ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍແຂວງກວ໋າງນາມ
ຕອນຄ່ຳວັນທີ 24 ມີນາ, ຢູ່ນະຄອນ ຕາມກີ່ ໄດ້ດຳເນີນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍແຂວງກວ໋າງນາມ (24/3/1975 - 24/3/2025) ແລະ 95 ປີແຫ່ງວັນສ້າງຕັ້ງຄະນະພັກແຂວງ ກ໋ວາງນາມ (28/3/1930 - 28/3/2025).
    |
 |
ທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ ກ່າວຄຳເຫັນທີ່ພິທີ. ພາບ: baoquangnam.vn |
ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ ໄດ້ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ແຂວງກວ໋າງນາມ ຕ້ອງສືບຕໍ່ຜັນຂະຫຍາຍບັນດາຂະບວນການແຂ່ງຂັນຮັກຊາດຢ່າງແຮງ, ແຜ່ກະຈາຍແຮງໃຈທີ່ຕັ້ງໜ້າ ແລະແງ່ຫວັງພັດທະນາອອກສູ່ວົງກວ້າງ, ມູນເຊື້ອວິລະຊົນຕ້ອງກາຍເປັນກຳລັງໜູນ, ກາຍເປັນກຳລັງແຮງພາຍໃນ, ຄວາມມຸ່ງຫວັງຂອງປະຊາຊົນກວ໋າງນາມ ໃນແຕ່ລະວຽກງານ, ແຕ່ລະການກະທຳຢ່າງແທ້ຈິງ ເພື່ອສູ້ຊົນປະຕິບັດສຳເລັດທຸກຄາດໝາຍພັດທະນາ, ພິເສດແມ່ນການເຕີບໂຕເສດຖະກິດບັນລຸລະດັບ 10% ຂຶ້ນໄປ.
ກວ໋າງນາມ ຕ້ອງຮັກສາ ແລະເສີມຂະຫຍາຍບັນດາກຳລັງໜູນເຕີບໂຕຫຼັກຂອງພື້ນຖານເສດຖະກິດຢ່າງມີປະສິດທິຜົນ, ພັດທະນາໂດຍອີງຕາມຄວາມສົມດຸນລະຫວ່າງຕົວເມືອງ ແລະຊົນນະບົດ, ອຸດສາຫະກຳ ແລະກະສິກຳ, ດິນຕໍ່ແຜ່ນ ແລະທະເລໝູ່ເກາະ, ສູ້ຊົນເພີ່ມຄວາມໄວໃນການເຕີບໂຕ GRDP ນັບແຕ່ປີ 2025 ເປັນຕົ້ນໄປບັນລຸລະດັບສອງຕົວເລກ.
ແຫຼ່ງຄັດຈາກ: vovworld.vn