ທີ່ພິທີ, ທ່ານເອກອັກຄະລັດຖະທູດ ໂດ໋ຮຸ່ງຫວຽດ ຫົວໜ້າຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ສປຊ ໄດ້ມອບ “ເອກະສານສະບັບສຳຄັນເພື່ອອະນາຄົດ” ໄດ້ແປເປັນພາສາຫວຽດ (Pact for the Future) ໃຫ້ແກ່ທ່ານ Philemon Yang ປະທານສະພາຄວາມໝັ້ນຄົງ ສປຊ ຊຸດທີ 79. ເອກະສານສະບັບສຳຄັນນີ້ໂດຍໄດ້ຮັບຮອງເອົາຈາກກອງປະຊຸມສຸດຍອດອະນາຄົດ ຊື່ງດຳເນີນໃນວັນທີ 22 ກັນຍາປີ 2024 ຢູ່ນິວຢອກ ເພື່ອວາງອອກວິໄສທັດ ແລະການກຳນົດທິດການຮ່ວມມືໃນຫຼາຍຂົງເຂດສຳຄັນ ເພື່ອແນໃສ່ຍູ້ໄວການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ປັບປຸງລະບົບຫລາຍຝ່າຍ ແລະຍົກສູງບົດບາດ, ປະສິດທິຜົນຂອງ ສປຊ. ເອກະສານສະບັບສຳຄັນດັ່ງກ່າວໄດ້ແປເປັນພາສາຫວຽດ ແລະຫຼາຍພາສາອື່ນຈະໄດ້ເອົາລົງໃນໜ້າເວັບທາງການຂອງ ສປຊ ຜ່ານລະຫັດ https://www.un.org/pga/79/multilingualism-in-action-translations-of-the-pact-for-the-future-in-global-languages-2/.
ແຫຼ່ງຄັດຈາກ: vovworld.vn
Type the code from the image