ທີ່ການແລກປ່ຽນ ແລະເຮັດວຽກ, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ຢືນຢັນວ່າ ການປະຕິບັດງານຄັ້ງນີ້ ຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງໃຫ້ເຫັນການຖືເປັນສໍາຄັນຂອງຫວຽດນາມ ຕໍ່ IPU ກໍ່ຄືການພົວພັນຮ່ວມມືທີ່ເປັນມູນເຊື້ອກັບ ເຊເນການ, ມາຣົກ, ສະວິດ.

leftcenterrightdel
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Aldo de Luca ເອກອັກຄະລັດຖະທູດສະວິດ ປະຈຳ ຫວຽດນາມ. ພາບ: baoquocte.vn

ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ປາດຖະໜາວ່າ ການປະຕິບັດງານຈະບັນລຸໄດ້ໝາກຜົນແທດຈິງ, ເປັນຕົ້ນແມ່ນດ້ານການຄ້າ, ການລົງທຶນ, ກະສິກຳ, ພັດທະນາແບບຍືນຍົງ, ນະວັດຕະກໍາ, ສ້າງປະຖົມປັດໄຈເພື່ອນໍາການພົວພັນສອງຝ່າຍລະຫວ່າງຫວຽດນາມ ກັບເຊເນການ, ມາຣົກ, ສະວິດ ເຂົ້າສູ່ລວງເລິກ, ນັບມື້ນັບມີປະສິດທິຜົນ, ນຳຜົນປະໂຫຍດແທດຈິງມາໃຫ້ແຕ່ລະປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ; ສະເໜີບັນດາທ່ານເອກອັກຄະລັດຖະທູດ ສືບຕໍ່ຊຸກຍູ້, ສົມທົບກັບກະຊວງການຕ່າງປະເທດ ແລະອົງການຂອງສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ເພື່ອກະກຽມຢ່າງລອບຄອບຖີ່ຖ້ວນ, ຮັບປະກັນໃຫ້ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ປະສົບຜົນສຳເລັດ. 

leftcenterrightdel
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Jamale Chouaibi ເອກອັກຄະລັດຖະທູດລາຊະອານາຈັກ ມາຣົກ ປະຈຳ ຫວຽດນາມ. ພາບ: baoquocte.vn

ບັນດາທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ເຊເນການ, ມາຣົກ, ສະວິດ ຖືເປັນສຳຄັນການປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃນຄັ້ງນີ້; ເຊື່ອໝັ້ນວ່າ ການຢ້ຽມຢາມຈະແມ່ນຂີດໝາຍໃໝ່ໃນການພົວພັນກັບບັນດາປະເທດ, ແມ່ນກາລະໂອກາດເປີດກວ້າງບັນດາຂົງເຂດຮ່ວມມືໃໝ່, ປະກອບສ່ວນຍູ້ແຮງການພົບປະແລກປ່ຽນລະຫວ່າງທ້ອງຖິ່ນຫວຽດນາມ ກັບບັນດາປະເທດ.

ບັນດາທ່ານເອກອັກຄະລັດຖະທູດ ເຫັນດີຈະສືບຕໍ່ສົມທົບກັບບັນດາອົງການ, ຫົວໜ່ວຍຂອງກະຊວງການຕ່າງປະເທດ, ອົງການສະພາແຫ່ງຊາດຂອງສອງປະເທດ ແລະບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ເພື່ອແນໃສ່ຊຸກຍູ້ ແລະກະກຽມຢ່າງລອບຄອບຖີ່ຖ້ວນໃຫ້ການປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ໃຫ້ປະສົບຜົນສຳເລັດ.

ໂດຍ: ເຈິ່ນຮວ່ຽນ