ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຍີ່ປຸ່ນ ສືບຕໍ່ພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Sugi Ryotaro, ອະດີດເອກອັກຄະລັດຖະທູດພິເສດຫວຽດນາມ - ຍີ່ປຸ່ນ. ພາບ: qdnd.vn |
ທ່ານເລຂາທິການໃຫຍ່ ໄດ້ສະເໜີໃຫ້ທ່ານ Sugi Ryotaro ອະດີດ ເອກອັກຄະລັດຖະທູດພິເສດຫວຽດນາມ - ຍີ່ປຸ່ນ ສືບຕໍ່ເອົາໃຈໃສ່ ແລະປະກອບສ່ວນຢ່າງຕັ້ງໜ້າເຂົ້າບາງຂົງເຂດ, ຄື: ຜັນຂະຫຍາຍບັນດາການເຄື່ອນໄຫວມະນຸດສະທຳກ່ຽວກັບສາທາລະນະສຸກ ແລະການສຶກສາຢູ່ເຂດຫ່າງໄກສອກຫຼີກຫວຽດນາມ; ໜູນຊ່ວຍຫວຽດນາມ ໂຄສະນາຮູບພາບການທ່ອງທ່ຽວຜ່ານສື່ມວນຊົນຢູ່ຍີ່ປຸ່ນ; ສືບຕໍ່ບັນດາລາຍການພົບປະແລກປ່ຽນວັດທະນະທໍາພື້ນເມືອງ; ສະໜັບສະໜູນ, ໜູນຊ່ວຍປະຊາຄົມຊາວຫວຽດນາມ ອາໄສຢູ່ ຍີ່ປຸ່ນ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ສ່ວນທ່ານ Sugi Ryotaro ອະດີດເອກອັກຄະລັດຖະທູດພິເສດຫວຽດນາມ - ຍີ່ປຸ່ນ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາການເຄື່ອນໄຫວທີ່ໄດ້ຜັນຂະຫຍາຍຢູ່ຫວຽດນາມ ໃນໄລຍະກວ່າ 30 ປີຜ່ານມາ ແລະຫວ່າງມໍ່ໆມານີ້, ໃນນັ້ນມີການຊ່ວຍເຫຼືອປັບປຸງພື້ນຖານດ້ານວັດຖຸໂຮງຮຽນ, ກວດ, ປ້ອງກັນ, ຕ້ານພະຍາດອັກເສບຕັບຢູ່ແຂວງອຽນບ໋າຍ.
ທ່ານ Sugi Ryotaro ປາດຖະໜາຢາກສ້າງວົງດົນຕີປະສານສຽງໃຫ້ຄົນຕາບອດຢູ່ ຫວຽດນາມ; ກໍ່ສ້າງເຄື່ອງໝາຍການຄ້າ, ໂຄສະນາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງແຖບຖິ່ນຫວຽດນາມ ຢູ່ ຍີ່ປຸ່ນ...
* ໃນວັນດຽວກັນ, ຢູ່ທີ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Sugi Ryotaro.
ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ: ການພົວພັນຫວຽດນາມ - ຍີ່ປຸ່ນ ສືບຕໍ່ພັດທະນາດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການປັບປຸງ, ການຮ່ວມມືດ້ານເສດຖະກິດເປັນເສົາຄ້ຳຕົ້ນຕໍ, ການຮ່ວມມືດ້ານການສຶກສາ, ສາທາລະນະສຸກ... ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ; ການຮ່ວມມືທ້ອງຖິ່ນ, ການພົບປະແລກປ່ຽນວັດທະນະທຳ, ການພົບປະແລກປ່ຽນປະຊາຊົນນັບມື້ນັບເລິກເຊິ່ງ. ການພົວພັນຫວຽດນາມ - ຍີ່ປຸ່ນ ບັນລຸບັນດາຜົນສໍາເລັດຄືໃນປະຈຸບັນແມ່ນຍ້ອນມີການປະກອບເຫື່ອແຮງ, ການເພີ່ມພູນຄູນສ້າງຂອງບັນດາການນຳຮຸ່ນຕ່າງໆ ແລະປະຊາຊົນ 2 ປະເທດ, ໃນນັ້ນ ມີການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານ Sugi Ryotaro ເອງ.
