leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມງານລ້ຽງສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ສະຫະພັນລັດເຊຍ. ພາບ: ມາຍຫວູ

ກ່າວຄຳເຫັນທີ່ງານລ້ຽງ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ: 75 ປີຜ່ານມາ, ຫວຽດນາມ ແລະສະຫະພາບໂຊວຽດ ຍາມໃດກໍ່ຄຽງບ່າຄຽງໄຫຼ່, ເປັນເພື່ອນມິດທີ່ສະໜິດຕິດພັນ, ຈົ່ງຮັກພັກດີ, ເຄົາລົບນັບຖື, ເຂົ້າໃຈ ແລະສະໜັບສະໜູນເຊິ່ງກັນ ແລະກັນ. ພັກ, ລັດ ແລະປະຊາຊົນຫວຽດນາມ ຈະບໍ່ຫຼົງລືມຕໍ່ການຊ່ວຍເຫຼືອອັນສຸດຈິດສຸດໃຈຂອງປະຊາຊົນໂຊວຽດ ແລະປະຊາຊົນສະຫະພັນລັດເຊຍ ໃນພາລະກິດປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ແລະໃນພາລະກິດປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດຊາດ. ປະຈຸບັນ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສະຫະພັນລັດເຊຍ ສືບຕໍ່ບັນລຸໄດ້ໝາກຜົນອັນຕັ້ງໜ້າຫຼາຍຢ່າງ, ເປັນພື້ນຖານເພື່ອໃຫ້ 2 ປະເທດກ້າວເຂົ້າສູ່ສັງກາດໃໝ່ ແລະຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝ. ທ່ານ ບຸ່ຍແທັງເຊີນ ເຊື່ອໝັ້ນວ່າ ປີ 2025 ຈະແມ່ນຂີດໝາຍສຳຄັນໃນໄລຍະພັດທະນາໃໝ່ ແລະນັບມື້ນັບດີງາມຂອງການພົວພັນລະຫວ່າງ 2 ປະເທດ. ຫວຽດນາມ ແລະລັດເຊຍ ສືບຕໍ່ສ້າງຂີດໝາຍໃໝ່ໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານ, ຕອບສະໜອງຜົນປະໂຫຍດ ແລະຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ສ່ວນທ່ານເອກອັກຄະລັດຖະທູດ Gennady Stepanovich Bezdetko ແບ່ງປັນວ່າ ໃນ 3/4 ສະຕະວັດທີ່ຜ່ານມາ, ການພົວພັນລະຫວ່າງສະຫະພັນລັດເຊຍ - ຫວຽດນາມ ໄດ້ຜ່ານໄລຍະທາງອັນຍາວນານ, ປະຊາຊົນ 2 ປະເທດໄດ້ຄຽງບ່າຄຽງໄຫຼ່ກັນໃນຈຸດເວລາຫຍຸ້ງຍາກທີ່ສຸດ. ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ຄວາມຮັກແພງ ແລະນ້ຳໃຈມິດຕະພາບທີ່ຈິງໃຈລະຫວ່າງສອງປະເທດ ແລະປະຊາຊົນສອງປະເທດ ໄດ້ສ້າງພື້ນຖານອັນໜັກແໜ້ນເພື່ອໃຫ້ການຮ່ວມມືສອງຝ່າຍພັດທະນານັບມື້ນັບເລິກເຊິ່ງກວ້າງຂວາງໃນທຸກຂົງເຂດ.

ໂດຍ: ໄຊນີດາ