ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈີ້ງ ສະເໜີໃຫ້ສອງຝ່າຍຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ.

ທ່ານ Szijjarto Peter ຢັ້ງຢືນວ່າ ຮຸງກາຣີ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານກັບຫວຽດນາມ ຢ່າງແຂງແຮງກວ່າ, ເຊິ່ງແມ່ນຄູ່ຮ່ວມມືສໍາຄັນແຖວໜ້າຂອງຮຸງກາຣີ ຢູ່ອາຊີຕາເວັນອອກສ່ຽງໃຕ້.

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Szijjarto Peter ລັດຖະມົນຕີກະຊວງການຕ່າງປະເທດ ແລະການພົວພັນເສດຖະກິດຕ່າງປະເທດ ຮຸງກາຣີ. ພາບ: ສໍານັກຂ່າວ ສານຫວຽດນາມ.

ທ່ານ ຟ້າມມິງຈີ້ງ ກໍແລກປ່ຽນກັບທ່ານ Szijjarto Peter ກ່ຽວກັບບາງມາດຕະການຊຸກຍູ້ການຮ່ວມມືໃນບັນດາຂົງເຂດການສຶກສາ, ເຄື່ອງຈັກ, ເອເລັກໂຕນິກ, ການທ່ອງທ່ຽວ, ແຮງງານ, ເຊື່ອມຕໍ່ທາງລົດໄຟລະຫວ່າງສອງພາກພື້ນອາຊີຕາເວັນອອກສ່ຽງໃຕ້-ເອີລົບຕາເວັນອອກກາງ... ພິເສດແມ່ນເນັ້ນໜັກເຖິງຄວາມປາດຖະໜາຢາກໃຫ້ ຮຸງກາຣີ ໜູນຊ່ວຍຫວຽດນາມ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນຂົງເຂດການເຄື່ອນໄຫວຂອງໂຮງງານໄຟຟ້ານິວເຄຼຍ, ເຊິ່ງເຄີຍເປັນທ່າແຮງຂອງຮຸງກາຣີ ແລະຫວຽດນາມ ພວມມີຄວາມຕ້ອງການອັນຮີບດ່ວນ.

ທ່ານ Szijjarto Peter ຢັ້ງຢືນວ່າ ດ້ວຍບົດຮຽນ 50 ປີແຫ່ງການເຄື່ອນໄຫວຂອງໂຮງງານໄຟຟ້ານິວເຄຼຍ ຕາມເຕັກໂນໂລຊີຂອງສະຫະພັນລັດເຊຍ, ຮຸງກາຣີ ພ້ອມແລ້ວທີ່ຈະຮ່ວມມື, ຊ່ວຍບໍາລຸງສ້າງຊ່ຽວຊານ ກ່ຽວກັບວຽກງານການເຄື່ອນໄຫວຂອງໂຮງງານໄຟຟ້ານິວເຄຼຍ ໃຫ້ແກ່ຫວຽດນາມ 1.000 ຄົນ ແລະຖືນີ້ແມ່ນຂົງເຂດຮ່ວມມືຍຸດທະສາດລະຫວ່າງສອງປະເທດ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ເມື່ອແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານ ຟ້າມມິງຈີ້ງ ແລະ ທ່ານ Szijjarto Peter ໄດ້ເຫັນດີເປັນເອກະພາບວ່າ ສອງປະເທດ ມີຫຼາຍຈຸດທີ່ຄ້າຍຄືກັນໃນນະໂຍບາຍການຕ່າງປະເທດ, ຕ້ອງເພີ່ມທະວີການພົບປະ, ແລກປ່ຽນ, ຮ່ວມມືຢູ່ເວທີປາໄສຫຼາຍຝ່າຍ; ເຫັນດີເປັນເອກະພາບວ່າ ສັນຕິພາບ, ການຮ່ວມມື ແລະພັດທະນາ ສືບຕໍ່ແມ່ນທ່າອ່ຽງລວມຂອງໂລກ, ບັນດາການຂັດແຍ່ງ ຕ້ອງໄດ້ແກ້ໄຂໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ເພື່ອຜົນປະໂຫຍດຂອງປະຊາຊົນຊາດຕ່າງໆ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຮຸງກາຣີ ໃນຖານະທີ່ເປັນສະມາຊິກສະຫະພາບເອີລົບ (ອີຢູ) ຊ່ວຍຂົນຂວາຍບັນດາປະເທດອີຢູ ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ-ອີຢູ (EVIPA) ໂດຍໄວ  ແລະຂົນຂວາຍຄະນະກໍາມະການເອີລົບ (EC) ຍົກເລີກ “ບັດເຫຼືອງ” ສໍາລັບສິນທະເລສົ່ງອອກຂອງຫວຽດນາມ ໂດຍໄວ.

ໂດຍ: ໄຊຊະນະ