ນັກຂ່າວ: ຂໍຮຽນທ່ານລັດຖະມົນຕີ Mauro Vieira, ການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ Lula da Silva ມີຄວາມໝາຍສຳຄັນຄືແນວໃດ, ພິເສດແມ່ນການຢ້ຽມຢາມດຳເນີນພາຍຫຼັງການຢ້ຽມຢາມບຣາຊິນ ຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໃນຂອບເຂດກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ຢູ່ນະຄອນ Rio de Janeiro ໃນປີ 2024 ພຽງສອງສາມເດືອນ?
ທ່ານລັດຖະມົນຕີ Mauro Vieira: ປີ 2024, ບຣາຊິນ ແລະຫວຽດນາມ ໄດ້ສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ໂດຍໄດ້ຮັບການສ້າງຂຶ້ນບົນພື້ນຖານມິດຕະພາບ, ການຮ່ວມມື ແລະເຄົາລົບເຊິ່ງກັນ ແລະກັນ. ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືສຳຄັນຂອງບຣາຊິນ ຢູ່ອາຊີຕາເວັນອອກສ່ຽງໃຕ້, ດ້ວຍວົງເງິນການຄ້າບັນລຸເຖິງ 7,7 ຕື້ໂດລາສະຫະລັດໃນປີກາຍ.
ນັບແຕ່ເມື່ອທ່ານປະທານາທິບໍດີ Lula ຂຶ້ນກຳອຳນາດຄືນໃໝ່ໃນເດືອນມັງກອນປີ 2023, ການພົວພັນກັບຫວຽດນາມ ໄດ້ຮັບກໍາລັງໜູນພໍສົມຄວນ. ຂີດໝາຍສໍາຄັນໃນການພົວພັນຄູ່ຮ່ວມມືໃໝ່ລະຫວ່າງບຣາຊິນ ແລະຫວຽດນາມ ນັ້ນແມ່ນການຢ້ຽມຢາມຄັ້ງປະຫວັດສາດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຖິງບຣາຊິນ ໃນເດືອນກັນຍາ 2023, ແມ່ນການຢ້ຽມຢາມຄັ້ງທຳອິດຂອງນາຍົກລັດຖະມົນຕີຫວຽດນາມ.
ການຢ້ຽມຢາມຈະມາເຖິງຂອງປະທານາທິບໍດີ Lula ສ້າງຂີດໝາຍໜ້າປະຫວັດສາດໃໝ່ໃນການພົວພັນຄູ່ຮ່ວມມືນີ້.
ນັກຂ່າວ: ໃນເດືອນ ພະຈິກ 2024, ຫວຽດນາມ ແລະບຣາຊິນ ໄດ້ຕົກລົງຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດພາຍຫຼັງ 35 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ. ທ່ານສາມາດແບ່ງປັນບັນດາຂົງເຂດຮ່ວມມືບຸລິມະສິດ ເພື່ອແນໃສ່ເພີ່ມທະວີການພົວພັນກັບຫວຽດນາມ ໃນໄລຍະໃໝ່ຂອງລັດຖະບານບຣາຊິນ ກວ່າອີກ?
ທ່ານລັດຖະມົນຕີ Mauro Vieira: ໃນການພົບປະຢູ່ນອກກອງປະຊຸມສຸດຍອດ G20 ຢູ່ Rio de Janeiro ເມື່ອເດືອນພະຈິກຜ່ານມາ, ທ່ານປະທານາທິບໍດີ Lula ແລະທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມີບາດກ້າວປະຫວັດສາດໃນການຍົກລະດັບການພົວພັນຂອງພວກເຮົາຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ຂີດໝາຍນີ້ສ່ອງແສງໃຫ້ເຫັນກໍາລັງແຮງຂອງການພົວພັນທາງການທູດ ແລະນໍ້າໃຈມິດຕະພາບທີ່ມີມາແຕ່ດົນນານລະຫວ່າງ ບຣາຊິນ ແລະຫວຽດນາມ.
