ນັກຂ່າວ: ຂໍຮຽນທ່ານລັດຖະມົນຕີ, ຂໍທ່ານໃຫ້ຮູ້ຄວາມໝາຍ ແລະໝາກຜົນພົ້ນເດັ່ນໃນການປະຕິບັດງານຂອງທ່ານປະທານປະເທດ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢູູ່ກູບາ ແລະນິວຢອກ, ອາເມລິກາ?

ທ່ານລັດຖະມົນຕີ ບຸ່ຍແທັງເຊິນ: ການປະຕິບັດງານຂອງຄະນະຜູ້ແທນຂັ້ນສູງຫວຽດນາມ ນຳໂດຍທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ທີ່ມີຄວາມໝາຍເລິກເຊິ່ງ, ບັນລຸເປົ້າໝາຍທີ່ໄດ້ວາງອອກ ແລະເອົາມາເຊິ່ງໝາກຜົນສັງລວມ, ຮອບດ້ານ, ປະກອບສ່ວນສືບຕໍ່ຍົກສູງອິດທິພົນຊື່ສຽງ ແລະທີ່ຕັ້ງຂອງຫວຽດນາມ ໃນເວທີສາກົນ, ນັ້ນແມ່ນ:

leftcenterrightdel
ທ່ານລັດຖະມົນຕີ ບຸ່ຍແທັງເຊິນ. ພາບ: dangcongsan.vn.

ທີໜຶ່ງ, ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ຜັນຂະຫຍາຍແນວທາງການທູດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ສົມທົບກັນດ້ານການທູດພັກ, ການທູດລັດ ແລະການທູດປະຊາຊົນຢ່າງແໜ້ນແຟ້ນ ແລະຄົບຊຸດ, ສົ່ງສານຢ່າງແຮງອອກສູ່ໂລກກ່ຽວກັບແນວທາງການທູດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ, ຫວຽດນາມ ແມ່ນເພື່ອນມິດທີ່ໄວ້້ເນື້ອເຊື່ອໃຈ, ແມ່ນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

ທີສອງ, ຢັ້ງຢືນຄວາມສາມັກຄີສັດຊື່ບໍລິສຸດ, ສະໜັບສະໜູນເຊິ່ງກັນ ແລະກັນ, ຮ່ວມມືຢ່າງຮອບດ້ານທັງການທູດພັກ, ການທູດລັດ ແລະການທູດປະຊາຊົນລະຫວ່າງຫວຽດນາມ ແລະກູບາ ເຊິ່ງສະແດງໃຫ້ເຫັນຜ່ານເລື່ອງສອງປະເທດໄດ້ອອກຖະແຫຼງການຮ່ວມຂັ້ນສູງດ້ວຍເນື້ອໃນຮອບດ້ານ, ເຊັນແຜນການກະທໍາຜັນຂະຫຍາຍໂຄງການດໍາເນີນງານນດ້ານເສດຖະກິດ 2021-2025 ແລະເອກະສານ, ຂໍ້ຕົກລົງສະບັບຕ່າງໆກ່ຽວກັບກະສິກໍາ, ການແພດ, ຕຸລາການ...

ທີສາມ, ດ້ວຍຄວາມເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມ ແລະກ່າວຄໍາເຫັນຂອງທ່ານ ຫງວຽນຊວນຟຸກ ປະທານປະເທດ ຢູ່ວາລະປະຊຸມຂັ້ນສູງຕ່າງໆຂອງສະມັດຊາໃຫຍ່ ແລະສະພາຄວາມໝັ້ນຄົງພ້ອບກັບວາລະປະຊຸມສໍາຄັນອື່ນຂອງ ສປຊ, ພວກເຮົາສືບຕໍ່ຢັ້ງຢືນຢ່າງແຮງ, ຈະແຈ້ງກັບເພື່ອນມິດສາກົນກ່ຽວກັບປະເທດຫວຽດນາມ ຮັກຫອມສັນຕິພາບ, ມຸ່ງຫວັງພັດທະນາ ແລະບືນຕົວຂຶ້ນ, ມີຄວາມຮັບຜິດຊອບ ແລະປະກອບສ່ວນຢ່່າງຕັ້ງໜ້າ ແລະສ້າງສັນເຂົ້າໃນບັນຫາສັນຕິພາບ, ຄວາມໝັ້ນຄົງ ແລະການພັດທະນາຢູ່ໂລກ, ພິເສດແມ່ນການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະການຟື້ນຟູ, ພັດທະນາແບບຍືນຍົງພາຍໃນ ແລະພາຍຫຼັງພະຍາດໂຄວິດ-19.

