ຫວຽດນາມ ເຂົ້າຮ່ວມອາຊຽນ ປະກອບສ່ວນເພີ່ມທະວີຄວາມສາມັກຄີ ແລະສະຖຽນລະພາບ ໃນພາກພື້ນ
ກປ.ອອນໄລ - ຕີລາຄາກ່ຽວກັບບັນດາການປະກອບສ່ວນຂອງຫວຽດນາມ ກັບອາຊຽນ, ທ່ານ Jaya Ratnam ເອກອັກຄະລັດຖະທູດ ສິງກະໂປ ຖືວ່າ ເລື່ອງ ຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ກ່ອນນີ້ 30 ປີ ບໍ່ພຽງແຕ່ສ້າງບາດລ້ຽວໃນວິວັດການເຊື່ອມໂຍງເຂົ້າຂອງຫວຽດນາມ ເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີ ແລະສະຖຽນລະພາບໃນພາກພື້ນ.
    |
 |
ພິທີເອົາທຸງອາຊຽນ ຂຶ້ນສູ່ຍອດເສົາ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ Jaya Ratnam ເອກອັກຄະລັດຖະທູດ ສິງກະໂປ ເນັ້ນໜັກວ່າ ຫວຽດນາມ ເຂົ້າຮ່ວມອາຊຽນ ໄດ້ປະກອບສ່ວນເພີ່ມທະວີຄວາມສາມັກຄີ ແລະສະຖຽນລະພາບໃນພາກພື້ນ ເມື່ອແບ່ງປັນກັບນັກຂ່າວຂອງສຳນັກຂ່າວສານຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບ 30 ປີ ທີ່ ສສ ຫວຽດນາມ ເຂົ້າເປັນສະມາຊິກອາຊຽນ (28 ກໍລະກົດ 1995 - 28 ກໍລະກົດ 2025).
ຕີລາຄາກ່ຽວກັບບັນດາການປະກອບສ່ວນຂອງຫວຽດນາມ ກັບອາຊຽນ, ທ່ານ Jaya Ratnam ຖືວ່າ ເລື່ອງຫວຽດນາມເຂົ້າເປັນສະມາຊິກອາຊຽນ ກ່ອນນີ້ 30 ປີ ບໍ່ພຽງແຕ່ສ້າງບາດລ້ຽວໃນວິວັດການເຊື່ອມໂຍງເຂົ້າຂອງຫວຽດນາມ ເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີ ແລະສະຖຽນລະພາບໃນພາກພື້ນ. ຫວຽດນາມ ຍາມໃດກໍ່ສວມບົດບາດຫຼັກແຫຼ່ງ ແລະ ມີຫຼັກການໃນການຮັບປະກັນບົດບາດເປັນໃຈກາງຂອງອາຊຽນ. ອາຊຽນ ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ ແລະຫວຽດນາມ ເປັນເຈົ້າການຊຸກຍູ້ອາຊຽນສວມບົດບາດນຳໜ້າ ເພື່ອແກ້ໄຂບັນດາບັນຫາຮີບດ່ວນໃນພາກພື້ນ ແລະທົ່ວໂລກ.
ຕາມທ່ານ Jaya Ratnam, ຫວຽດນາມ ບໍ່ພຽງແຕ່ສະແດງຄຳໝັ້ນສັນຍາຜ່ານສຽງເວົ້າເທົ່ານັ້ນ ຫາກຍັງດ້ວຍບັນດາການກະທຳລະອຽດ. ປີປະທານອາຊຽນ 2020, ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດນຳໜ້າ ເມື່ອຊຸກຍູ້ບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ ເພື່ອພາກພື້ນພ້ອມກັນຮັບມືກັບໂລກລະບາດໂຄວິດ-19. ຫວຽດນາມ ຢຶດໝັ້ນປົກປ້ອງຄວາມເປັນລະບຽບຮຽບຮ້ອຍສາກົນ ບົນກົດໝາຍໃນສະພາບການທົ່ວໂລກທີ່ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ.
ໂດຍ: ກວຽດເຕິມ