ການຍົກລະດັບການພົວພັນດັ່ງກ່າວກໍ່ເນັ້ນໜັກເຖິງຂອບເຂດໂຄງການດໍາເນີນງານລວມຂອງພວກເຮົາ ແລະວິໄສທັດຮ່ວມຂອງພວກເຮົາກ່ຽວກັບພື້ນຖານຄຸ້ມຄອງທົ່ວໂລກໄດ້ຮັບການປະຕິຮູບເລີ່ມຈາກສັນຕິພາບ ແລະການພັດທະນາ. ທັງສອງປະເທດໃຫ້ຄຳໝັ້ນສັນຍາປະຕິບັດຕາມລັດທິຫຼາຍຝ່າຍ, ອຳນາດນິຕິບັນຍັດ ແລະແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ດ້ວຍສະຫະປະຊາຊາດເປັນແກ່ນສານຂອງລະບົບສາກົນ. ພວກເຮົາແບ່ງປັນຄວາມຄາດຫວັງກ່ຽວກັບຄວາມໝັ້ນຄົງ, ຄວາມຈະເລີນຮຸ່ງເຮືອງ ແລະການພັດທະນາແບບຍືນຍົງ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານປະທານາທິບໍດີ ບຣາຊິນ Luiz Lula da Silva ທີ່ການເຈລະຈາໃນເດືອນ ພະຈິກ 2024. ພາບ: ສໍານັກຂ່າວສານຫວຽດນາມ |
ປະຈຸບັນພວກເຮົາພວມສ້າງແຜນດຳເນີນງານ ເພື່ອປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດ. ນີ້ຈະແມ່ນວິວັດການຮ່ວມມືໃນບັນດາຂົງເຂດຕົ້ນຕໍ, ລວມມີການປ້ອງກັນຊາດ, ວິທະຍາສາດ, ເຕັກໂນໂລຢີ, ...
ນັກຂ່າວ: ຫວຽດນາມ ແລະບຣາຊິນ ໄດ້ໃຫ້ຄຳໝັ້ນສັນຍາຍົກການຄ້າສອງຝ່າຍຂຶ້ນເຖິງ 10 ຕື້ໂດລາສະຫະລັດ ໃນປີ 2025 ແລະ 15 ຕື້ໂດລາສະຫະລັດ ໃນປີ 2030. ຕາມທ່ານແລ້ວການດຳເນີນການເຈລະຈາສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະຕະຫຼາດລວມອາເມລິກາໃຕ້ (MERCOSUR) ຈະຊ່ວຍຍູ້ໄວການຫັນເປົ້າໝາຍນີ້ໃຫ້ປະກົດຜົນເປັນຈິງໄດ້ ຫຼືບໍ? ແງ່ຫວັງການເຈລະຈາກ່ຽວກັບຂໍ້ຕົກລົງສະບັບນີ້ໃນອະນາຄົດແມ່ນຫຍັງແດ່?
ທ່ານລັດຖະມົນຕີ Mauro Vieira: ພວກຂ້າພະເຈົ້າ ຕີລາຄາສູງການພົວພັນຄູ່ຮ່ວມມືດ້ານເສດຖະກິດກັບຫວຽດນາມ, ສະແດງໃຫ້ເຫັນຜ່ານຄຳໝັ້ນສັນຍາເປີດກວ້າງການຄ້າສອງຝ່າຍ. ພວກຂ້າພະເຈົ້າ ໄດ້ວາງບັນດາເປົ້າໝາຍທີ່ສາມາດບັນລຸໄດ້ດ້ວຍຄວາມພະຍາຍາມລວມຈາກທັງສອງປະເທດ.
ບຣາຊິນ ເປັນສະມາຊິກຂອງ MERCOSUR, ທຸກການເຈລະຈາດ້ານການຄ້າທີ່ກ່ຽວຂ້ອງເຖິງອັດຕາພາສີລ້ວນແຕ່ຕ້ອງມີການຕັດສິນຂອງທຸກປະເທດສະມາຊິກ. ພວກຂ້າພະເຈົ້າ ຕີລາຄາຂອບເຂດທີ່ເໝາະສົມທີ່ສຸດເພື່ອໃຫ້ການຮ່ວມມືດ້ານເສດຖະກິດກັບຫວຽດນາມ ເລິກເຊິ່ງກວ່າ, ໂດຍມີການຊັ່ງຊາຄິດໄລ່ເຖິງນະໂຍບາຍເສດຖະກິດຂອງບັນດາປະເທດສະມາຊິກ MERCOSUR.
ການເພີ່ມທະວີການພົວພັນດ້ານເສດຖະກິດຂອງພວກຂ້າພະເຈົ້າ ກໍ່ຂຶ້ນກັບການຊຸກຍູ້ໂຄງການດໍາເນີນງານສອງຝ່າຍກ່ຽວກັບຫົວຂໍ້ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເປັນຕົ້ນຄື: ການລົງທຶນ, ບັນດາມາດຕະການສຸຂະອະນາໄມ ແລະກັກກັນພະຍາດພຶກສາຊາດ. ສິ່ງດັ່ງກ່າວຈະສ້າງການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານກວ່າອີກ, ຊຸກຍູ້ການເຕີບໂຕແບບຍືນຍົງ ແລະຄວາມວັດທະນາຖາວອນໃຫ້ທັງສອງປະເທດ.
