ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຢືນຢັນວ່າ ໃນຕະຫຼອດໄລຍະທາງຕໍ່ສູ້ປົດປ່ອຍຊາດ, ພ້ອມກັບການທະຫານ ແລະການເມືອງ, ການທູດແມ່ນແນວຮົບຍຸດທະສາດ, ປະກອບສ່ວນຫັນໄຊຊະນະຢູ່ສະໜາມຮົບ ກາຍເປັນໄຊຊະນະຢູ່ໂຕະເຈລະຈາ. ພາຍຫຼັງທ້ອນໂຮມປະເທດຊາດເປັນເອກະພາບ, ການທູດຫວຽດນາມ ມີບົດບາດສຳຄັນໃນກິດຈະການສ້າງສັນຕິພາບ, ເປີດກວ້າງການພົວພັນທາງການທູດຕາມແນວທາງເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບແບບ ແລະຫຼາຍຝ່າຍ ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ. ພາບ: ຟ້າມຫາຍ

ການທູດ ກໍ່ໄດ້ປະກອບສ່ວນນຳປະເທດເຊື່ອມໂຍງກັບພາກພື້ນ ແລະໂລກຢ່າງເລິກເຊິ່ງກວ້າງຂວາງ. ແຕ່ປະເທດຖືກປິດລ້ອມ, ຂວໍ້າບາດ, ຈົນຮອດປະຈຸບັນ, ຫວຽດນາມ ໄດ້ສ້າງຕັ້ງການພົວພັນທາງການທູດກັບ 194 ປະເທດ, ມີການພົວພັນຄູ່ຮ່ວມມືຍຸດທະສາດ ແລະຄູ່ຮ່ວມມືຮອບດ້ານກັບ 37 ປະເທດ; ແມ່ນສະມາຊິກຕັ້ງໜ້າຂອງອົງການຈັດຕັ້ງສາກົນ ແລະພາກພື້ນກວ່າ 70 ແຫ່ງ. ສຳລັບເພື່ອນມິດສາກົນ, ຫວຽດນາມ ບໍ່ພຽງແຕ່ປະເທດພວມພັດທະນາປະສົບຜົນສຳເລັດເທົ່ານັ້ນ ຫາກຍັງແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບອີກດ້ວຍ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສໍາມະນາ. ພາບ: ຟ້າມຫາຍ

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ນຳສະເໜີບົດປະກອບຄຳເຫັນສະຫຼຸບຕົວຈິງ, ພັດທະນາທິດສະດີການທູດຫວຽດນາມ ທັນສະໄໝ, ພິເສດແມ່ນສືບທອດແນວຄິດການທູດ ໂຮ່ຈິມິນ ແລະບັນດາບົດຮຽນປະສົບການແກ້ໄຂການພົວພັນກັບບັນດາປະເທດໃຫຍ່, ເສີມຂະຫຍາຍກຳລັງແຮງສັງລວມລະຫວ່າງການທູດພັກ, ການທູດລັດ ແລະການທູດປະຊາຊົນ; ເພື່ອຈາກນັ້ນສະເໜີການກຳນົດທິດພັດທະນາພື້ນຖານການທູດຮອບດ້ານ, ທັນສະໄໝ.

ໂດຍ: ແສງເດືອນ