ການຮ່ວມມືເພື່ອສັນຕິພາບ, ຍຸຕິທໍາ ແລະວັດທະນາຖາວອນ
ເຂົ້າຮ່ວມພິທີໄຂມີທ່ານນາງ Tulia Ackson ປະທານສະຫະພັນລັດຖະສະພາສາກົນ (IPU), ທ່ານ Martin Chungong ເລຂາທິການໃຫຍ່ IPU ແລະຫົວໜ້າຄະນະລັດຖະສະພາທີ່ມາຈາກ 115 ປະເທດສະມາຊິກ IPU.
ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ Tulia Ackson ປະທານ IPU ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຫົວຂໍ້ ແລະບັນດາກອງປະຊຸມປຶກສາຫາລືທີ່ຈະມາເຖິງຂອງກອງປະຊຸມໃນສະພາບທີ່ໂລກພວມປະເຊີນໜ້າກັບສິ່ງທ້າທາຍຢ່າງຮ້າຍແຮງ, ຄື: ການປະທະກັນດ້ວຍກຳລັງປະກອບອາວຸດ, ການຂາດສະຖຽນລະພາບດ້ານການເມືອງ, ການລະເມີດກົດໝາຍສາກົນ, ການຫຼຸດຄຳໝັ້ນສັນຍາຫຼາຍຝ່າຍລົງ ແລະແຫຼ່ງກຳລັງໃຫ້ການພັດທະນາແບບຍືນຍົງ, ຮັບປະກັນຄວາມຍຸຕິທຳທາງສັງຄົມ, ໜູນຊ່ວຍບັນດາກຸ່ມດ້ອຍໂອກາດ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມພິທີໄຂກອງປະຊຸມບັນດາປະທານສະພາແຫ່ງຊາດໂລກ ຄັ້ງທີ 6. ພາບ: qdnd.vn |
ກ່າວຄຳເຫັນທີ່ວາລະໄຂກອງປະຊຸມ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ ການຮ່ວມມືລັດຖະສະພາບໍ່ພຽງແຕ່ແມ່ນການແບ່ງປັນບົດຮຽນດ້ານນິຕິບັນຍັດ ຫຼື ຮັບຮອງເອົາມະຕິຕົກລົງເທົ່ານັ້ນ, ຫາກຍັງແມ່ນການໃຫ້ຄຳໝັ້ນສັນຍາຫັນຄຳເວົ້າໃຫ້ກາຍເປັນການກະທຳ, ຫັນຄວາມຄິດເຫັນໃຫ້ກາຍເປັນຄວາມຈິງ, ຫັນຄວາມຫວັງໃຫ້ກາຍເປັນກາລະໂອກາດທີ່ແທ້ຈິງໃຫ້ແກ່ປະຊາຊົນນັບຕື້ຄົນໃນທົ່ວໂລກ. ລັດຖະສະພາ - ຜູ້ຕາງໜ້າໃຫ້ເຈດຈຳນົງ ແລະຄວາມມຸ່ງມາດປາດຖະໜາຂອງປະຊາຊົນ - ຕ້ອງຮັບປະກັນນະໂຍບາຍ ແລະກົດໝາຍໄດ້ສ້າງຂຶ້ນໂດຍອີງໃສ່ຄຸນຄ່າຫຼັກ, ຄື: ສັນຕິພາບ, ຍຸຕິທຳ ແລະສະເໝີພາບ.
ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ທ່ານປະທານສະພາແຫ່ງຊາດຫວຽດນາມ ໄດ້ສະເໜີບາງທິດທາງໃຫ້ແກ່ການຮ່ວມມືລັດຖະສະພາໃນໄລຍະຈະມາເຖິງ, ນັ້ນແມ່ນເພີ່ມທະວີການເຈລະຈາ ແລະສ້າງຄວາມໄວ້ເນື້ອເຊື່ອໃຈ, ຄື: ບັນດາລັດຖະສະພາຕ້ອງຮັກສາເວທີປາໄສຢ່າງເປັນປະຈຳເພື່ອປຶກສາຫາລືບັນຫາທົ່ວໂລກ, ນັບແຕ່ການປະທະກັນໃນພາກພື້ນຈົນເຖິງສິ່ງທ້າທາຍຂ້າມຊາຍແດນ. ການເຈລະຈາແທນໃຫ້ການສູ້ຢັນ-ນັ້ນແມ່ວິທີການອັນດຽວເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ ແລະຈິດໃຈຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງບັນດາປະເທດ ແລະຊົນຊາດ. ພ້ອມກັນນັ້ນ, ຊຸກຍູ້ຄວາມຍຸຕິທຳ ແລະ ຄວາມສະເໝີພາບໂດຍຜ່ານການໃຫ້ບຸລິມະສິດບັນດານະໂຍບາຍປົກປ້ອງສິດທິມະນຸດ, ຫຼຸດຜ່ອນຄວາມບໍ່ສະເໝີພາບ ແລະຮັບປະກັນບໍ່ປະໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ. ບັນດາລັດຖະສະພາຕ້ອງເພີ່ມທະວີບົດບາດຕິດຕາມກວດກາຂອງຕົນເພື່ອຮັບປະກັນໃຫ້ລັດຖະບານປະຕິບັດຄຳໝັ້ນສັນຍາກ່ຽວກັບຄວາມຍຸຕິທຳທາງສັງຄົມ.
    |
 |
ບັນຍາກາດທີ່ພິທີໄຂກອງປະຊຸມບັນດາປະທານສະພາແຫ່ງຊາດໂລກ ຄັ້ງທີ 6. ພາບ: qdnd.vn |
ທ່ານ ເຈິ່ນແທັງເໝິນ ກໍ່ເນັ້ນໜັກເຖິງຂໍ້ສະເໜີການກະທໍາເພື່ອສິ່ງແວດລ້ອມ ແລະການພັດທະນາແບບຍືນຍົງ. ເນັ້ນໜັກເຖິງການເພີ່ມທະວີການຮ່ວມມືລະຫວ່າງລັດຖະສະພາສາກົນ, ທ່ານ ເຈິ່ນແທັງເໝິນ ສະເໜີວ່າບັນດາລັດຖະສະພາບໍ່ພຽງແຕ່ແມ່ນອົງການນິຕິບັນຍັດເທົ່ານັ້ນ ຫາກຍັງເປັນຂົວຕໍ່ລະຫວ່າງຊາດ. ຍ້ອນເຫດນັ້ນ, ຜ່ານການຊຸກຍູ້ການທູດລັດຖະສະພາ, ພວກເຮົາສາມາດສ້າງຕົວຫານລວມກ່ຽວກັບຜົນປະໂຫຍດລະຫວ່າງບັນດາປະເທດ ແລະຊົນຊາດ, ປະກອບສ່ວນສ້າງມາດຕະການແກ້ໄຂຢ່າງມີປະສິດທິຜົນ ແລະເປັນໄປໄດ້ໃຫ້ແກ່ບັນດາບັນຫາທົ່ວໂລກ.
ໂດຍເປັນສະມາຊິກທີ່ມີຄວາມຕັ້ງໜ້າຂອງ IPU, ທ່ານ ເຈິ່ນແທັງເໝິນ ຢືນຢັນວ່າ ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ໃຫ້ຄໍາໝັ້ນສັນຍາຢ່າງແຂງແຮງຕໍ່ກັບລັດທິຫຼາຍຝ່າຍ ແລະການຮ່ວມມືລັດຖະສະພາ. ທ່ານປະທານສະພາແຫ່ງຊາດ ເຊື່ອໝັ້ນວ່າ: ສັນຕິພາບ, ຄວາມຍຸຕິທຳ ແລະວັດທະນາຖາວອນຈະບັນລຸໄດ້ເມື່ອທຸກປະເທດບໍ່ວ່າໃຫຍ່ຫຼືນ້ອຍພ້ອມກັນເຄົາລົບກົດໝາຍສາກົນ, ຮ່ວມມືຢ່າງສະເໝີພາບ ແລະຖືຜົນປະໂຫຍດຂອງປະຊາຊົນເປັນໃຈກາງ.
