ປະຊາຄົມຢູ່ທີ່ສະວິດ ມີບຸກຄົນປະສົບຜົນສໍາເລັດຫຼາຍຄົນ

ທີ່ການພົບປະໂອ້ລົມ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າອົງການຜູ້ຕາງໜ້າປະຈຳຫວຽດນາມ ຄຽງຂ້າງສະຫະປະຊາຊາດ, ອົງການການຄ້າໂລກ ແລະບັນດາອົງການຈັດຕັ້ງສາກົນຢູ່ ເຊີແນວ (ສະວິດ) ໃຫ້ຮູ້ວ່າ: ປະຊາຄົມຊາວຫວຽດນາມ ອາໄສຢູ່ ສະວິດ ມີປະມານ 10.000 ຄົນຢູ່ 26 ລັດ. ປະຊາຄົມຊາວຫວຽດນາມ ຍາມໃດກໍ່ຮັກຊາດ, ສາມັກຄີ, ຮັກສາສີສັນຊາດ ແລະມີຈິດໃຈອວ່າຍໜ້າໄປຫາບ້ານເກີດເມືອງນອນ.

ພິເສດ, ປະຊາຄົມ ອາໄສຢູ່ສະວິດ ມີບຸກຄົນທີ່ປະສົບຜົນສໍາເລັດໃນການເຮັດວຽກຫຼາຍຄົນ, ຜູ້ທີ່ເປັນທ່ານໝໍ, ສາດສະດາຈານ, ແລະປະລິນຍາເອກ ທີ່ເຮັດວຽກຢູ່ບັນດາອົງການໃຫຍ່ຂອງສະວິດ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະພັນລະຍາ ພົບປະໂອ້ລົມກັບພະນັກງານ, ລັດຖະກອນຂອງອົງການຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ແລະບັນດາອົງການຈັດຕັ້ງສາກົນຢູ່ເຊີແນວ, ສະຖານທູດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ສະວິດ. ພາບ: qdnd.vn

ທ່ານນາງເລຂາທິການໃຫຍ່ສະມາຄົມຊາວຫວຽດນາມ ອາໄສຢູ່ສະວິດ ຫງອກຢຸງ Moser ໄດ້ຂອບອົກຂອບໃຈທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ພັນລະຍາ ທ່ານນາງ ຫງວຽນທິແທງງາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ທີ່ໄດ້ມີການພົບປະໂອ້ລົມກັບປະຊາຄົມ ພາຍຫຼັງມາຮອດເຊີແນວ; ຖືວ່າ ການພົບປະຄັ້ງນີ້ແມ່ນຂົວຕໍ່ແຫ່ງຄວາມໄວ້ເນື້ອເຊື່ອໃຈ ແລະສາຍຈິດມິດໃຈຈາກປະເທດຊາດ ເຖິງປະຊາຄົມຢູ່ຫ່າງໄກບ້ານເກີດເມືອງນອນ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ມອບສັນຍາລັກຫໍສະພາແຫ່ງຊາດຫວຽດນາມ ໃຫ້ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ຄຽງຂ້າງສະຫະປະຊາຊາດ, ອົງການການຄ້າໂລກ ແລະບັນດາອົງການຈັດຕັ້ງສາກົນຢູ່ ເຊີແນວ (ສະວິດ). ພາບ: qdnd.vn

ທີ່ການພົບປະ, ປະຊາຄົມຊາວຫວຽດນາມ ອາໄສຢູ່ສະວິດ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການປະຕິຮູບຢ່າງແຂງແຮງຂອງປະເທດຊາດໃນໄລຍະຜ່ານມາ. ປະເທດພວກເຮົາ ໄດ້ກ້າວເຂົ້າສູ່ສັງກາດໃໝ່ - ການປະຕິຮູບຢ່າງແຮງ - ສັບຊ້ອນກົງຈັກການຈັດຕັ້ງໃຫ້ກະທັດຮັດ, ການແບ່ງອຳນາດຢ່າງສົມເຫດສົມຜົນ, ແລະຫັນການບໍລິຫານໃຫ້ໂປ່ງໃສ.

