ທ່ານປະທານປະເທດ ຢືນຢັນວ່າ ການຢ້ຽມຢາມຂອງທ່ານຫົວໜ້າອົງການໄອຍະການ ແລະຄະນະຜູ້ແທນອົງການໄອຍະການສູງສຸດ ອາແຊກໄບຊານ ມີຄວາມໝາຍສຳຄັນ, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ອາແຊກໄບຊານ ເວົ້າລວມ ແລະການຮ່ວມມືສອງຝ່າຍລະຫວ່າງອົງການຍຸຕິທໍາຂອງສອງປະເທດເວົ້າສະເພາະ. ທ່ານປະທານປະເທດ ຢືນຢັນວ່າ ປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈຳ ແລະນັບຖືຢ່າງສູງຕໍ່ນ້ຳໃຈ, ການສະໜັບສະໜູນ ແລະການຊ່ວຍເຫຼືອອັນລ້ຳຄ່າ ທີ່ປະຊາຊົນ ອາແຊກໄບຊານ ໄດ້ສະຫງວນໃຫ້ ຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືໃນວິວັດການສ້າງສາປະເທດຊາດໃນປະຈຸບັນ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ  ຕ້ອນຮັບທ່ານ Kamran Bayram Aliyev ຫົວໜ້າອົງການໄອຍະການສູງສຸດ ອາແຊກໄບຊານ. ພາບ: qdnd.vn

ຂອບໃຈປະທານປະເທດ ທີ່ໄດ້ສະຫຼະເວລາຕ້ອນຮັບ, ຫົວໜ້າອົງການໄອຍະການສູງສຸດ ອາແຊກໄບຊານ ໄດ້ສົ່ງຄຳຢື້ຢາມຖາມຂ່າວ ແລະອວຍພອນສຸຂະພາບຂອງປະທານາທິບໍດີ ອາແຊກໄບຊານ ເຖິງທ່ານປະທານປະເທດ, ພ້ອມທັງຢືນຢັນວ່າ ປະທານາທິບໍດີ ແລະປະຊາຊົນ ອາແຊກໄບຊານ ຍາມໃດກໍ່ຈົດຈຳອານຸສອນກ່ຽວກັບການຢ້ຽມຢາມອາແຊກໄບຊານ ຂອງປະທານ ໂຮ່ຈີມິນ ໃນປີ 1959, ເປີດສາກການຊຸກຍູ້ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດຮອດປະຈຸບັນ. ແຈ້ງໃຫ້ທ່ານປະທານປະເທດ ຮັບຊາບກ່ຽວກັບຜົນການເຮັດວຽກກັບອົງການໄອຍະການປະຊາຊົນສູງສຸດຫວຽດນາມ, ທ່ານ Kamran Bayram Aliyev ໃຫ້ຮູ້ວ່າ: ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື, ຜ່ານນັ້ນຈະປະກອບສ່ວນນໍາການພົວພັນລະຫວ່າງສອງອົງການໄອຍະການເຂົ້າສູ່ລວງເລິກ ແລະແທດຈິງກວ່າອີກ.

ທ່ານປະທານປະເທດ ຊົມເຊີຍອົງການໄອຍະການປະຊາຊົນສູງສຸດຫວຽດນາມ ແລະອົງການໄອຍະການສູງສຸດ ອາແຊກໄບຊານ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືໃນການຢ້ຽມຢາມຄັ້ງນີ້, ສ້າງພື້ນຖານນິຕິກໍາອັນສໍາຄັນເພື່ອໃຫ້ຂະແໜງໄອຍະການຂອງສອງປະເທດຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືສອງຝ່າຍທີ່ຕ່າງຝ່າຍຕ່າງມີຄວາມສົນໄຈ ເພື່ອແນໃສ່ຍົກສູງປະສິດທິຜົນວຽກງານໄອຍະການ. ທ່ານປະທານປະເທດ ສະເໜີໃຫ້ສອງຝ່າຍ ແລກປ່ຽນຄະນະຜູ້ແທນທຸກຂັ້ນມາຢ້ຽມຢາມ, ເຮັດວຽກ ແລະຄົ້ນຄວ້າເປັນປະຈຳເພື່ອແນໃສ່ເພີ່ມທະວີນ້ຳໃຈມິດຕະພາບ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ; ຮ່ວມມືຢ່າງແໜ້ນແຟ້ນໃນການບຳລຸງກໍ່ສ້າງພະນັກງານ, ໄອຍະກອນຂອງສອງຝ່າຍ; ຕັ້ງໜ້າສະໜັບສະໜູນຂໍ້ລິເລີ່ມຂອງກັນໃນເວທີປາໄສຮ່ວມມືສາກົນຫຼາຍຝ່າຍ ເຊິ່ງສອງປະເທດເປັນສະມາຊິກ.

ໂດຍ: ຈາງຫງວຽນ