ສ້າງພະລັງແຮງໃໝ່ໃຫ້ການພົວພັນຫວຽດນາມ - ສະວິດ ຜ່ານຊ່ອງທາງລັດຖະສະພາ
ຕອນເຊົ້າວັນທີ 29 ກໍລະກົດ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ເຊີແນວ, ໃນຂອບເຂດການເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກ ຄັ້ງທີ 6 ແລະດຳເນີນການເຄື່ອນໄຫວສອງຝ່າຍຢູ່ສະວິດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານນາງ Maja Riniker ປະທານສະພາຕ່ຳສະວິດ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານນາງ Maja Riniker ປະທານສະພາຕ່ຳສະວິດ. ພາບ: qdnd.vn |
ເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານໃຫ້ຫຼາຍກວ່າອີກ, ທ່ານ ເຈິ່ນແທັງເໝິນ ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ; ເພີ່ມທະວີການແລກປ່ຽນລະຫວ່າງກຸ່ມສະມາຊິກລັດຖະສະພາມິດຕະພາບ, ສະມາຊິກລັດຖະສະພາໜຸ່ມ, ສະມາຊິກລັດຖະສະພາຍິງ; ເພີ່ມທະວີການຮ່ວມມືໃນຂົງເຂດສ້າງກົດໝາຍ, ເປັນຕົ້ນແມ່ນການເງິນ, ທະນາຄານ, ສູນການເງິນ, ທະນາຄານດີຈີຕອນ, ຊັບສິນດີຈີຕອນ, blockchain, fintech ແລະອື່ນໆ.
ສ່ວນທ່ານນາງ Maja Riniker ປະທານສະພາຕ່ຳສະວິດ ກໍ່ຖືວ່າ, ສະວິດ ແລະຫວຽດນາມ ປາດຖະໜາຢາກແກ້ໄຂບັນຫາສາກົນລວມດ້ວຍການເຈລະຈາແບບສັນຕິວິທີ. ສະວິດ ຍາມໃດກໍ່ປາດຖະໜາຢາກເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນກັບຫວຽດນາມ ຜ່ານຊ່ອງທາງລັດຖະສະພາ; ຫວັງວ່າ ຈະລົງນາມໃນສັນຍາການຄ້າເສລີ ຫວຽດນາມ - EFTA ໂດຍໄວ, ສ້າງກາລະໂອກາດເພີ່ມທະວີການຮ່ວມມືດ້ານການຄ້າສອງຝ່າຍ.
* ຕອນເຊົ້າວັນດຽວກັນ, ຢູ່ເຊີແນວ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ Andrea Caroni ປະທານສະພາສູງສະວິດ.
ນະທີ່ນີ້, ທ່ານ ເຈິ່ນແທັງເໝິນ ສະເໜີໃຫ້ສອງປະເທດເພີ່ມທະວີການຮ່ວມມືຜ່ານຊ່ອງທາງສະພາແຫ່ງຊາດ, ລະອຽດແມ່ນເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ປາດຖະໜາຢາກໃຫ້ສະພາແຫ່ງຊາດສະວິດ ແບ່ງປັນປະສົບການໃນການສ້າງ ແລະປັບປຸງລະບົບກົດໝາຍໃຫ້ສົມບູນແບບ ກໍຄືຍົກສູງບົດບາດຂອງສະພາແຫ່ງຊາດໃນການພັດທະນາປະເທດຊາດ; ທ່ານ ເຈິ່ນແທັງເໝິນ ແບ່ງປັນວ່າ ຫວຽດນາມ ປາດຖະໜາຢາກຮ່ວມມືກັບ ສະວິດ ໃນຂົງເຂດເຕັກໂນໂລຢີ, ການເງິນ, ທະນາຄານດີຈີຕອນ; ປາດຖະໜາວ່າ ສອງປະເທດຈະແລກປ່ຽນສັນຍາການຄ້າເສລີສອງຝ່າຍໂດຍໄວ...
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Andrea Caroni ປະທານສະພາສູງສະວິດ. ພາບ: qdnd.vn |
ສ່ວນທ່ານ Andrea Caroni ຢືນຢັນວ່າ ສະວິດ ຍາມໃດກໍ່ຖືເປັນສຳຄັນການເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ສະວິດ; ສະແດງຄວາມປາດຖະໜາ ແລະໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືກັບຫວຽດນາມ, ເປັນຕົ້ນແມ່ນຜ່ານຊ່ອງທາງສະພາແຫ່ງຊາດ.
