APEC ແມ່ນບຸລິມະສິດສຳຄັນໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ
ກປ.ອອນໄລ - ຕອນຄໍ່າວັນທີ 28 ກໍລະກົດ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານພິທີປະກາດສ້າງຕັ້ງຄະນະກຳມະການແຫ່ງຊາດ ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) 2027.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ພິທີປະກາດ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢືນຢັນຄຳໝັ້ນສັນຍາຢ່າງແຂງແຮງຂອງຫວຽດນາມ ສືບຕໍ່ພ້ອມກັບບັນດາສະມາຊິກຍົກສູງລັດທິຫຼາຍຝ່າຍ, ສາມັກຄີ, ການຮ່ວມມືສາກົນ, ຊຸກຍູ້ການຮ່ວມສໍາພັນເສດຖະກິດພາກພື້ນ ແລະລະບົບການຄ້າທົ່ວໂລກ; ພ້ອມທັງສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງບັນດາພື້ນຖານເສດຖະກິດສະມາຊິກ APEC ສໍາລັບຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ພາກພື້ນອາຊີ-ປາຊີຟິກ ແລະ APEC ຍາມໃດກໍ່ແມ່ນບຸລິມະສິດສຳຄັນໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ. ສຳລັບຫວຽດນາມ, ການຮ່ວມມື APEC ແມ່ນກຳລັງໜູນສຳຄັນເພື່ອເປີດປະຕູຕະຫຼາດ, ດຶງດູດການລົງທຶນ, ຖ່າຍທອດເຕັກໂນໂລຢີ ແລະຍົກສູງຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເປັນປະທານພິທີປະກາດສ້າງຕັ້ງຄະນະກຳມະການແຫ່ງຊາດ ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ 2027 (APEC 2027). ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ຫວຽດນາມ ຕັດສິນໃຈຈັດຕັ້ງປີ APEC 2027 ມຸ່ງໄປເຖິງຜົນສຳເລັດທັງຫຼາຍຝ່າຍ ແລະສອງຝ່າຍ, ທັງແງ່ມູມພາກພື້ນ ແລະສາກົນ, ໄດ້ປະກອບສ່ວນຫັນໂຄງການດໍາເນີນງານ ແລະວິໄສທັດຂອງ APEC ໃຫ້ປະກົດຜົນເປັນຈິງ, ເສີມຂະຫຍາຍບົດບາດຂອງ APEC. ພ້ອມທັງຢືນຢັນທີ່ຕັ້ງ, ບົດບາດ, ຂະໜາດຂອງຫວຽດນາມ ໃນເວທີສາກົນ ແລະເພີ່ມທະວີການພົວພັນສອງຝ່າຍລະຫວ່າງຫວຽດນາມ ກັບພື້ນຖານເສດຖະກິດສະມາຊິກ ແລະບັນດາຄູ່ຮ່ວມມື...
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະຜູ້ແທນເຂົ້າຮ່ວມພິທີປະກາດສ້າງຕັ້ງຄະນະກຳມະການແຫ່ງຊາດ APEC 2027. ພາບ: ສໍານັກຂ່າວສານຫວຽດນາມ |
ເພື່ອບັນລຸໄດ້ບັນດາເປົ້າໝາຍດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເນັ້ນໜັກເຖິງ “5 ເສີມຂະຫຍາຍ”, ລວມມີ: ເສີມຂະຫຍາຍຈິດໃຈຮ່ວມມືລະຫວ່າງບັນດາສະມາຊິກ APEC; ເສີມຂະຫຍາຍຈິດໃຈປ່ຽນແປງໃໝ່, ປະດິດສ້າງ; ເສີມຂະຫຍາຍຄວາມເຫັນດີເຫັນພ້ອມ, ຄວາມຕັດສິນໃຈ, ຈິດໃຈຄວາມຮັບຜິດຊອບສູງລະຫວ່າງບັນດາອົງການ, ທ້ອງຖິ່ນ; ເສີມຂະຫຍາຍການສະໜັບສະໜູນ ແລະສົມທົບຂອງສະມາຊິກ APEC, ການເຂົ້າຮ່ວມ, ປະກອບສ່ວນຂອງປະຊາຊົນ ແລະປະຊາຄົມວິສາຫະກິດ; ເສີມຂະຫຍາຍໝາກຜົນຂອງປີ APEC 2027 ເພື່ອພັດທະນາເສດຖະກິດຢ່າງມີປະສິດທິຜົນກວ່າອີກຂອງແຕ່ລະສະມາຊິກ ແລະບັນລຸໄດ້ເປົ້າໝາຍຂອງແຕ່ລະໄລຍະ APEC. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ດ້ວຍຈິດໃຈຕັດສິນໃຈ ແລະການກະທໍາຢ່າງເດັດຂາດຂອງຫວຽດນາມ, ການສະໜັບສະໜູນຂອງບັນດາພື້ນຖານເສດຖະກິດສະມາຊິກ ແລະຄະນະເລຂາ APEC, ປີ APEC 2027 ຈະບັນລຸຜົນສຳເລັດອັນໃຫຍ່ຫຼວງ, ປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື, ພັດທະນາ ແລະຄວາມວັດທະນາຖາວອນຢູ່ ອາຊີ-ປາຊີຟິກ ແລະໃນໂລກ.
ໂດຍ: ເຈິ່ນຮວ່ຽນ