ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີໜຶ່ງ ສະຫະສະມາຄົມຂໍ້ມູນແຫ່ງຊາດ
ກປ.ອອນໄລ - ວັນທີ 22 ມີນາ, ທີ່ຮ່າໂນ້ຍ, ສະຫະສະມາຄົມຂໍ້ມູນແຫ່ງຊາດ ໄດ້ເປີດຕົວຢ່າງເປັນການທາງ ແລະຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີໜຶ່ງ, ອາຍຸການ 2025-2030 ສຳເລັດຢ່າງຈົບງາມ. ທ່ານ ໂຕເລິມ ເລຂາທິການໃຫຍ່, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີໜຶ່ງ ສະຫະສະມາຄົມຂໍ້ມູນແຫ່ງຊາດ. ພາບ: qdnd.vn |
ທີ່ກອງປະຊຸມໃຫຍ່, ບັນດາຜູ້ແທນ ໄດ້ຮັບຟັງປະກາດຂໍ້ຕົກລົງວ່າດ້ວຍການສ້າງຕັ້ງສະຫະສະມາຄົມ; ບົດລາຍງານໂດຍຫຍໍ້ກ່ຽວກັບວິວັດການສ້າງຕັ້ງ; ກົດລະບຽບສະຫະສະມາຄົມ; ຮ່າງທິດທາງ, ໜ້າທີ່ອາຍຸການ 2025-2030 ແລະເປີດຕົວຄະນະບໍລິຫານງານສະຫະສະມາຄົມຂໍ້ມູນແຫ່ງຊາດ ລວມມີ 62 ທ່ານ; ຄະນະປະຈໍາສະຫະສະມາຄົມ ມີ 7 ທ່ານ. ທ່ານພົນເອກ ເລືອງຕາມກວາງ ກໍາມະການກົມການເມືອງ, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງ ປະທານສະຫະສະມາຄົມຂໍ້ມູນແຫ່ງຊາດ ອາຍຸການ 2025-2030.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ. ພາບ: qdnd.vn |
ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ, ທ່ານ ໂຕເລິມ ເນັ້ນໜັກວ່າ “ພວກເຮົາ ພວມກ້າວສູ່ໄລຍະຕົ້ນຂອງສັງກາດດີຈີຕອນ, ໄລຍະຂໍ້ມູນໄດ້ກາຍເປັນຊັບພະຍາກອນ, ພາຫະນະການຜະລິດທີ່ສໍາຄັນ, ກາຍເປັນ “ພະລັງງານໃໝ່”, ຊໍ້າບໍ່ໜໍາແມ່ນ “ເລືອດ” ຂອງພື້ນຖານເສດຖະກິດດີຈີຕອນ. ການຫັນເປັນດີຈີຕອນ, ດ້ວຍຂໍ້ມູນແມ່ນໃຈກາງ, ພວມເຮັດໃຫ້ວິທີດໍາລົງຊີວິດ, ເຮັດວຽກ ແລະພັດທະນາຂອງພວກເຮົາ ປ່ຽນແປງໂດຍພື້ນຖານ”.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ແລະບັນດາຜູ້ແທນ. ພາບ: qdnd.vn |
ທ່ານ ໂຕເລິມ ສະເໜີສະຫະສະມາຄົມ ຍູ້ແຮງການກໍ່ສ້າງພື້ນຖານໂຄງລ່າງຂໍ້ມູນໃຫ້ກ້າວໜ້າ, ລວມມີບັນດາສູນຂໍ້ມູນ ໂດຍລັດ ແລະວິສາຫະກິດເອກະຊົນ ລົງທຶນ; ເພີ່ມທະວີການຮ່ວມມືສາກົນ, ຖອດຖອນບົດຮຽນ, ດຶງດູດແຫຼ່ງກໍາລັງ ແລະເຂົ້າຮ່ວມບັນດາຂໍ້ລິເລີ່ມທົ່ວໂລກກ່ຽວກັບຂໍ້ມູນ; ສ້າງກົນໄກປະຕິບັດ ແລະຕິດຕາມກວດກາຢ່າງມີປະສິດທິຜົນ. ບັນດາອົງການຂອງລັດຕ້ອງມີລະບົບຕິດຕາມກວດກາຢ່າງແໜ້ນແຟ້ນ, ຄົບຊຸດກວ່າບົນພື້ນຖານການນໍາໃຊ້ເຕັກໂນໂລຊີດີຈີຕອນຢ່າງແຂງແຮງ ເພື່ອຮັບປະກັນວ່າບັນດາຂໍ້ກໍານົດຂອງກົດໝາຍ ໄດ້ຮັບການປະຕິບັດຢ່າງຄົບຖ້ວນ, ມີປະສິດທິຜົນ. ສຸມໃສ່ເອົາໃຈໃສ່ເຖິງເນື້ອໃນຮັບປະກັນຄວາມລັບຂໍ້ມູນ, ສ້າງລະບົບປົກປ້ອງຜະລິດຕະພັນຮັກສາຄວາມລັບຂໍ້ມູນ, ພັດທະນາການບໍລິການຮັກສາຄວາມລັບຂໍ້ມູນ, ສ້າງລະບົບມາດຕະຖານຮັກສາຄວາມລັບຂໍ້ມູນ, ສ້າງຕັ້ງຂະແໜງອຸດສາຫະກໍາໃນຂົງເຂດນີ້...
ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ພັກ, ລັດ ຈະສ້າງທຸກເງື່ອນໄຂສະດວກ, ໜູນຊ່ວຍຢ່າງສຸດຂີດໃຫ້ແກ່ການພັດທະນາຂອງຂົງເຂດຂໍ້ມູນ, ເພື່ອໃຫ້ຫວຽດນາມ ກາຍເປັນປະເທດດີຈີຕອນ, ສັງຄົມດີຈີຕອນ, ພື້ນຖານເສດຖະກິດດີຈີຕອນ ວັດທະນາຖາວອນ ໂດຍໄວ.
ໂດຍ: ໄຊຊະນະ