ເມື່ອແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍຢືນຢັນວ່າ ຈະສະໜັບສະໜູນການແກ້ໄຂການຂັດແຍ່ງ ແລະການປະທະກັນໂດຍສັນຕິວິທີ, ບົນພື້ນຖານຫຼັກການພື້ນຖານຂອງກົດໝາຍສາກົນ, ກົດບັດສະຫະປະຊາຊາດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາແບບຍືນຍົງຂອງແຕ່ລະພາກພື້ນ ແລະໃນໂລກ; ເຫັນດີສືບຕໍ່ເພີ່ມທະວີການປຶກສາຫາລື, ສົມທົບໃນຫຼັກໝັ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສສາກົນ, ໃນນັ້ນມີ IPU, APF ແລະກົນໄກພາກພື້ນຕ່າງໆ.
ເສີມຂະຫຍາຍບົດບາດໄກ່ເກ່ຍປອງດອງ, ປັບປຸງຄວາມເປັນເອກະພາບ ແລະຄວາມສາມັກຄີໃນອາຊຽນ
ຕອນເຊົ້າວັນທີ 29 ກໍລະກົດ (ຕາມເວລາທ້ອງຖິ່ນ), ຢູ່ເຊີແນວ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກ ຄັ້ງທີ 6, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານນາງ Khuon Sudary ປະທານສະພາແຫ່ງຊາດກຳປູເຈຍ.
ທີ່ການພົບປະ, ທ່ານ ເຈິ່ນແທັງເໝິນ ຖືວ່າ ເລື່ອງກຳປູເຈຍ ແລະໄທ ບັນລຸໄດ້ຂໍ້ຕົກລົງຢຸດຍິງທີ່ກອງປະຊຸມໂດຍ ມາເລເຊຍ - ປະທານອາຊຽນ 2025 ໄດ້ຈັດຕັ້ງໃນວັນທີ 28 ກໍລະກົດຜ່ານມາ ແມ່ນບາດກ້າວທີ່ຕັ້ງໜ້າ, ປະກອບສ່ວນນຳສະພາບການກັບຄືນສູ່ສະພາບປົກກະຕິ, ຫຼີກລ້ຽງຄວາມເສຍຫາຍໃຫ້ແກ່ປະຊາຊົນ, ເຊີດຊູບົດບາດການໄກ່ເກ່ຍຄປອງດອງຂອງອາຊຽນ ກໍຄືການປັບປຸງຄວາມເປັນເອກະພາບ, ຄວາມສາມັກຄີພາຍໃນອາຊຽນ; ປາດຖະໜາຢາກວ່າ ກຳປູເຈຍ ແລະໄທ ຈະມານະພະຍາຍາມເຈລະຈາ, ແກ້ໄຂຄວາມບໍ່ລົງລອຍກັນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເພື່ອຜົນປະໂຫຍດຂອງທັງສອງປະເທດ ແລະຜົນປະໂຫຍດລວມຂອງອາຊຽນ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານນາງ Khuon Sudary ປະທານສະພາແຫ່ງຊາດກຳປູເຈຍ ພ້ອມດ້ວຍຜູ້ແທນ. ພາບ: qdnd.vn |
ກ່ຽວກັບການຮ່ວມມືລັດຖະສະພາ, ສອງຝ່າຍເຫັນດີເປັນເອກະພາບຮັກສາການພົວພັນລະຫວ່າງກຸ່ມສະມາຊິກລັດຖະສະພາ, ສະມາຊິກລັດຖະສະພາໜຸ່ມ, ສະມາຊິກລັດຖະສະພາຍິງຂອງສອງປະເທດເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະບົດຮຽນປະສົບການໃນຂົງເຂດນິຕິບັນຍັດ, ເປັນຕົ້ນແມ່ນໃນການສ້າງລະບອບລະບຽບການ, ລະບົບກົດໝາຍ. ເສີມຂະຫຍາຍບົດບາດຂອງສະພາແຫ່ງຊາດຂອງສອງປະເທດໃນການຊຸກຍູ້ການພົວພັນສອງຝ່າຍ, ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຕິດຕາມກວດກາ, ຊຸກຍູ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດຜັນຂະຫຍາຍສົນທິສັນຍາ, ສັນຍາ, ຂໍ້ຕົກລົງທີ່ໄດ້ລົງນາມສະບັບຕ່າງໆຢ່າງມີປະສິດທິຜົນ.
ໂດຍ: ທູຈາງ