ຄວາມຄາດຫວັງໃຫ້ການພົວພັນຫວຽດນາມ - ສິງກະໂປ
ກປ.ອອນໄລ - ພາຍຫຼັງທີ່ຫວຽດນາມ ແລະສິງກະໂປ ຍົກລະດັບການພົວພັນສອງຝ່າຍຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນວັນທີ 12 ມີນາຜ່ານມາ ເນື່ອງໃນໂອກາດການຢ້ຽມຢາມ ສິງກະໂປ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະການຢ້ຽມຢາມຫວຽດນາມ ຂອງທ່ານ Lawrence Wong ນາຍົກລັດຖະມົນຕີສິງກະໂປ ພຽງແຕ່ 1 ອາທິດ ຕໍ່ມາ ກໍໄດ້ດຶງດູດຄວາມສົນໃຈຈາກຫາງສຽງ.
ຕາມວົງການຊ່ຽວຊານ ຢູ່ສິງກະໂປ ແລ້ວ, ການຢ້ຽມຢາມຫວຽດນາມ ຂອງທ່ານ Lawrence Wong ນາຍົກລັດຖະມົນຕີສິງກະໂປ ແຕ່ວັນທີ 25-26 ມີນາ ໄດ້ສະແດງໃຫ້ເຫັນຄວາມຫວັງອັນໃຫຍ່ຫຼວງໃນການພົວພັນລະຫວ່າງ ຫວຽດນາມ ແລະ ສິງກະໂປ.
ສາດສະດາຈານ Wu Ming Qiang, ໂຮງຮຽນນະໂຍບາຍພາກລັດ Li Guang Yao ສັງກັດມະຫາວິທະຍາໄລແຫ່ງຊາດສິງກະໂປ ໃຫ້ຂໍ້ສັງເກດວ່າ ເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ພ້ອມກັບການຢ້ຽມຢາມຫວຽດນາມ ຫຼັງຈາກນັ້ນຂອງທ່ານ Lawrence Wong ໄດ້ສະແດງໃຫ້ເຫັນຄວາມຫວັງອັນໃຫຍ່ຫຼວງ ຂອງສິງກະໂປ ຕໍ່ກັບການພົວພັນສອງຝ່າຍ.
ຄວາມຫວັງນັ້ນໄດ້ຮັບການຊຸກຍູ້ຍ້ອນການຫັນປ່ຽນຢ່າງແຂງແຮງຂອງຫວຽດນາມ ເມື່ອຕັດສິນໃຈຫັນຂໍ້ຈຳກັດໃຫ້ກາຍເປັນທ່າໄດ້ປຽບທີ່ພົ້ນເດັ່ນ, ພິເສດແມ່ນໃນ 3 ປັດໄຈຄື: ປັບປຸງລະບົບກົດບັນຢັດ ແລະ ລະບອບລະບຽບການ, ເປັນເຈົ້າການນຳທັນວິທະຍາສາດ-ເຕັກໂນໂລຢີ ແລະ ບັນລຸໄດ້ລະດັບການເຕີບໂຕຢ່າງວ່ອງໄວ ແລະ ປະທັບໃຈ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະທ່ານ Lawrence Wong ນາຍົກລັດຖະມົນຕີສິງກະໂປ, ເລຂາທິການໃຫຍ່ພັກ PAP ກວດແຖວກຽດຕິຍົດເນື່່ອງໃນໂອກາດການຢ້ຽມຢາມສິງກະໂປ ຢ່າງເປັນທາງການຂອງທ່ານ ໂຕເລິມ ເລຂາທິການໃຫຍ່. ພາບ: ສໍານັກຂ່າວສານຫວຽດນາມ |
ຕາມ ສາດສະດາຈານ Wu Ming Qiang ແລ້ວ, ຈຸດເວລາທີ່ດໍາເນີນການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີສິງກະໂປ ບໍ່ພຽງແຕ່ແມ່ນການສັບຊ້ອນເວລາຂອງຝ່າຍສິງກະໂປ ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມເຊື່ອໝັ້ນຢ່າງເລິກເຊິ່ງ ຕໍ່ການພົວພັນລະຫວ່າງສອງປະເທດ ທີ່ສາມາດນຳມາເຊິ່ງຄຸນຄ່າອັນໃຫຍ່ຫຼວງ. ສິ່ງດັ່ງກ່າວນັບມື້ນັບສຳຄັນໃນຂະນະທີ່ສິງກະໂປ ກຳລັງກະກຽມຈັດການເລືອກຕັ້ງຈະມາເຖິງ, ເຊິ່ງແມ່ນເຫດການສຳຄັນສຳລັບພັກກະທໍາປະຊາຊົນ (PAP) ກໍາອາດນາດ ແລະ ປະຊາຊົນສິງກະໂປ. ສາດສະດາຈານ Wu Ming Qiang ໃຫ້ຂໍ້ສັງເກດວ່າ ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ການພົວພັນກັບ ຫວຽດນາມ ໄດ້ກາຍເປັນບຸລິມະສິດຍຸດທະສາດຂອງສິງກະໂປ ໃນປີ 2025 ແລະ ໃນອະນາຄົດ.
ສ່ວນສາດສະດາຈານ Bilveer Singh ທີ່ມາຈາກມະຫາວິທະຍາໄລແຫ່ງຊາດສິງກະໂປ ກໍໃຫ້ຂໍ້ສັງເກດວ່າ: ການຢ້ຽມຢາມຫວຽດນາມ ຂອງທ່ານ Lawrence Wong ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງເຈດຕະນາດີຊຸກຍູ້ການພົວພັນສອງຝ່າຍຈາກທັດສະນະຂອງບັນດາການນຳສິງກະໂປ. ສາດສະດາຈານ Singh ໄດ້ຊີ້ແຈ້ງວ່າ, ເລື່ອງສອງປະເທດ ແລກປ່ຽນການຢ້ຽມຢາມຂັ້ນສູງຢ່າງເປັນປະຈຳ ຊ່ວຍເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ພິເສດແມ່ນບັນດາບຸລິມະສິດຂອງແຕ່ລະຝ່າຍ. ພ້ອມທັງການຢ້ຽມຢາມ ຍັງເປັນການຢັ້ງຢືນມູນເຊື້ອອັນດີງາມໃນການພົວພັນລະຫວ່າງຫວຽດນາມ - ສິງກະໂປ, ນັ້ນແມ່ນການຮັກສາການພົວພັນທີ່ສະໜິດສະໜົມ, ພ້ອມກັນມານະພະຍາຍາມເພື່ອພັດທະນາການພົວພັນສອງຝ່າຍໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ.
ໂດຍ: ທູຈາງ