leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ແລະພັນລະຍາ ໄດ້ໄປຮອດເຊີແນວ, ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມປະທານສະພາແຫ່ງຊາດສາກົນ. ພາບ: ຫວູຢຸງ.

ຕ້ອນຮັບທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢູ່ສະໜາມບິນ ມີ: ທ່ານ ມາຍຟານຢຸ້ງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ຄຽງຂ້າງສະຫະປະຊາຊາດ, ຜູ້ຕາງໜ້າອົງການການຄ້າໂລກ (WTO) ແລະອົງການຈັດຕັ້ງສາກົນຢູ່ເຊີແນວ;  ທ່ານ ຟຸ່ງເທ໋ລອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳສະວິດ ພ້ອມດ້ວຍພະນັກງານ, ລັດຖະກອນສະຖານທູດ...

leftcenterrightdel
ພິທີຕ້ອນຮັບທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ແລະພັນລະຍາ ຢູ່ສະໜາມບິນສາກົນ ເຊີແນວ. ພາບ: ຫວູຢຸງ.

ກອງປະຊຸມປະທານສະພາແຫ່ງຊາດສາກົນ ແມ່ນກົນໄກຂອງ IPU ບົນພື້ນຖານການຮ່ວມມືຢ່າງແໜ້ນແຟ້ນກັບ ສປຊ, ແມ່ນໂອກາດເພື່ອໃຫ້ບັນດາຜູ້ນຳລັດຖະສະພາ ປະກອບສ່ວນເຂົ້າໃນໂຄງການດໍາເນີນງານຂອງສະຫະປະຊາຊາດ. ນີ້ແມ່ນເຫດການທີ່ຈັດຂຶ້ນ 5 ປີເທື່ອໜຶ່ງ. ການເຂົ້າຮ່ວມຂອງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຂງແຮງຂອງຫວຽດນາມ ຕໍ່ລັດທິຫຼາຍຝ່າຍ, ພ້ອມທັງຍົກສູງພາບພົດ ແລະຖານະທີ່ຕັ້ງຂອງຫວຽດນາມ ແລະສະພາແຫ່ງຊາດຫວຽດນາມ ໃນເວທີສາກົນ; ສືບຕໍ່ຢືນຢັນບົດບາດເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງຫວຽດນາມ ໃນເວທີປາໄສຫຼາຍຝ່າຍ, ການປະກອບສ່ວນຢ່າງແທດຈິງຂອງຫວຽດນາມ ແລະສະພາແຫ່ງຊາດຫວຽດນາມ ຕໍ່ກັບໃນການເຄື່ອນໄຫວຂອງ ສປຊ ແລະ IPU.

ທາງດ້ານສອງຝ່າຍ, ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານ ເຈິ່ນແທັງເໝິນ  ເຖິງສະວິດ. ການຢ້ຽມຢາມຈະສືບຕໍ່ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍຖືເປັນສໍາຄັນ ແລະປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ສະວິດ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນກັບສະວິດ; ສົມທົບກັນຍູ້ໄວວິວັດການເຈລະຈາສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະມາຄົມການຄ້າເສລີເອີລົບ (EFTA), ສືບຕໍ່ເປີດກວ້າງການຮ່ວມມືໃນຂົງເຂດອື່ນ, ຄື: ການສຶກສາ-ບໍາລຸງກໍ່ສ້າງ, ວິທະຍາສາດ - ເຕັກໂນໂລຢີ, ວັດທະນະທຳ, ການທ່ອງທ່ຽວ, ການຮັບມືການປ່ຽນແປງຂອງສະພາບດິນຟ້າອາກາດ...

ພາຍຫຼັງພິທີຕ້ອນຮັບ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມ ແລະພົບປະໂອ້ລົມກັບພະນັກງານ, ລັດຖະກອນຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ແລະບັນດາອົງການຈັດຕັ້ງສາກົນປະຈໍາເຊີແນວ, ສະຖານທູດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ ສະວິດ.

ໂດຍ: ໄຊຊະນະ