ຫວຽດນາມ-ໂປໂລຍ ຕັ້ງໜ້າຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ
ກປ.ອອນໄລ - ຕອນເຊົ້າວັນທີ 24 ມີນາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດໂປໂລຍ ນໍາໂດຍທ່ານ Pawel Bejda ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໂປໂລຍ ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
ທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ ໃນຕະຫຼອດ 75 ປີ, ພິເສດເນື່ອງໃນໂອກາດໄປຢ້ຽມຢາມ ສາທາລະນະລັດ ໂປໂລຍ ຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໃນເດືອນມັງກອນ 2025 ຜ່ານມາ, ການນຳສອງປະເທດ ໄດ້ເຫັນດີເປັນເອກະພາບຍົກລະດັບການພົວພັນສອງຝ່າຍຂຶ້ນລະດັບຍຸດທະສາດ. ນີ້ແມ່ນພື້ນຖານເພື່ອໃຫ້ສອງປະເທດສືບຕໍ່ພັດທະນາການພົວພັນຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ.
    |
 |
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ Pawel Bejda ຮອງລັດຖະມົນຕີກະຊວງປ້ອງກັນປະເທດໂປໂລຍ. ພາບ: ຮ໋ຽນມີງ |
ທ່ານລັດຖະມົນຕີ ຟານວັນຢາງ ຕີລາຄາສູງຜົນການພົບປະເຈລະຈາລະຫວ່າງຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະໂປໂລຍ; ພ້ອມທັງຮັບຮູ້ໝາກຜົນຕັ້ງໜ້າກ່ຽວກັບການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຜ່ານມາບົນພື້ນຖານບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍທີ່ໄດ້ລົງນາມໃນປີ 2010, ພົ້ນເດັ່ນແມ່ນໃນບັນດາຂົງເຂດ, ຄື: ການແລກປ່ຽນຄະນະຜູ້ແທນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ; ການບໍາລຸງກໍ່ສ້າງ; ການຮັກສາສັນຕິພາບສະຫະປະຊາຊາດ; ອຸດສາຫະກໍາປ້ອງກັນຊາດ...
ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ ໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດຫວຽດນາມ ຈະຊີ້ນໍາອົງການທີ່ກ່ຽວຂ້ອງສືບຕໍ່ຜັນຂະຫຍາຍເນື້ອໃນທີ່ໄດ້ເປັນເອກະພາບ, ແນໃສ່ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດສອງປະເທດໃຫ້ນັບມື້ນັບມີປະສິດທິຜົນ, ແທດຈິງ, ເໝາະສົມກັບການພົວພັນຮ່ວມມືລະຫວ່າງສອງປະເທດ.
    |
 |
ຜູ້ແທນເຂົ້າຮ່ວມການຕ້ອນຮັບ. ພາບ: ຮ໋ຽນມີງ |
ສ່ວນທ່ານ Pawel Bejda ສະແດງຄວາມຂອບອົກຂອບໃຈຕໍ່ທ່ານພົນເອກ ຟານວັນຢາງ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ, ພ້ອມທັງແຈ້ງໃຫ້ທ່ານພົນເອກ ຟານວັນຢາງ ຮັບຊາບກ່ຽວກັບໝາກຜົນອັນດີງາມຂອງການພົບປະເຈລະຈາຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ-ໂປໂລຍ ທີ່ຫາກໍ່ດໍາເນີນກ່ອນໜ້ານັ້ນ. ທ່ານ Pawel Bejda ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍຄວາມຕັດສິນໃຈດ້ານການເມືອງ, ເຈດຕະນາດີ ແລະຄວາມມານະພະຍາຍາມຂອງທັງສອງຝ່າຍ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ໂປໂລຍ ຈະມີບາດກ້າວພັດທະນາຢ່າງແຮງໃນໄລຍະຈະມາເຖິງ.
* ຕອນເຊົ້າວັນດຽວກັນ, ຄະນະຜູ້ແທນກະຊວງປ້ອງກັນປະເທດໂປໂລຍ ໄດ້ມີການພົບປະເຈລະຈາກັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ.
    |
 |
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ຮ໋ຽນມີງ |
ທີ່ການພົບປະເຈລະຈາ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສຸມໃສ່ປັບປຸງ, ບູລະນະຂອບເຂດ, ກົນໄກຮ່ວມມືດ້ານປ້ອງກັນຊາດສອງຝ່າຍ; ສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແນໃສ່ເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດໃຫ້ສອດຄ່ອງກັບການພົວພັນ ຫວຽດນາມ-ໂປໂລຍ, ເພີ່ມທະວີການຮ່ວມມືດ້ານບໍາລຸງກໍ່ສ້າງ; ຮັກສາສັນຕິພາບສະຫະປະຊາຊາດ...; ສະເໜີ ໂປໂລຍ ສືບຕໍ່ສະໜັບສະໜູນການເຄື່ອນໄຫວຮ່ວມມືລະຫວ່າງຫວຽດນາມ ແລະສະຫະພາບເອີລົບ (ອີຢູ) ໃນຂົງເຂດປ້ອງກັນຊາດ, ສອດຄ່ອງກັບຂອບເຂດສັນຍາທີ່ໄດ້ລົງນາມລະຫວ່າງຫວຽດນາມ ກັບອີຢູ ແລະຮຽກຮ້ອງໃຫ້ ໂປໂລຍ ມີທັດສະນະສະໜັບສະໜູນເພື່ອໃຫ້ ອີຢູ ຍົກເລີກບັດເຫຼືອງສໍາລັບສິນໃນນ້ຳຫວຽດນາມ ໂດຍໄວ.
ໂດຍ: ເຈິ່ນຮວ່ຽນ