ທີສີ່, ຍາດເວລາເຂົ້າຮ່ວມກອງປະຊຸມ ສປຊ ເພື່ອພົບປະກັບການນໍາປະເທດຕ່າງໆ, ອົງການຈັດຕັ້ງສາກົນ ແລະວິສາຫະກິດ, ໂດຍສະເພາະແມ່ນຄູ່ຮ່ວມມືຍຸດທະສາດ, ສໍາຄັນ ແລະເພື່ອນມິດທີ່ເປັນມູນເຊື້ອ, ຈາກນັ້ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງສະພາບການທູດໃຫ້ໝັ້ນຄົງ, ເປັນປົກກະຕິ ແລະສະດວກເພື່ອຮັກສາສັນຕິພາບ, ສະຖຽນລະພາບ ແລະພັດທະນາປະເທດ.

ທີຫ້າ: ໄດ້ຍາດແຍ່ງການສະໜັບສະໜູນຢ່າງແທດຈິງ, ມີປະສິດທິຜົນຂອງປະຊາຄົມສາກົນ, ພິເສດແມ່ນການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະຟື້ນຟູ, ພັດທະນາເສດຖະກິດ-ສັງຄົມ. ຂົນຂວາຍໜູນຊ່ວຍວັກຊິນ ແລະປ້ອງກັນ, ຕ້ານພະຍາດແມ່ນຫົວຂໍ້ຕົ້ນຕໍໃນການພົບປະຂອງຄະນະເຮົາຢູ່ທຸກຂັ້ນ, ທຸກຊ່ອງທາງ.

ຄຽງຂ້າງກັນນັ້ນ, ເລື່ອງພົບປະກັບຫຼາຍກຸ່ມບໍລິສັດແຖວໜ້າທີ່ການຢ້ຽມຢາມໄດ້ປະກອບສ່ວນຊຸກຍູ້ບັນດາກຸ່ມບໍລິສັດນີ້ເຊັນສັນຍາ, ຂໍ້ຕົກລົງຮ່ວມມືຫຼາຍສະບັບທີ່ມີມູນຄ່ານັບຕື້ໂດລາສະຫະລັດ ກັບບັນດາວິສາຫະກິດຫວຽດນາມ, ພ້ອມທັງປະກອບສ່ວນສໍາຄັນໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ປະຊາຄົມວິສາຫະກິດສາກົນຮັກສາ, ເພີ່ມທະວີການລົງທຶນເຂົ້າຫວຽດນາມ, ປະກອບສ່ວນຢ່າງແທດຈິງເຂົ້າໃນການປະຕິບັດທິດທາງທີ່ໄດ້ວາງອອກໃນຍຸດທະສາດພັດທະນາເສດຖະກິດ-ສັງຄົມ 2021-2030.

ນັກຂ່າວ: ການຢ້ຽມຢາມກູບາ ຢ່າງເປັນທາງການແມ່ນການຢ້ຽມຢາມຄັ້ງທໍາອິດພາຍຫຼັງຫວຽດນາມ ແລະກູບາ ຈັດຕັ້ງກອງປະຊຸມໃຫຍ່ຂອງພັກຢູ່ແຕ່ລະປະເທດສຳເລັດຜົນ ແລະເລືອກຕັ້ງຄະນະການນໍາຊຸດໃໝ່. ຂໍທ່ານໃຫ້ຮູ້ ຫວຽດນາມ ແລະກູູບາ ຈະສຸມໃສ່ເຂົ້າທິດທາງ ແລະການຮ່ວມມືຈຸດສຸມໃດເພື່ອເຮັດໃຫ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອພິເສດໃນສະຖານະການໃໝ່ເລິກເຊິ່ງກວ່າອີກ?

