ຍູ້ແຮງການຮ່ວມມືລະຫວ່າງຫວຽດນາມ ແລະ ສ. Tatarstan (ສະຫະພັນລັດເຊຍ)
ກປ.ອອນໄລ - ຕອນບ່າຍວັນທີ 21 ມີນາ, ຢູ່ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ R.N. Minnikhanov ຜູ້ນຳໜ້າ ສ. Tatarstan, ສະຫະພັນລັດເຊຍ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ Tatarstan ພິຈາລະນາສ້າງໂຮງງານຜະລິດລົດໂອໂຕ Kamaz ຢູ່ຫວຽດນາມ.
ທ່ານ ຟ້າມມິງຈິ໊ງ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ-ສະຫະພັນລັດເຊຍ; ສະແດງຄວາມປິຕິຊົມຊື່ນເມື່ອເຫັນການພັດທະນາຢ່າງຕັ້ງໜ້າລະຫວ່າງສອງປະເທດໃນທຸກຂົງເຂດ, ເປັນຕົ້ນແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງໄດ້ດໍາເນີນຢ່າງເປັນປະຈຳ, ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ, ວັດທະນະທຳ, ການທ່ອງທ່ຽວ, ການສຶກສາ - ບໍາລຸງສ້າງບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ R.N. Minnikhanov, ຜູ້ນຳໜ້າ ສ Tatarstan, ສະຫະພັນລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານນາຍົກລັດຖະມົນຕີ ຊົມເຊີຍຜົນການເຮັດວຽກຂອງຄະນະຜູ້ແທນກັບການນຳຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ແລະບັນດາລາຍການພົບປະກັບບັນດາວິສາຫະກິດ ສ Tatarstan ແລະນະຄອນ ຮ່າໂນ້ຍ ທີ່ດຳເນີນໄປໃນຂອບເຂດການຢ້ຽມຢາມ; ເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມ ຂອງຜູ້ນຳໜ້າ ສ. Tatarstan ຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ ສ. Tatarstan ແລະບັນດາທ້ອງຖິ່ນຂອງຫວຽດນາມ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ.
ທ່ານ R.N. Minnikhanov ຂອບອົກຂອບໃຈທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະຜູ້ແທນ; ແບ່ງປັນກ່ຽວກັບທ່າແຮງ, ຄວາມສາມາດບົ່ມຊ້ອນຂອງ Tatarstan ແລະປາດຖະໜາຢາກຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດຄື: ປັນຍາປະດິດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ອຸດສາຫະກຳລົດໂອໂຕ, ການຜະລິດລົດບັນທຸກ Kamaz, ສານເຄມີ, ເຮືອບິນພົນລະເຮືອນ ແລະເຮລິຄອບເຕີ, ເຄມີອາຫານ, ຕ່ຳແຜ່ນແພ, ການຜະລິດເຄື່ອງເຟີນີເຈີໄມ້, ການສຶກສາ ແລະບຳລຸງສ້າງ... ທ່ານ R.N. Minnikhanov ຫວັງວ່າຈະເປີດສາຍການບິນໂດຍກົງລະຫວ່າງ Kazan ກັບນະຄອນຫຼວງ ຮ່າໂນ້ຍ ເພື່ອຊຸກຍູ້ການຮ່ວມມືລະຫວ່າງ Tatarstan ແລະ ຫວຽດນາມ.
ໂດຍ: ຈາງຫງວຽນ