ຫວຽດນາມ ແລະສະວິດ ແບ່ງປັນບົດຮຽນກໍ່ສ້າງ, ການເຄື່ອນໄຫວສູນການເງິນສາກົນ
ກປ.ອອນໄລ - ຕອນເຊົ້າວັນທີ 28 ກໍລະກົດ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນເຊີແນວ, ປະເທດສະວິດ, ທ່ານ ເຈີ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາ “ກໍ່ສ້າງ ແລະການເຄື່ອນໄຫວສູນການເງິນສາກົນ - ຂໍ້ສະເໜີແນະໃຫ້ຫວຽດນາມ”.
ທີ່ການໂອ້ລົມສົນທະນາ, ທ່ານ ເຈີ່ນແທງເໝິນ ຕີລາຄາສູງການປະສານສົມທົບຂອງກະຊວງການເງິນ ແລະບັນດາອົງການ ຈັດຕັ້ງການໂອ້ລົມສົນທະນາ; ທ່ານເນັ້ນໜັກວ່າ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍໃນຂອບເຂດການປະຕິບັດງານຂອງຄະນະຜູ້ແທນຂັ້ນສູງຫວຽດນາມ ຢູ່ສະວິດ. ທ່ານ ເຈີ່ນແທງເໝິນ ໃຫ້ຮູ້ວ່າ ສູນການເງິນສາກົນແມ່ນຮູບແບບໃໝ່ຢູ່ຫວຽດນາມ ແຕ່ແມ່ນຮູບແບບໄດ້ເຄື່ອນໄຫວອັນຍາວນານຢູ່ສະວິດ; ປາດຖະໜາຢາກບັນດາອົງການ, ນັກຊ່ຽວຊານສະວິດ ແບ່ງປັນ ແລະຂໍ້ສະເໜີແນະໃຫ້ຫວຽດນາມ ກ່ຽວກັບການກໍ່ສ້າງ, ຄຸ້ມຄອງ, ການເຄື່ອນໄຫວສູນການເງິນສາກົນຫວຽດນາມ.
    |
 |
ທ່ານ ເຈີ່ນແທງເໝິນ ປະທານສະພາແຫ່ງຊາດ ພ້ອມດ້ວຍຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ “ກໍ່ສ້າງ ແລະການເຄື່ອນໄຫວສູນການເງິນສາກົນ - ຂໍ້ສະເໜີແນະໃຫ້ຫວຽດນາມ”. ພາບ: ຫວູຢູງ |
ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງ 2 ປະເທດຍັງໃຫຍ່ຫຼວງ, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝິນ ສະເໜີສະຖານທູດຫວຽດນາມ ປະຈຳ ສະວິດ ແລະຄະນະຜູ້ຕາງໜ້າປະຈໍາການຫວຽດນາມ ຄຽງຂ້າງ ສະຫະປະຊາຊາດ, ອົງການການຄ້າໂລກ ແລະອົງການຈັດຕັ້ງສາກົນຢູ່ ເຊີແນວ ປະສານສົມທົບກັນຢ່າງແໜ້ນແຟ້ນກວ່າອີກກັບອົງການທີ່ກ່ຽວຂ້ອງຂອງສະວິດ, ອົງການຈັດຕັ້ງສາກົນຢູ່ສະວິດ ເພື່ອແກ້ໄຂຄວາມຫຍຸ້ງຍາກໃນການປະຕິບັດບັນດາເອກະສານຮ່ວມມືທີ່ໄດ້ລົງນາມລະຫວ່າງສອງປະເທດ, ອຳນວຍຄວາມສະດວກ ເພື່ອນັບມື້ນັບມີຫຼາຍນັກລົງທຶນສະວິດ ເຂົ້າຫວຽດນາມ ກວ່າອີກ, ບັນດານັກລົງທຶນຫວຽດນາມ ເຂົ້າສະວິດ ລົງທຶນຜະລິດ, ດໍາເນີນທຸລະກິດ, ໂດຍສະເພາະແມ່ນໃນບັນດາຂົງເຂດ, ຂະແໜງສິນຄ້າແຕ່ລະປະເທດທີ່ມີທ່າແຮງ ແລະຄວາມຕ້ອງການ.
ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນ ແລະນັກຊ່ຽວຊານສະວິດ ໄດ້ຕີລາຄາສູງເລື່ອງຫວຽດນາມ ຕັດສິນໃຈກໍ່ສ້າງບັນດາສູນການເງິນສາກົນ; ຖືວ່າ ນີ້ແມ່ນບັນຫາທີ່ມີຄວາມໝາຍຍຸດທະສາດ, ຕິດພັນກັບທ່າອ່ຽງເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງຂອງລະບົບການເງິນທົ່ວໂລກ. ຫຼາຍຄໍາຄິດເຫັນເນັ້ນໜັກວ່າ ຫວຽດນາມ ມີຄົບທີ່ຕັ້ງດ້ານການເງິນເພື່ອພັດທະນາ ແລະກໍ່ສ້າງສູນການເງິນສາກົນທີ່ສອດຄ່ອງກັບສັງກາດປັນຍາປະດິດ. ຫວຽດນາມ ພວມໄປຖືກທິດເພື່ອສາມາດພັດທະນາຢ່າງແຂງແຮງ ແລະປາດຖະໜາຢາກໃນອະນາຄົດ, ສອງຝ່າຍຈະສືບຕໍ່ຮ່ວມເດີນທາງຢ່າງແໜ້ນແຟ້ນໃຫ້ກັນ.
ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝິນ ແລະບັນດາຜູ້ແທນໄດ້ເປັນສັກຂີພິຍານພິທີແລກປ່ຽນບົດບັນທຶກຊ່ວຍຈຳລະຫວ່າງກະຊວງການເງິນ ແລະເວທີປາໄສເສດຖະກິດສະວິດ-ຫວຽດນາມ; ບົດບັນທຶກຊ່ວຍຈໍາລະຫວ່າງກະຊວງການເງິນ ແລະສະຫະສະມາຄົມ Fintech ສະວິດ; ບົດບັນທຶກຊ່ວຍຈໍາລະຫວ່າງທະນາຄານພັດທະນາຫວຽດນາມ (VDB) ແລະບໍລິສັດການຄ້າດາຕ້າສະວິດ.
* ຕອນເຊົ້າວັນດຽວກັນ (ຕາມເວລາທ້ອງຖິ່ນ), ຢູ່ເຊີແນວ, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝິນ ໄດ້ໃຫ້ການຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ສະວິດ-ຫວຽດນາມ Anjuska Marija Weil.
ໂດຍ: ໄຊນີດາ