ເນື່ອງໃນໂອກາດນີ້, ທ່ານນາງ Rebeca Grynspan ເລຂາທິການໃຫຍ່ UNCTAD ໄດ້ຂອບໃຈຫວຽດນາມ ທີ່ຮັບຄຳເຊີນເປັນເຈົ້າພາບຈັດຕັ້ງກອງປະຊຸມລັດຖະມົນຕີ UNCTAD ຄັ້ງທີ 16 ໃນປີ 2025, ຕີລາຄາວ່າ ຫວຽດນາມ ແມ່ນປະເທດມີການຫັນປ່ຽນຍ້ອນການຄ້າ ແລະ “ແມ່ນກຳລັງໃຈໃຫ້ພວກເຮົາທຸກຄົນ”. ບັນດາປະເທດສະມາຊິກ G77 ກໍ່ສະແດງຄວາມຊົມເຊີຍຫວຽດນາມ ທີ່ຮັບເປັນເຈົ້າພາບຈັດຕັ້ງກອງປະຊຸມ ແລະສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມຈະດໍາເນີນປະສົບຜົນສຳເລັດຢ່າງຈົບງາມ.

leftcenterrightdel
ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ, ກ່າວຄໍາເຫັນທີ່ການເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ແບ່ງປັນກ່ຽວກັບຫົວຂໍ້ຂອງການເຈລະຈາ, ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ເນັ້ນໜັກວ່າ ສຳລັບຫວຽດນາມ, ອະນາຄົດຂອງການຄ້າສາກົນແມ່ນຂຶ້ນກັບ 3 ປັດໄຈສຳຄັນ, ຄື: ເພີ່ມທະວີການຮ່ວມມືສາກົນ, ຕ້ານລັດທິປົກປ້ອງ, ຊຸກຍູ້ລະບົບການຄ້າຫຼາຍຝ່າຍ, ຍຸຕິທຳເພື່ອໃຫ້ທຸກປະເທດ, ພິເສດແມ່ນບັນດາປະເທດພວມພັດທະນາໄດ້ຮັບຜົນປະໂຫຍດຈາກຂອບການຄ້າທົ່ວໂລກທີ່ມີຄວາມດຸ່ນດ່ຽງ ແລະວັດທະນາຖາວອນກວ່າ.

ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ໄດ້ຂອບໃຈບັນດາປະເທດສະໜັບສະໜູນຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມລັດຖະມົນຕີ UNCTAD ຄັ້ງທີ 16 ແລະຫວັງວ່າ ບັນດາປະເທດຈະເຂົ້າຮ່ວມຢ່າງຕັ້ງໜ້າ ແລະປະກອບສ່ວນໃຫ້ກອງປະຊຸມນີ້ປະສົບຜົນສຳເລັດຢ່າງຈົບງາມ.

ໂດຍ: ເຈິ່ນຮວ່ຽນ