ຊຸກຍູ້ການຮ່ວມມືທ້ອງຖິ່ນລະຫວ່າງ ຫວຽດນາມ ແລະ ທານຊາເນຍ
ກປ.ອອນໄລ - ໂດຍໄດ້ຮັບຄຳເຊີນຂອງທ່ານນາງ Batilda Salha Burian, ເຈົ້າແຂວງໆ Tanga (ທານຊາເນຍ), ທ່ານນາງ ຫວູ້ແທງຮວ່ຽນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ທານຊາເນຍ ໄດ້ໄປເຮັດວຽກຢູ່ແຂວງ Tanga ໃນລະຫວ່າງວັນທີ 23 – 25 ກໍລະກົດ.
ຄະນະຜູ້ແທນໄດ້ເຮັດວຽກຢູ່ຫ້ອງວ່າການປົກຄອງແຂວງ Tanga ດ້ວຍບັນຍາກາດສະໜິດສະໜົມ, ກໍ່ສ້າງ ແລະຕັ້ງໜ້າ, ສອງຝ່າຍໄດ້ປຶກສາຫາລື, ຊີ້ແຈ້ງບັນດາກາລະໂອກາດຮ່ວມມືສອງຝ່າຍເພື່ອແນໃສ່ປະກອບສ່ວນແທດຈິງເຂົ້າໃນປີສຳຄັນຂອງການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1965-2025).
ທີ່ການພົບປະ, ທ່ານນາງເຈົ້າແຂວງ Batilda Burian ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອຂອງສອງປະເທດໃນໄລຍະຜ່ານມາເພື່ອປົດປ່ອຍຊາດຮອດປະຈຸບັນ, ຢືນຢັນວ່າ Tanga ປາດຖະໜາຢາກ ແລະພ້ອມແລ້ວທີ່ຈະຕ້ອນຮັບບັນດາຂໍ້ລິເລີ່ມຮ່ວມມືຈາກຝ່າຍຫວຽດນາມ.
    |
 |
ຄະນະຜູ້ແທນໄດ້ເຮັດວຽກກັບທ່ານນາງເຈົ້າແຂວງ Tanga. ພາບ: nhandan.vn |
ທ່ານນາງເຈົ້າແຂວງ ໄດ້ຕີລາຄາສູງບົດບາດຂອງຫວຽດນາມ ໃນການຮ່ວມມືໃຕ້ - ໃຕ້ ແລະຢືນຢັນວ່າ ສອງຝ່າຍພວມຮັກສາການພົວພັນສອງຝ່າຍໃນຫຼາຍຂົງເຂດ, ຄື: ການຄ້າ, ການລົງທຶນ, ໂຄສະນາສື່ສານ, ການທ່ອງທ່ຽວ ແລະການຫັນເປັນດີຈີຕອນ. ທ່ານນາງເຈົ້າແຂວງ ປາດຖະໜາຢາກເຊື່ອມຕໍ່ບັນດາທ້ອງຖິ່ນລະຫວ່າງສອງປະເທດເພື່ອໃຫ້ການຮ່ວມມືນັບມື້ນັບເຂົ້າສູ່ແທດຈິງ ແລະມີປະສິດທິຜົນ.
ສ່ວນທ່ານນາງ ຫວູແທງຮວ່ຽນ ເອກອັກຄະລັດຖະທູດ ໄດ້ຂອບໃຈແຂວງ Tanga ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ຢືນຢັນວ່າ ປີ 2025 ແມ່ນຂີດໝາຍສຳຄັນເພື່ອສະເຫຼີມສະຫຼອງການພົວພັນທາງການທູດລະຫວ່າງສອງປະເທດ ແລະໄດ້ຮັບຮູ້ຫຼາຍບາດກ້າວໃໝ່ໃນການພົວພັນສອງຝ່າຍ, ພິເສດແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງ ດ້ວຍກົນໄກທາບທາມຄວາມເຫັນດ້ານການເມືອງລະຫວ່າງ 2 ກະຊວງການຕ່າງປະເທດ, ພ້ອມທັງກໍ່ຊຸກຍູ້ບັນດາກົນໄກຮ່ວມມືເພື່ອແນໃສ່ເປີດກວ້າງການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ.
ທ່ານນາງເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າ ແລະໂດຍກົງຂອງທ້ອງຖິ່ນ, ການຮ່ວມມືລະຫວ່າງ ຫວຽດນາມ - ທານຊາເນຍ ຈະເຂົ້າສູ່ລວງເລິກ, ແທດຈິງ ແລະຍືນຍົງ.
ໂດຍ: ຈາງຫງວຽນ