ປຶກສາຫາລືດ້ານການເມືອງລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ-ກໍາປູເຈຍ
ກປ.ອອນໄລ - ໂດຍປະຕິບັດຕາມຂໍ້ຕົກລົງລະຫວ່າງສອງກະຊວງການຕ່າງປະເທດ ຫວຽດນາມ-ກໍາປູເຈຍ, ວັນທີ 17 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນແມັ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Ung Rachana ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະການຮ່ວມມືສາກົນກຳປູເຈຍ ໄດ້ເປັນປະທານຮ່ວມການປຶກສາຫາລືດ້ານການເມືອງ ຄັ້ງທີ 9 ລະຫວ່າງສອງກະຊວງການຕ່າງປະເທດ ຫວຽດນາມ-ກໍາປູເຈຍ.
    |
 |
ບັນຍາກາດທີ່ການປຶກສາຫາລືດ້ານການເມືອງ ຫວຽດນາມ-ກໍາປູເຈຍ. ພາບ: baoquocte.vn |
ທີ່ກອງປະຊຸມ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະປະເທດ ແລະກວດກາຄືນໝາກຜົນແຫ່ງການຜັນຂະຫຍາຍບັນດາຂໍ້ຕົກລົງ, ຊີ້ນໍາຂອງການນຳຂັ້ນສູງສອງປະເທດ; ພ້ອມທັງແລກປ່ຽນມາດຕະການຊຸກຍູ້ການພົວພັນສອງປະເທດໃນໄລຍະຈະມາເຖິງ ກໍ່ຄືບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ບົນພື້ນຖານຜົນງານນັ້ນ ແລະເພື່ອເໝາະສົມກັບສະພາບການໃໝ່, ສອງຝ່າຍເຫັນດີເປັນເອກະພາບເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີການພົວພັນດ້ານການເມືອງ, ສືບຕໍ່ນໍາການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຂົ້າສູ່ລວງເລິກ, ເປີດກວ້າງການຮ່ວມມືດ້ານການຄ້າ, ຍູ້ແຮງການເຊື່ອມຕໍ່ຄົມມະນາຄົມ, ດ່ານຊາຍແດນ, ພົບປະແລກປ່ຽນປະຊາຊົນ, ຍົກສູງກຳລັງຄວາມສາມາດ, ສົມທົບກັນໃນວຽກງານຂີດເສັ້ນຊາຍແດນປັກຫຼັກໝາຍຊາຍແດນທາງບົກ ແລະຄຸ້ມຄອງຊາຍແດນ... ເປັນຢ່າງດີ; ຕັ້ງໜ້າແລກປ່ຽນ, ມຸ່ງໄປເຖິງການລົງນາມໃນສັນຍາຮ່ວມມືໃໝ່...; ສົມທົບກັນກະກຽມໃຫ້ການຢ້ຽມຢາມຂັ້ນສູງ ແລະກົນໄກຮ່ວມມືສອງຝ່າຍເປັນຢ່າງດີ.
    |
 |
ທ່ານ ຫງວຽນແມັ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Ung Rachana ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະການຮ່ວມມືສາກົນກຳປູເຈຍ. ພາບ: baoquocte.vn |
ສອງຝ່າຍໄດ້ແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບບັນຫາສາກົນ ແລະພາກພື້ນ, ໃນນັ້ນມີ ບັນຫາທະເລຕາເວັນອອກ, ການຮ່ວມມືແມ່ນໍ້າຂອງ; ໃຫ້ຄຳໝັ້ນສັນຍາສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນໃນຂອບເຂດສະຫະປະຊາຊາດ, ອາຊຽນ, ອະນຸພາກພື້ນແມ່ນ້ຳຂອງ...
ໂດຍ: ເຈິ່ນຮວ່ຽນ