ທ່ານລັດຖະມົນຕີ ບຸ່ຍແທັງເຊິນ: ການຍືດໝັ້ນອຸດົມຄະຕິ, ເສັ້ນທາງພັດທະນາຕາມທິດສັງຄົມນິຍົມ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ ແລະນໍ້າໃຈເພື່ອນສະຫາຍ, ເພື່ອນມິດທີ່ໄດ້ຮັບການຫຼໍ່ຫຼອມຜ່ານສິ່ງທ້າທາຍຕ່າງໆ ແມ່ນພື້ນຖານໝັ້ນຄົງໃຫ້ແກ່ການພັດທະນາການພົວພັນຫວຽດນາມ-ກູບາ ໃນສະຖານະການໃໝ່. ຄືດັ່ງໄດ້ຢັ້ງຢືນໃນຖະແຫຼງການຮ່ວມຂັ້ນສູງ, ການພົວພັນສອງປະເທດໃນໄລຍະຈະມາເຖິງແມ່ນສຸມໃສ່ບາງທິດທາງໃຫຍ່ຄືລຸ່ມນີ້:

ທີໜຶ່ງ, ສືບຕໍ່ພັດທະນາຮອບດ້ານການພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດຫວຽດນາມ-ກູບາຜ່ານຊ່ອງການທູດພັກ, ການທູດລັດ ແລະການທູດປະຊາຊົນ, ໃນທຸກຂົງເຂດການເມືອງ-ການທູດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະເສດຖະກິດ-ສັງຄົມ.

ທີສອງ, ເສີມຂະຫຍາຍກົນໄກຕ່າງໆທີ່ມີຢູ່ແລ້ວໃຫ້ຫຼາຍທີ່ສຸດໃນປະຈຸບັນ ເພື່ອເພີ່ມທະວີການແລກປ່ຽນທິດສະດີ, ບົດຮຽນຕົວຈິງໃນການກໍ່ສ້າງສັງຄົມນິຍົມ ແລະພັດທະນາເສດຖະກິດ-ສັງຄົມຢູ່ແຕ່ລະປະເທດ. ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນຂອງຕົນໃນການປ່ຽນແປງໃໝ່ ແລະເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ.

ທີສາມ, ຍູ້ແຮງການເປີດກວ້າງ ແລະເຮັດໃຫ້ການຮ່ວມມືດ້ານເສດຖະກິດເລິກເຊິ່ງ, ສົມກັບການພົວພັນດ້ານການເມືອງ, ຕອບສະໜອງຄວາມປາດຖະໜາ ແລະຜົນປະໂຫຍດຂອງປະຊາຊົນສອງປະເທດ, ໃນນັ້ນມີການຮ່ວມມືດ້ານກະສິກໍາ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຄົມມະນາຄົມຂົນສົ່ງ, ການທ່ອງທ່ຽວ, ການແພດ, ວັກຊິນ...

ທີສີ່, ສືບຕໍ່ຄວາມສາມັກຄີ, ສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາເວທີປາໄສຫຼາຍຝ່າຍ, ປະກອບສ່ວນຍົກສູງທີ່ຕັ້ງຂອງແຕ່ລະປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າສັນຕິພາບ, ສະຖຽນລະພາບ, ເອກະລາດຊາດ, ປະຊາທິປະໄຕ ແລະຄວາມກ້າວໜ້າສັງຄົມຢູ່ໂລກ.

ນັກຂ່າວ: ເສີມຂະຫຍາຍຜົນການໄປປະຕິບັດງານ ແລະດຳລົງຕຳແໜ່ງເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ເປັນເວລາສອງປີ, ຫວຽດນາມ ຈະສືບຕໍ່ປະກອບສ່ວນຄືແນວໃດໃຫ້ ສປຊ ແລະວຽກງານລວມຂອງໂລກ?

ທ່ານລັດຖະມົນຕີ ບຸ່ຍແທັງເຊິນ: ໝາກຜົນຕ່າງໆໃນເກືອບສອງປີດໍາລົງຕໍາແໜ່ງເປັນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021 ແລະການປະຕິບັດງານຄັ້ງນີ້ຂອງທ່ານ ຫງວຽນຊວນຟຸກ ປະທານປະເທດພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ຢັ້ງຢືນອີກຄັ້ງໜຶ່ງແນວທາງການທູດທີ່ຖືກຕ້ອງຂອງພັກ ແລະລັດ, ໃນນັ້ນປະຕິບັດແນວທາງການທູດເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ຍູ້ແຮງ ແລະຍົກລະດັບການທູດຫຼາຍຝ່າຍຢ່າງສະເໝີຕົ້ນສະເໝີປາຍ.

ປະຕິບັດແນວທາງການທູດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ແລະເສີມຂະຫຍາຍໝາກຜົນດັ່ງກ່າວ, ພວກເຮົາຈະສຸມໃສ່ບາງບູລິມະສິດດັ່ງລຸ່ມນີ້:

ທີໜຶ່ງ, ເພີ່ມທະວີການເຂົ້າຮ່ວມການເຄື່ອນໄຫວຂອງ ສປຊ ຢ່າງເລິກເຊິ່ງ, ກວ້າງຂວາງ, ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ, ປະດິດສ້າງ ແລະມີປະສິດທິຜົນ, ຢັ້ງຢືນ ແລະເສີມຂະຫຍາຍບົດບາດດ້ວຍສີສັນທີ່ເປັນເອກະລັກສະເພາະຂອງຫວຽດນາມ ຜ່ານບັນດາຂໍ້ລິເລີ່ມທີ່ແທດຈິງ, ພ້ອມກັບສາກົນຊຸກຍູ້ການຮ່ວມມື, ສົມທົບກັນກະທໍາໃຫ້ສອດຄ່ອງກັບເປົ້າໝາຍ, ຫຼັກການເບື້ອງຕົ້ນຂອງກົດບັດ ສປຊ.

ທີສອງ, ເພີ່ມທະວີການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ແລະຜັນຂະຫຍາຍບັນດາບູລິມະສິດແຖວໜ້າຂອງ ສປຊ, ໂດຍສະເພາະແມ່ນຮ່ວມມືຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປ, ຟື້ນຟູ ແລະພັດທະນາແບບຍືນຍົງ, ກວມລວມພາຍຫຼັງພະຍາດໂຄວິດ-19, ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDGs), ຜັນຂະຫຍາຍຄໍາໝັ້ນສັນຍາສາກົນ ແລະປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນ ແລະຊຸກຍູ້ສິດທິດມະນຸດ, ປະຕິຮູບ ສປຊ ຢ່າງເຂັ້ມງວດ.

ທີສາມ, ສືບຕໍ່ຍາດແຍ່ງປະສິດທິຜົນການໜູນຊ່ວຍຂອງອົງການ ສປຊ ກ່ຽວກັບແຫຼ່ງກໍາລັງ, ພູມປັນຍາ, ບົດຮຽນພັດທະນາ, ຍົກສູງຄວາມສາມາດ, ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍພັດທະນາປະເທດໃນຊຸມປີຈະມາເຖິງ. ພ້ອມທັງ, ເສີມຂະຫຍາຍລັກສະນະເປັນເຈົ້າການ, ຕັ້ງໜ້າ ແລະປະດິດສ້າງເພື່ອແນໃສ່ສ້າງກໍາລັງໜູນໃໝ່ໃຫ້ແກ່ການພັດທະນາການພົວພັນຮ່ວມມືຫວຽດນາມ-ສປຊ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກ ສປຊ (1977-2022), ແມ່ນຂີດໝາຍທີ່ມີຄວາມໝາຍຕໍ່ກັບການເຊື່ອມໂຍງເຂົ້າກັບສາກົນ ແລະການທູດຫຼາຍຝ່າຍຂອງປະເທດ.

ເພີ່ມທະວີການຮ່ວມມືກັບ ສປຊ ທີ່ມີເນື້ອແທ້ ແລະມີປະສິດທິຜົນ, ປະກອບສ່ວນເຮັດໃຫ້ການພົວພັນກັບບັນດາປະເທດ, ຄູ່ຮ່ວມມື ແລະອົງການຈັດຕັ້ງ, ເວທີປາໄສຫຼາຍຝ່າຍອື່ນໃຫ້ເລິກເຊິ່ງກວ່າອີກ, ຈາກນັ້ນປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ປຸກລະດົມແຫຼ່ງກໍາລັງສາກົນໃຫ້ແກ່ການພັດທະນາດ້ານເສດຖະກິດ-ສັງຄົມ ແລະຍົກສູງທີ່ຕັ້ງປະເທດ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ໄຊນີດາ