ນັກຂ່າວ: ກອງປະຊຸມຄັ້ງທີ 30 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 30) ຈະໄດ້ຮັບການຈັດຂຶ້ນຢູ່ Belem (ບຣາຊິນ) ໃນເດືອນພະຈິກນີ້. ໃນສະພາບການທົ່ວໂລກທີ່ສັບສົນ ແລະເຕັມໄປດ້ວຍສິ່ງທ້າທາຍໃນປະຈຸບັນ, ປະເທດບຣາຊິນ ຈະບຸລິມະສິດບັນດາບັນຫາ ຕົ້ນຕໍໃດຢູ່ກອງປະຊຸມເພື່ອຊ່ວຍແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນໜ່ວຍໂລກ?
ທ່ານລັດຖະມົນຕີ Mauro Vieira: COP30 ເພື່ອແນໃສ່ຕາງໜ້າໃຫ້ແກ່ບາດລ້ຽວໜຶ່ງໃນບັນຫາດິນຟ້າອາກາດ, ຊຸກຍູ້ຄວາມຄືບໜ້າໃນ 5 ເສົາຄ້ຳ ຄື: ການຫຼຸດຜ່ອນ, ການປັບຕົວ, ການເງິນ, ເຕັກໂນໂລຢີ ແລະການສ້າງກໍາລັງຄວາມສາມາດ. ກອງປະຊຸມກໍ່ຈະສ້າງຂີດໝາຍການຍື່ນສະເໜີການປະກອບສ່ວນໂດຍຊາດຕັດສິນເອງ (NDC) ໃໝ່ຂອງທຸກຝ່າຍ. ບຣາຊິນ ໄດ້ຍື່ນສະເໜີ NDC ອັບເດັດເມື່ອເດືອນພະຈິກ ໃນປີກາຍ, ໃຫ້ຄໍາໝັ້ນສັນຍາຫຼຸດຜ່ອນ 67% ປະລິມານປ່ອຍອາຍພິດເຮືອນແກ້ວ ໃນປີ 2035, ເມື່ອທຽບກັບລະດັບປີ 2005.
ສືບຕໍ່ຂໍ້ຕົກລົງປີ 2024 ເພື່ອລະດົມທຶນ 300 ຕື້ໂດລາສະຫະລັດຕໍ່ປີ, ແຕ່ນີ້ຮອດປີ 2035, ບັນດາປະເທດປະທານ COP 29 ແລະ COP 30 ຈະຊຸກຍູ້ “ວິວັດທະນາການ Baku-Belem ມຸ່ງໄປເຖິງບັນລຸ 1,300 ຕື້ໂດລາສະຫະລັດ”, ເພື່ອສະໜອງອຸປະຖໍາໃຫ້ວິວັດການຫັນປ່ຽນດິນຟ້າອາກາດຢ່າງຍຸດຕິທຳ ແລະສະເໝີພາບຢູ່ບັນດາປະເທດພວມພັດທະນາ.
ຈຸດສຸມໃນບັນດາການປຶກສາຫາລືຂອງພວກຂ້າພະເຈົ້າ ແມ່ນແນວຄວາມຄິດກ່ຽວກັບວິວັດການຫັນປ່ຽນຍຸດທິທໍາ. ພື້ນຖານ ເສດຖະກິດກາກບອນຕ່ໍາຕ້ອງກວມລວມ ແລະສະເໝີພາບ, ຮັບປະກັນບໍ່ມີຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ.
ບັນດາບຸລິມະສິດເຫຼົ່ານີ້ຈະສ້າງໂຄງການດໍາເນີນງານຂອງ COP30 ໃຫ້ເປັນຮູບເປັນຮ່າງ. ຜົນສຳເລັດຂອງໂຄງການບໍ່ພຽງແຕ່ໄດ້ຮັບການວັດແທກດ້ວຍບັນດາຂໍ້ຕົກລົງທີ່ໄດ້ຮັບການເຈລະຈາແລ້ວເທົ່ານັ້ນ, ຫາກຍັງແມ່ນຄວາມສາມາດຊຸກຍູ້ການກະທໍາຫັນປ່ຽນໃນສະພາບຕົວຈິງ.
ນັກຂ່າວ: ຂໍຂອບໃຈທ່ານລັດຖະມົນຕີ.
ໂດຍ: ທະນາພອນ