ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານ Lawrence Wong ນາຍົກລັດຖະມົນຕີ ນັບແຕ່ດຳລົງຕຳແໜ່ງ ແລະການຢ້ຽມຢາມຍິ່ງມີຄວາມໝາຍກວ່າອີກເມື່ອສອງຝ່າຍຫາກໍ່ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສະແດງໃຫ້ເຫັນການຖືເປັນສໍາຄັນຕໍ່ກັບການພົວພັນຫວຽດນາມ - ສິງກະໂປ. ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Lawrence Wong ນາຍົກລັດຖະມົນຕີ ແລະພັນລະຍາ ໄດ້ດຳເນີນໄປໃນສະພາບການ ທີ່ການພົວພັນຫວຽດນາມ - ສິງກະໂປ ພັດທະນາມາກວ່າເຄິ່ງສັດຕະວັດ, ການນໍາ ແລະປະຊາຊົນສອງປະເທດໄດ້ເພີ່ມພູນຄູນສ້າງ, ພັດທະນາໃຫ້ ເລິກເຊິ່ງກວ້າງຂວາງຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານ ຫງວຽນແມ໊ງຮຸ່ງ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີ ຕ້ອນຮັບທ່ານ Lawrence Wong ນາຍົກລັດຖະມົນຕີ ແລະພັນລະຍາ ທີ່ສະໜາມບິນສາກົນໂນ້ຍບ່າຍ. ພາບ: ສໍານັກຂ່າວສານຫວຽດນາມ

ຫວນຄືນໄລຍະເວລາກວ່າ 50 ປີກ່ອນນັ້ນ, ໃນເດືອນ ສິງຫາ 1973, ສິງກະໂປ ແມ່ນໜຶ່ງໃນບັນດາປະເທດທໍາອິດທີ່ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ພາຍຫຼັງສັນຍາ ປາຣີ ໄດ້ລົງນາມ. ນີ້ແມ່ນຂີດໝາຍລິເລີ່ມໃຫ້ວິວັດທະນາການຫຼາຍທົດສະວັດຂອງການພົວພັນທີ່ໃກ້ຊິດຕິດແທດ, ພັດທະນາລະຫວ່າງສອງປະເທດໃຫ້ແຂງແຮງຢ່າງບໍ່ຢຸດຢັ້ງ. ກ້າວສູ່ຕົ້ນທົດສະວັດ 1990, ພ້ອມດ້ວຍການຫັນປ່ຽນລວມຂອງສະພາບການສາກົນ ແລະພາກພື້ນກໍ່ຄືແຜນນະໂຍບາຍປ່ຽນແປງໃໝ່, ເປີດປະຕູຂອງຫວຽດນາມ, ການພົວພັນ ຫວຽດນາມ-ສິງກະໂປ ຮັບຮູ້ບັນດາບາດກ້າວພັດທະນາຢ່າງວ່ອງໄວ, ໂດຍສະເພາະແມ່ນພາຍຫຼັງທີ່ຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ເມື່ອປີ 1995, ຄຽງບ່າຄຽງໄຫຼ່ກັບສິງກະໂປ ພາຍໃຕ້ “ຊາຍຄາລວມ”. ມາຮອດປີ 2013, ສິງກະໂປ ກາຍເປັນໜຶ່ງໃນບັນດາປະເທດສະມາຊິກອາຊຽນ ທໍາອິດທີ່ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ.

ສາມາດຢັ້ງຢືນວ່າ, ສິງກະໂປ ຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ສໍາຄັນ, ຮ່ວມເດີນທາງກັບຫວຽດນາມ ຕະຫຼອດເສັ້ນທາງແຫ່ງການປະຕິຮູບ, ເປີດກວ້າງ ແລະພັດທະນາ. ພາຍຫຼັງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ, ການພົວພັນຫວຽດນາມ-ສິງກະໂປ ໄດ້ມີການພັດທະນາຢ່າງຮອບດ້ານໃນຊ່ອງທາງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະປະຊາຊົນດ້ວຍລະດັບຄວາມໄວ້ເນື້ອເຊື່ອໃຈການເມືອງສູງ. ການຮ່ວມມືເສດຖະກິດແມ່ນຈຸດພົ້ນເດັ່ນຂອງການພົວພັນຫວຽດນາມ-ສິງກະໂປ. ໃນຂະນະທີ່ ສິງກະໂປ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 4 ໃນອາຊຽນ ແລະທີ 14 ໃນໂລກຂອງຫວຽດນາມ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 4 ໃນອາຊຽນ ແລະທີ 11 ໃນໂລກຂອງສິງກະໂປ. ປີ 2024, ລວມຍອດວົງເງິນການຄ້າສອງສົ້ນບັນລຸກວ່າ 10 ຕື້ໂດລາສະຫະລັດ. ບັນດາເຂດອຸດສາຫະກໍາຫວຽດນາມ-ສິງກະໂປ (VSIP) ເຄື່ອນໄຫວມີປະສິດທິຜົນຫຼາຍທີ່ສຸດ, ແມ່ນສັນຍາລັກແຫ່ງຄວາມສໍາເລັດ ຂອງການຮ່ວມມືເສດຖະກິດສອງຝ່າຍ. ເມື່ອພະຍາດໂຄວິດ-19 ແຜ່ລະບາດ, ສິງກະໂປ ແມ່ນໜຶ່ງໃນບັນດາປະເທດສະມາຊິກອາຊຽນ ທໍາອິດທີ່ໜູນຊ່ວຍວັດຖຸອຸປະກອນທາງການແພດໃຫ້ແກ່ຫວຽດນາມ. ຄຽງຂ້າງກັນນັ້ນ, ຫວຽດນາມ ແລະສິງກະໂປ ກໍໄດ້ເອົາໃຈໃສ່ເຖິງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ-ບໍາລຸງສ້າງແຫຼ່ງຊັບພະຍາກອນຢ່າງບໍ່ຢຸດຢັ້ງ... ບໍ່ພຽງແຕ່ຢູ່ລະດັບສອງຝ່າຍ, ຫວຽດນາມ ແລະສິງກະໂປ ຍັງສົມທົບກັນຢ່່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນການປະກອບສ່ວນຢ່າງຕັ້ງໜ້າຂອງສອງປະເທດສະມາຊິກທີ່ມີຄວາມຂະຫຍັນຂັນເຄື່ອນໃຫ້ແກ່ວິວັດການສ້າງສາປະຊາຄົມອາຊຽນ.

