ມານະພະຍາຍາມຊອກຫາຈຸດລວມໃຫ້ແກ່ຄວາມແຕກຕ່າງ

ໃນບົດຂຽນທີ່ລົງພິມໃນໜັງສືພິມ The Malay Mail ຂອງ ມາເລເຊຍ ຖືວ່າ, ດ້ວຍບົດບາດເປັນເຈົ້າພາບ, ຫວຽດນາມ ມານະພະຍາຍາມສ້າງເງື່ອນໄຂສະດວກທີ່ສຸດໃຫ້ຜົນສໍາເລັດຂອງສັບປະດາຂັ້ນສູງ APEC 2017, ຮັບປະກັນບັນດາການເຄື່ອນໄຫວຂອງສັບປະດາຂັ້ນສູງໄດ້ດໍາເນີນຢ່າງສະດວກ, ສົມກຽດ, ຕອບສະໜອງບັນດາມາດຕະຖານຕາມທໍານຽມຂອງ APEC. ຕາມບົດຂຽນດັ່ງກ່າວ, ການກໍານົດວຽກງານຈັດຕັ້ງ APEC 2017 ແມ່ນຈຸດສຸມໃນການພົວພັນຕ່າງປະເທດຂອງຫວຽດນາມ ເພື່ອແນໃສ່ຜັນຂະຫຍາຍແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ, ເລື່ອງກະກຽມໃຫ້ແກ່ປີ APEC 2017 ເວົ້າລວມ ແລະວຽກງານກະກຽມໃຫ້ແກ່ສັບປະດາຂັ້ນສູງຂອງຫວຽດນາມ ໄດ້ເລີ່ມເຄື່ອນໄຫວໄວ ແລະລະອຽດທີ່ສຸດ, ດ້ວຍການສ້າງຕັ້ງກຸ່ມປະຕິບັດງານລະຫວ່າງຂະແໜງການໃນປີ 2014 ແລະຄະນະກໍາມະການແຫ່ງຊາດ APEC 2017 ໃນປີ 2015. ກ່ຽວກັບເນື້ອໃນ, ຫວຽດນາມ ໄດ້ຮັບການສະໜັບສະໜູນທີ່ຍິ່ງໃຫຍ່ຈາກບັນດາພື້ນຖານເສດຖະກິດສະມາຊິກ APEC ສໍາລັບຫົວຂໍ້ “ສ້າງກໍາລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ” ແລະ 4 ບູລິມະສິດຂອງປີ APEC 2017.

leftcenterrightdel
ບັນດາຜູ້ແທນແລກປ່ຽນ ກ່ອນທີ່ຈະໄຂກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ-ເສດຖະກິດ APEC (AMM) ຄັ້ງທີ 29 ຢູ່ນະຄອນ ດ່າໜັ້ງ ໃນວັນທີ 8 ພະຈິກ. ພາບ ຫວີ້ງອານ

ບົດຂຽນຂໍ້ສັງເກດວ່າ, ດ້ວຍບົດບາດເປັນເຈົ້າພາບ, ຫວຽດນາມ ໄດ້ມານະພະຍາຍາມເຮັດໃຫ້ຜົນປະໂຫຍດມີຄວາມກົມກຽວ, ຊອກຫາຈຸດລວມໃຫ້ບັນດາຄວາມແຕກຕ່າງກັນລະຫວ່າງບັນດາພື້ນຖານເສດຖະກິດສະມາຊິກ, ພ້ອມກັນຊຸກຍູ້ການຮ່ວມມື APEC ເພື່ອແນໃສ່ຮັກສາທ່າຮ່ວມມື, ຮ່ວມສຳພັນຂອງເວທີປາໄສ; ຮັກສາຄໍາໝັ້ນສັນຍາສະໜັບສະໜູນລະບົບການຄ້າຫຼາຍຝ່າຍດ້ວຍບັນດາຫຼັກການຮ່ວມມືສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ບົນພື້ນຖານສະໝັກໃຈ ແລະເຄົາລົບ ເຊິ່ງກັນ ແລະກັນ.

