leftcenterrightdel
ທ່ານນາງ Kendra Rinas ຫົວໜ້າອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ຫວຽດນາມ ບັນລຸໄດ້ໝາກຜົນກະໂດດຂັ້ນໃນການປ້ອງກັນ, ຕ້ານການຄ້າມະນຸດ. ນັ້ນແມ່ນຄຳຢືນຢັນຂອງທ່ານນາງ Kendra Rinas ຫົວໜ້າອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈຳ ຫວຽດນາມ, ເມື່ອແບ່ງປັນກັບນັກຂ່າວສຳນັກຂ່າວສານຫວຽດນາມ ເນື່ອງໃນໂອກາດວັນໂລກປ້ອງກັນ, ຕ້ານການຄ້າມະນຸດ 2025 (ວັນທີ 30 ກໍລະກົດ).

ທ່ານນາງ Kendra Rinas ໃຫ້ຮູ້ວ່າ ຫົວຂໍ້ຂອງວັນໂລກປ້ອງກັນ, ຕ້ານການຄ້າມະນຸດ 2025 ແມ່ນ “ການຄ້າມະນຸດແມ່ນການເຄື່ອນໄຫວອາດຊະຍາກຳທີ່ມີການຈັດຕັ້ງ-ຈົ່ງພ້ອມກັນມີພຶດຕິກຳ ເພື່ອຢຸດຕິບັນດາຮູບແບບຂູດຮີດ”. ຕາມທ່ານນາງແລ້ວ, ພາຍໃຕ້ການຊີ້ນຳຂອງລັດຖະບານ, ກະຊວງຕຳຫຼວດ ພ້ອມກັບການສົມທົບກັນຂອງບັນດາອົງການທີ່ກ່ຽວຂ້ອງນັ້ນ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດສະບັບປັບປຸງໄດ້ມີຜົນສັດສິດໃນເດືອນນີ້. ກົດໝາຍສະບັບນີ້ແມ່ນບາດກ້າວສຳຄັນ, ປະກອບສ່ວນປັບປຸງ “ໂຄງການປ້ອງກັນ, ຕ້ານການຄ້າມະນຸດ” ໄລຍະ 2021-2025, ການກຳນົດທິດຮອດປີ 2030.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