ການນໍາຂັ້ນສູງສອງປະເທດຍາມໃດກໍ່ຢືນຢັນການຖືເປັນສໍາຄັນ ແລະໃຫ້ະບຸລິມະສິດສູງແກ່ການເຮັດໃຫ້ການພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ, ເປີດກວ້າງເນື້ອໃນບັນດາຂົງເຂດຮ່ວມມືຕ່າງໆລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ. ບົນພື້ນຖານບັນດາຜົນງານທີ່ຍິ່ງໃຫຍ່ໃນກວ່າ 5 ທົດສະວັດ ນັບແຕ່ສ້າງຕັ້ງການພົວພັນທາງການທູດ, ຫວ່າງມໍ່ໆມານີ້, ເນື່ອງໃນໂອກາດການຢ້ຽມຢາມສິງກະໂປ ຢ່າງເປັນທາງການແຕ່ວັນທີ 11 ຫາວັນທີ 13 ມີນາ 2025 ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ນໍາຫວຽດນາມ ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານທໍາອິດຂອງສິງກະໂປ ໃນອາຊຽນ, ສ້າງຂີດໝາຍປະຫວັດສາດ, ເປີດໜ້າປະຫວັດສາດໃໝ່ໃຫ້ແກ່ການພົວພັນສອງຝ່າຍດ້ວຍວິໄສທັດໄລຍະຍາວ ແລະຮອບດ້ານກວ່າ.

ເມື່ອຫວນຄືນບັນດາຜົນງານທີ່ບັນລຸໄດ້ໃນຕະຫຼວດໄລຍະທາງກວ່າເຄິ່ງທົດສະວັດຜ່ານມາ, ພວກເຮົາມີຄວາມເຊື່ອໝັ້ນຕໍ່ອະນາຄົດທີ່ສົດໃສຂອງການພົວພັນຫວຽດນາມ-ສິງກະໂປ, ທີ່ເຄີຍໄດ້ສະໜິດຕິດພັນຈາກພື້ນຖານວັດທະນະທໍາທີ່ຄ້າຍຄືກັນ, ທີ່ຕັ້ງພູມສາດໃກ້ຊິດຕິດແທດພ້ອມກັບຜົນປະໂຫຍດຢູ່ພາກພື້ນ ແລະສາກົນ, ໄດ້ຮັບການເພີ່ມພູນຄູນສ້າງຈາກການນໍາ ແລະປະຊາຊົນລຸ້ນຕ່າງໆຂອງສອງປະເທດ. ຄວາມສາມາດບົ່ມຊ້ອນໃນການພັດທະນາການພົວພັນຫວຽດນາມ-ສິງກະໂປ ຍັງໃຫຍ່ຫຼວງຢູ່, ໄດ້ຮັບການຊຸກຍູ້-ຍູ້ແຮງຈາກກໍາລັງແຮງພາຍໃນຂອງແຕ່ລະປະເທດກໍ່ຄືສະໄໝຂອງການປະຕິວັດວິທະຍາສາດ-ເຕັກໂນໂລຢີ, ການຮ່ວມສຳພັນ, ເຊື່ອມໂຍງເຂົ້າກັບສາກົນ ແລະພາກພື້ນຢ່າງເລິກເຊິ່ງ.

ຂໍອວຍພອນໃຫ້ການຢ້ຽມຢາມຫວຽດນາມ ຂອງທ່ານ Lawrence Wong ນາຍົກລັດຖະມົນຕີ ແລະພັນລະຍາ ປະສົບຜົນສໍາເລັດຢ່າງດີງາມ, ສ້າງກໍາລັງຜັກດັນໃຫ້ແກ່ການຮ່ວມມືທຸກດ້ານລະຫວ່າງຫວຽດນາມ ແລະສິງກະໂປ, ຈາກນັ້ນປະກອບ ສ່ວນເຂົ້າໃນວິວັດການພັດທະນາຂອງແຕ່ລະປະເທດ, ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນສອງປະເທດ, ພ້ອມທັງປະກອບສ່ວນເຂົ້າໃນການ ພັດທະນາລວມຂອງອາຊຽນ, ເພື່ອປະຊາຄົມອາຊຽນ  ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຂະຫຍັນຂັນເຄື່ອນ, ປະດິດສ້າງ, ຖືປະຊາຊົນເປັນໃຈກາງ.

ໂດຍ: ດັ້ງເກື່ອງ