ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ຢັ້ງຢືນເຖິງແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນສາກົນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ຫວຽດນາມ ຍາມໃດກໍຖືເປັນສໍາຄັນຖານະບົດບາດ, ທີ່ຕັ້ງຂອງເຢຍລະມັນ ຢູ່ພາກພື້ນ ແລະໃນໂລກ, ປາດຖະໜາຢາກເຮັດໃຫ້ການພົວພັນ ຫວຽດນາມ - ເຢຍລະມັນ ໃນທຸກຂົງເຂດເລິກເຊິ່ງຂຶ້ນຕື່ມ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ແລະທ່ານປະທານາທິບໍດີ ເຢຍລະມັນ Frank-Walter Steinmeier.  ພາບ: ຕ໊ວນຮຸຍ.

ທ່ານປະທານາທິບໍດີ Frank-Walter Steinmeier ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ ແລະອົບອຸ່ນຂອງການນໍາພັກ, ລັດ, ລັດຖະບານຫວຽດນາມ; ຕີລາຄາສູງຕໍ່ການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງຫວຽດນາມ ໃນຊຸມປີຜ່ານມາ. ການນໍາສອງທ່ານ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບາດກ້າວພັດທະນາຂອງການພົວພັນສອງປະເທດ ໃນຫຼາຍທົດສະວັດຜ່ານມາ, ພິເສດແມ່ນບັນດາໂຄງການຮ່ວມມືທີ່ເປັນສັນຍາລັກລະຫວ່າງສອງປະເທດ ທີ່ພວມເຄື່ອນໄຫວຢ່າງມີປະສິດທິຜົນ ຄື: ມະຫາວິທະຍາໄລ ຫວຽດນາມ - ເຢຍລະມັນ, ຊາຍຄາ ເຢຍລະມັນ...

ເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃຫ້ຫຼາຍຂຶ້ນກວ່າເກົ່າ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນໃນທຸກລະດັບ, ໂດຍສະເພາະແມ່ນລະດັບສູງ, ຜ່ານນັ້ນຊ່ວຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມເຂົ້າໃຈເຊິ່ງກັນແລະກັນ ແລະສ້າງພະລັງແຮງໃໝ່ໃຫ້ແກ່ການຮ່ວມມືສອງປະເທດ; ສືບຕໍ່ສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນໃນເວທີປາໄສຫຼາຍຝ່າຍ ຄື: ສະຫະປະຊາຊາດ, ກອບການຮ່ວມມື ອາຊຽນ-ເຢຍລະມັນ, ອາຊຽນ-ສະຫະພາບເອີລົບ (EU).

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ຕ໊ວນຮຸຍ.

ເມື່ອຢັ້ງຢືນວ່າ ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນແມ່ນເສົາຄໍ້າຂອງການພົວພັນສອງຝ່າຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ແລະທ່ານປະທານາທິບໍດີ ເຢຍລະມັນ ເຫັນດີເປັນເອກະພາບເພີ່ມທະວີການສົ່ງເສີມວິສາຫະກິດ ເຢຍລະມັນ ລົງທຶນເຂົ້າຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດ ເຢຍລະມັນ ມີທ່າແຮງ ຄື: ພະລັງງານ, ທາງລົດໄຟ, ອຸປະກອນການແພດ, ການຢາ, ພື້ນຖານໂຄງລ່າງ...

ການນໍາສອງທ່ານ ໄດ້ເຫັນດີເປັນເອກະພາບຍູູ້ແຮງການຮ່ວມມືກໍ່ສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ເພີ່ມທະວີການສ້າງກົນໄກ, ກອບການຮ່ວມມືໃນຂົງເຂດກໍ່ສ້າງວິຊາຊີບ. ທ່ານປະທານາທິບໍດີ ເຢຍລະມັນ ສະແດງຄວາມປາດຖະໜາວ່າ ກໍາລັງແຮງງານຫວຽດນາມ ຈະມີໂອກາດໄດ້ເຮັດວຽກຢູ່ເຢຍລະມັນ, ປັບປຸງສະພາບການຂາດແຄນແຮງງານຢູ່ ເຢຍລະມັນ ຢ່າງຕັ້ງໜ້າໃນໄລຍະຈະມາເຖິງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ສະເໜີປະທານາທິບໍດີ ເຢຍລະມັນ ສືບຕໍ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ 200.000 ກວ່າຄົນທີ່ອາໄສຢູ່ເຢຍລະມັນ ໄດ້ເຊື່ອມໂຍງປະສົບຜົນສໍາເລັດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງເຢຍລະມັນ, ເປັນຂົວຕໍ່ໃຫ້ແກ່ການພົວພັນມິດຕະພາບລະຫວ່າງສອງປະເທດ. ທ່ານປະທານາທິບໍດີ ເຢຍລະມັນ ຕີລາຄາສູງປະຊາຄົມຊາວຫວຽດນາມ ອາໄສຢູ່ເຢຍລະມັນ ແລະຖືນີ້ແມ່ນຊັບສົມບັດອັນລໍ້າຄ່າໃນການພົວພັນລະຫວ່າງສອງປະເທດ, ສອງຊາດ.

ເມື່ອແລກປ່ຽນກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ແລະທ່ານປະທານາທິບໍດີ ເຢຍລະມັນ Frank-Walter Steinmeier ໄດ້ເນັ້ນໜັກເຖິງຄວາມຈໍາເປັນໃນການຮັກສາສັນຕິພາບ, ສະຖຽນລະພາບ, ການແກ້ໄຂການຂັດແຍ້ງໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ. ສອງຝ່າຍ ໄດ້ເນັ້ນໜັກເຖິງການສະໜັບສະໜູນສິດເສລີ ໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກບົນພື້ນຖານກົດໝາຍສາກົນ ແລະສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ໂດຍ: ໄຊຊະນະ