ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຊົມເຊີຍທ່ານເອກອັກຄະລັດຖະທູດ Philipp Agathonos ມາຮັບໜ້າທີ່ໃໝ່ຢູ່ຫວຽດນາມ; ເຊື່ອໝັ້ນວ່າ ດ້ວຍບົດຮຽນປະສົບການໃນການປະຕິບັດໜ້າທີ່ການທູດມາຫຼາຍປີ, ທ່ານເອກອັກຄະລັດຖະທູດ Philipp Agathonos ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງ ຫວຽດນາມ-ໂອຕຣິດ; ຢືນຢັນວ່າ ລັດຖະບານ, ບັນດາກະຊວງ, ຂະແໜງການຂອງຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ທ່ານເອກອັກຄະລັດຖະທູດ Philipp Agathonos ປະຕິບັດສຳເລັດໜ້າທີ່ການທູດຂອງຕົນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Philipp Agathonos ເອກອັກຄະລັດຖະທູດໂອຕຣິດ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ແບ່ງປັນກ່ຽວກັບການພັດທະນາຂອງການພົວພັນສອງປະເທດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນ ຫວຽດນາມ-ໂອຕຣິດ ບັນລຸໄດ້ບັນດາຜົນງານເປັນໜ້າປະທັບໃຈ, ເປັນຕົ້ນແມ່ນໃນຂົງເຂດການເມືອງ-ການທູດ, ເສດຖະກິດ, ການຮ່ວມມືພັດທະນາ, ວິທະຍາສາດ-ເຕັກໂນໂລຊີ, ວັດທະນະທຳ-ສິລະປະ, ການສຶກສາ-ບໍາລຸງສ້າງ, ການພົບປະແລກປ່ຽນປະຊາຊົນ.

ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ໂອຕຣິດ ໃນອາຊຽນ ແລະ ໂອຕຣິດ ຍາມໃດກໍ່ນອນໃນກຸ່ມ 10 ຕະຫຼາດສົ່ງອອກແຖວໜ້າຂອງຫວຽດນາມ ໃນອີຢູ ດ້ວຍວົງເງິນການຄ້າປະມານ 2,45 ຕື້ໂດລາສະຫະລັດໃນປີ 2024. ເພື່ອແນໃສ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະທ່າແຮງຂອງສອງປະເທດກວ່າອີກ, ປະກອບສ່ວນຍົກລະດັບການພົວພັນໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີສອງຝ່າຍຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ເພີ່ມທະວີການເຄື່ອນໄຫວຮ່ວມມືຍົກສູງການແລກປ່ຽນການຄ້າ ແລະການລົງທຶນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Philipp Agathonos ເອກອັກຄະລັດຖະທູດໂອຕຣິດ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານເອກອັກຄະລັດຖະທູດ Philipp Agathonos ໄດ້ສະແດງຄວາມເປັນກຽດທີ່ໄດ້ມາຮັບໜ້າທີ່ໃໝ່ຢູ່ຫວຽດນາມ, ແບ່ງປັນຄວາມປະທັບໃຈຕໍ່ຜົນງານພັດທະນາເສດຖະກິດ-ສັງຄົມ ແລະບົດບາດຂອງຫວຽດນາມ ຢູ່ພາກພື້ນ. ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ໂອຕຣິດ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ທ່ານເອກອັກຄະລັດຖະທູດ Philipp Agathonos ສະແດງຄວາມຕັດສິນໃຈ ແລະໃຫ້ຄໍາໝັ້ນສັນຍາຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນສອງຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ຖືວ່ານີ້ແມ່ນທິດທາງ ແລະຈຸດສຸມໃນອາຍຸການຂອງຕົນຢູ່ຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