    |
 |
ທ່ານປະທານປະເທດ ເລືອງເກື່ອງ ຕ້ອນຮັບທ່ານ Sugi Ryotaro, ອະດີດເອກອັກຄະລັດຖະທູດພິເສດຫວຽດນາມ - ຍີ່ປຸ່ນ. ພາບ: qdnd.vn |
ທ່ານ Sugi Ryotaro ໃຫ້ຮູ້ວ່າ: ຍາມໃດທ່ານກໍ່ສະຫງວນອາລົມຈິດພິເສດຕໍ່ປະເທດ ແລະປະຊາຊົນຫວຽດນາມ; ຍາມໃດກໍມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງສອງປະເທດ. ທ່ານ Sugi Ryotaro ໄດ້ແບ່ງປັນກັບທ່ານປະທານປະເທດ ເລືອງເກື່ອງ ກ່ຽວກັບບັນດາລາຍການ, ໂຄງການໜູນຊ່ວຍຊາວຫວຽດນາມ ຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກທີ່ປະສົບກັບຄວາມຫຍູຸ້ງຍາກຫຼາຍຢ່າງ.
    |
 |
ທ່ານປະທານປະເທດ ເລືອງເກື່ອງ ຕ້ອນຮັບທ່ານ Sugi Ryotaro, ອະດີດເອກອັກຄະລັດຖະທູດພິເສດຫວຽດນາມ - ຍີ່ປຸ່ນ. ພາບ: qdnd.vn |
ທ່ານປະທານປະເທດ ເລືອງເກື່ອງ ຢືນຢັນວ່າ ລັດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ທ່ານ Sugi Ryotaro ສາມາດຜັນຂະຫຍາຍການປະຕິບັດບັນດາລາຍການ, ໂຄງການກຸສົນຢູ່ ຫວຽດນາມ ກໍ່ຄືຫັນບັນດາແນວຄວາມຄິດອັນດີງາມຂອງທ່ານ Sugi Ryotaro ໃຫ້ປະກົດຜົນເປັນຈິງ; ຕີລາຄາສູງບັນດາໂຄງການຂອງທ່ານ Sugi Ryotaro ກ່ຽວກັບການປ້ອງກັນສຸຂະພາບຢູ່ເຂດຫ່າງໄກສອກຫຼີກ ແລະບັນດາຂໍ້ລິເລີ່ມໂຄສະນາການທ່ອງທ່ຽວຫວຽດນາມ ຢູ່ ຍີ່ປຸ່ນ; ສະແດງຄວາມຂອບໃຈຕໍ່ ໃຈທ່ານ Sugi Ryotaro ທີ່ໄດ້ມີການເຄື່ອນໄຫວໜູນຊ່ວຍດ້ານມະນຸດສະທຳຢູ່ຫວຽດນາມ.
ທ່ານປະທານປະເທດ ເລືອງເກື່ອງ ຫວັງວ່າໃນໄລຍະຈະມາເຖິງ, ທ່ານ Sugi Ryotaro ຈະສືບຕໍ່ສະຫງວນອາລົມຈິດ, ເຫື່ອແຮງເພື່ອປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຍີ່ປຸ່ນ ໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ; ພ້ອມກັນນັ້ນ, ສືບຕໍ່ປະກອບສ່ວນເຂົ້າໃນການເປີດກວ້າງບັນດາລາຍການພົບປະແລກປ່ຽນວັດທະນະທຳພື້ນເມືອງ ແລະທັນສະໄໝລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ, ຊຸກຍູ້ການໂຄສະນາພາບພົດຂອງຍີ່ປຸ່ນ ຢູ່ ຫວຽດນາມ, ຜ່ານນັ້ນເຮັດໃຫ້ປະຊາຊົນ 2 ປະເທດມີຄວາມເຂົ້າໃຈກັນຢ່າງເລິກເຊິ່ງກວ່າອີກ.
ໂດຍ: ທະນາພອນ