາບແວດລ້ອມທີ່ສະດວກໃຫ້ການແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານຫຼັກການພື້ນຖານຂອງກົດໝາຍສາກົນ, ກົດບັດສະຫະປະຊາຊາດ, ກົດບັດອາຊຽນ, ສົນທິສັນຍາເປັນມິດ ແລະຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC) ແລະບົນຈິດໃຈມິດຕະພາບ, ສາມັກຄີອາຊຽນ, ເພື່ອຜົນປະໂຫຍດຂອງສອງຝ່າຍ ແລະພາກພື້ນ.

ຫວຽດນາມ ເຊື່ອໝັ້ນວ່າ ສອງປະເທດຈະປະຕິບັດຂໍ້ຕົກລົງຢຸດຍິງຢ່າງຈິງຈັງ, ສືບຕໍ່ເຈລະຈາ, ຊອກຫາມາດຕະການໂດຍສັນຕິວິທີແກ້ໄຂຄວາມບໍ່ລົງລອຍກັນ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ”.

ໂດຍ: ເຈິ່ນຮວ່ຽນ