ໃນຂະນະນັ້ນ, ບົດຂຽນທີ່ໄດ້ອັບເດດລົງໃນເວັບໄຊ Iapsdialogue.org ຂອງອັງກິດ ຕີລາຄາວ່າໃນ 2 ປີມານີ້, ເສດຖະກິດຂອງຫວຽດນາມ ໄດ້ຮັບຮູ້ການຟື້ນຟູຢ່າງຕັ້ງໜ້າດ້ວຍລະດັບການເຕີບໂຕສະເລ່ຍແມ່ນກວ່າ 6% ຍ້ອນວ່າຄວາມຕ້ອງການພາຍໃນປະເທດເພີ່ມຂຶ້ນແຮງ, ລາຄາສິນຄ້າເພີ່ມຂຶ້ນ ແລະຜະລິດຕາມການກໍານົດທິດສົ່ງອອກ. ກໍ່ຕາມບົດຂຽນແລ້ວ, ສັບປະດາຂັ້ນສູງ APEC 2017  ໄດ້ນໍາມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ຫວຽດນາມ. ກ່ອນອື່ນໝົດ, ນີ້ແມ່ນໜຶ່ງໃນບັນດາເຫດການສໍາຄັນທີ່ສຸດໃນໂລກ, ດຶງດູດຄວາມສົນໃຈຂອງປະຊາຄົມສາກົນ, ຊ່ວຍຍົກສູງອິດທິພົນຊື່ສຽງຂອງຫວຽດນາມ ໃນເວທີສາກົນ. APEC 2017 ກໍ່ສ້າງກາລະໂອກາດໃຫ້ແກ່ບັນດາພື້ນຖານເສດຖະກິດສະມາຊິກຈັດຕັ້ງບັນດາກອງປະຊຸມສອງຝ່າຍສະເພາະເພື່ອປຶກສາຫາລືບັນດາຫົວຂໍ້ທີ່ບໍ່ມີໃນເນື້ອໃນໂຄງການດໍາເນີນງານຂອງ APEC. ຫວຽດນາມ ໄດ້ໝູນໃຊ້ກາລະໂອກາດນີ້ເພື່ອເພີ່ມທະວີການຮ່ວມມືກັບບັນດາການນໍາຫຼັກແຫຼ່ງຂອງ APEC.

 ພື້ນຖານໝັ້ນຄົງເພື່ອເຊື່ອມໂຍງ

ໜັງສືພິມ Diplomat ພັດຖືວ່າ, ນັບແຕ່ເປັນເຈົ້າພາບຈັດຕັ້ງ APEC 2006 ຄັ້ງທຳອິດ, ຫວຽດນາມ ໄດ້ສືບຕໍ່ເດີນຕາມການເຊື່ອມໂຍງເສດຖະກິດກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະຄູ່ຮ່ວມມືການຄ້າຕ່າງໆ. ການພົວພັນໄດ້ຮັບການປັບປຸງ, ເຊິ່ງໄດ້ຊຸກຍູ້ການຄ້າ, ການລົງທຶນຈາກຕ່າງປະເທດ ແລະການເຕີບໂຕດ້ານເສດຖະກິດ.

ຫວຽດນາມ ແລະບັນດາສະມາຊິກອາຊຽນ ໄດ້ເປີດກວ້າງຂອບເຂດຂອງເຂດການຄ້າເສລີອາຊຽນ (AFTA) ກາຍເປັນປະຊາຄົມເສດຖະກິດອາຊຽນ, ຈາກນັ້ນແມ່ນພົບປະເຈລະຈາເພື່ອປັບປຸງບັນດາສັນຍາການຄ້າເສລີ (FTA) ກັບຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕາລີ ແລະນິວຊີແລນ ເປັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (RCEP)...

ຕາມໜັງສືພິມ Diplomat ແລ້ວ, ຜ່ານການເຊື່ອມໂຍງດ້ານເສດຖະກິດ, ຫວຽດນາມ ໄດ້ຫັນບັນດາຕະຫຼາດສົ່ງອອກຂອງຕົນເປັນຫຼາຍຮູບຫຼາຍແບບປະສົບຜົນສໍາເລັດ. ການເຊື່ອມໂຍງດ້ານເສດຖະກິດກໍ່ຍູ້ໄວການເຕີບໂຕເສດຖະກິດດ້ວຍຍອດຜະລິດຕະພັນພາຍໃນ (GDP) ປີ 2016 ເພີ່ມຂຶ້ນທົບສາມເທົ່າເມື່ອທຽບໃສ່ປີ 2006, ເພີ່ມຂຶ້ນ 200 ກວ່າຕື້ USD. 

ແບ່ງປັນທັດສະນະຂອງຕົນ, ທ່ານ ປອ Arisman, ຜູ້ອໍານວຍການສູນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ມີສໍານັກງານຕັ້ງຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ ຖືວ່າ, ຫວຽດນາມ ມີພື້ນຖານໝັ້ນຄົງໃຫ້ແກ່ວິວັດການເຊື່ອມໂຍງພັດທະນາ ຄືກໍາລັງຜູ້ອອກແຮງງານທີ່ອຸດົມສົມບູນ, ຄ່າແຮງງານຢູ່ໃນລະດັບປານກາງ, ເສດຖະກິດສັງຄົມກໍາລັງມີການຫັນປ່່ຽນຢ່າງຕັ້ງໜ້າ. ຕາມທ່ານ Arisman ແລ້ວ, ສໍາລັບຫຼາຍປະເທດ, ຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນຮູບແບບພັດທະນາທີ່ປະສົບຜົນສໍາເລັດດ້ວຍທ່າແຮງແມ່ນພື້ນຖານເສດຖະກິດພັດທະນາຢູ່ລະດັບສູງໃນຫຼາຍປີຢ່າງລຽນຕິດ, ມີການປັບປຸງ, ການປ່ຽນແປງຢ່າງຕັ້ງໜ້າເພື່ອດຶງດູດການລົງທຶນ, ພິເສດແມ່ນນັບແຕ່ພາຍຫຼັງເຂົ້າຮ່ວມເປັນສະມາຊິກ APEC.

 

ແປໂດຍ: ທູຈາງ