ປຶ້ມ​ປົກ​ຂຽວ​ກ່ຽວ​ກັບ “ບົດ​ລາຍ​ງານ​ການ​ພັດທະນາ ແລະ​ຄົ້ນຄວ້າ​ປະຊາກອນ​ປັກ​ກິງ ປີ  2018” ໂດຍ​ແມ່ນ​ສະ​ຖາ​ບັນ​ຄົ້ນຄວ້າ​ກ່ຽວ​ກັບ​ປະຊາກອນ​ປັກ​ກິງ ນຳ​ອອກ​ມາ​ເປີດເຜີຍ​ເມື່ອ​ວັນ​ທີ 10 ທັນວາ​ນີ້ ໃຫ້​ຮູ້​ວ່າ​ຈຳນວນ​ປະຊາກອນ​ທີ່​ອາ​ໃສ​ຢູ່​ເປັນ​ປະຈຳ​ໃນ​ປັກ​ກິງ ພາຍ​ໃນ​ປີ 2017 ຢູ່​ທີ່ 21,7 ລ້ານ​ຄົນ ຫຼຸດ​ລົງ 22.000 ຄົນ ເມື່ອ​ທຽບໃສ່​ປີ 2016. ໃນ​ນັ້ນຈຳນວນ​ປະຊາຊົນ​ຕ່າງ​ແຂວງ​ທີ່​ອາ​ໃສ​ຢູ່​ໃນ​ປັກ​ກິງ ໄດ້​ຫຼຸດ​ລົງ 132.000 ຄົນ ມາ​ຍັງ​ເຫຼືອ​ທີ່ 7,9 ລ້ານ​ຄົນ ໃນ​ຂະນະ​ທີ່​ຈຳນວນ​ປະຊາຊົນ​ທີ່​ອາ​ໄສໄດ້​ຂຶ້ນ​ທະບຽນ​ສຳມະໂນ​ຄົວ​ປະຈຳ ກໍ່​ຫຼຸດ​ລົງ 37.000 ຄົນ ມາ​ຍັງ​ເຫຼືອ​ທີ່ 13,6 ລ້ານ​ຄົນ.

leftcenterrightdel
ພາບປະກອບຈາກ: vtv.vn.

ຄຽງ​ຄູ່​ກັນ​ນັ້ນ ປຶ້ມ​ປົກ​ຂຽວ​ດັ່ງກ່າວໄດ້​ຊີ້​ແຈງ​ວ່າ ອັດຕາ​ສ່ວນ​ການ​ເກີດ​ຢູ່​ໃນ​ນະຄອນຫຼວງປັກ​ກິງ ໄດ້​ເພີ່ມ​ຂຶ້ນ​ຈາກ 7,96/1.000 ໃນ​ປີ 2015 ເປັນ 9,06/1.000 ໃນ​ປີ 2017 ແຕ່​ກໍ່​ຍັງ​ຄົງ​ຕ່ຳຢູ່​ຫຼາຍ.

ໃນ​ຂະນະ​ດຽວ​ກັນປຶ້ມ​ປົກ​ຂຽວ​ດັ່ງກ່າວກໍ່​ແຈ້ງ​ເຕືອນ​ວ່າບັນຫາ​ຄົນ​ຊະລາ​ຢູ່​ໃນ​ປະຊາກອນຂອງ​ປັກ​ກິງ ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນໂດຍ​ທີ່​ປະລິມານ​ປະຊາຊົນ​ທີ່​ອາ​ໃສ​ຢູ່​ທີ່​ນັ້ນໃນ​ໄວ​ແຕ່ 65 ປີ​ຂຶ້ນ​ເມືອໄດ້​ເພີ່ມ​ຂຶ້ນ​ຈາກ 1,7 ລ້ານ​ຄົນ ໃນ​ປີ 2010 ເປັນ 2,4 ລ້ານ​ຄົນ ໃນ​ປີ 2017.

ຂ່າວ: ວຽງຈັນໃໝ່