ທີ່ການພົບປະ, ຜູ້ຕາງໜ້າບັນດານັກຊ່ຽວຊານຫວຽດນາມ ຢູ່ບັນດາອົງການຈັດຕັ້ງສາກົນ ແລະພະນັກງານຂອງອົງການຜູ້ຕາງໜ້າ ກໍ່ໄດ້ປະກອບຄຳເຫັນ ແລະສະເໜີໃຫ້ແກ່ປະເທດ, ພິເສດແມ່ນການປະຕິບັດມະຕິ 4 ສະບັບ ທີ່ກົມການເມືອງ ໄດ້ປະກາດໃຊ້ ແລະສະພາແຫ່ງຊາດຫັນເປັນລະອຽດ ທີ່ຜ່ານມາ.

ກົນໄກ ແລະນະໂຍບາຍ ທີ່ໄດ້ເປີດເຜີຍ ເພື່ອນຳປະເທດເຮົາ ກ້າວເຂົ້າສູ່ສັງກາດໃໝ່

ທ່ານປະທານສະພາແຫ່ງຊາດ ໄດ້ຕີລາຄາສູງໝາກຜົນການເຄື່ອນໄຫວຂອງສະຖານທູດ ແລະອົງການຜູ້ຕາງໜ້າ ທີ່ໄດ້ປະຕິບັດສໍາເລັດໜ້າທີ່ທີ່ພັກ, ລັດ, ກະຊວງການຕ່າງປະເທດ ມອບໝາຍໃຫ້.

ທ່ານປະທານສະພາແຫ່ງຊາດ ໄດ້ຮັບຮູ້ຄຳເຫັນປະກອບຂອງປະຊາຊົນ ແລະນັກຊ່ຽວຊານ; ເຫັນດີຖືວ່າ ພວກເຮົາຕ້ອງຢຶດໝັ້ນຕໍ່ການປະຕິວັດສ້າງສາ ແລະປົກປັກຮັກສາປະເທດຊາດ, ພັດທະນາປະເທດ; ຕ້ອງຂະຫຍັນຂັນເຄື່ອນ ແລະມີຫົວຄິດປະດິດສ້າງໃນການເຊື່ອມໂຍງເຂົ້າກັບສາກົນ, ເຈລະຈາເພື່ອເຂົ້າຮ່ວມບັນດາສັນຍາ ແລະກົນໄກຫຼາຍຝ່າຍສະບັບຕ່າງໆ...

ທ່ານປະທານສະພາແຫ່ງຊາດ ຢືນຢັນວ່າ ບັນດາກົນໄກ ແລະນະໂຍບາຍໃນປະຈຸບັນແມ່ນເປີດເຜີຍ ແລະທະລຸລ່ວງ ເພື່ອນຳປະເທດເຮົາກ້າວເຂົ້າສູ່ສັງກາດໃໝ່, ສັງກາດບືນຕົວຂຶ້ນຂອງປະເທດຊາດ, ຫັນ 2 ຄາດໝາຍພັດທະນາ 100 ປີທີ່ພັກເຮົາໄດ້ວາງອອກ, ກາຍເປັນປະເທດທີ່ພັດທະນາມີລາຍຮັບສູງໃນປີ 2045 ປະກົດຜົນເປັນຈິງ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະພັນລະຍາ ມອບຂອງຂວັນໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະວິດ. ພາບ: qdnd.vn

ທ່ານປະທານສະພາແຫ່ງຊາດ ປາດຖະໜາວ່າ, ປະຊາຄົມຊາວຫວຽດນາມ ອາໄສຢູ່ສະວິດ ສືບຕໍ່ເສີມຂະຫຍາຍນ້ຳໃຈຮັກຊາດ, ສະໜິດຕິດພັນ, ສາມັກຄີ, ເສີມຂະຫຍາຍກໍາລັງແຮງສາມັກຄີຂອງປະເທດຊາດຫວຽດນາມ, ຊາດຫວຽດນາມ  ເພື່ອເພີ່ມທະວີການພົວພັນການຕ່າງປະເທດ, ການທູດ, ການພົວພັນເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ການສຶກສາ, ສາທາລະນະສຸດ... ກັບບັນດາປະເທດ.

ໂດຍ: ທະນາພອນ